ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມພົບປະຂອງເລຂາທິການໃຫຍ່ອາຊຽນ
29/06/2026

ໃນຕອນບ່າຍວັນທີ 25 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ທ່ານ ປອ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາເຄື່ອນໄຫວເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າພາບ.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກ່າວມີຄຳເຫັນວ່າ: ດັ່ງທ່ານຮູ້ແລ້ວວ່າ, ກອງປະຊຸມ ລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ຄັ້ງທີ 22 ໃນຄັ້ງນີ້ ບໍ່ສາມາດເກີດຂຶ້ນໄດ້ ຖ້າບໍ່ໄດ້ຮັບການເອົາໃຈໃສ່, ພົວພັນສະໜິດແໜ້ນ ແລະ ປະສານສົມທົບກັນຢ່າງກົມກຽວ ລະຫວ່າງ ຄະນະກອງເລຂາ ຂອງ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ພວກເຮົາ ແລະ ຄະນະຮັບຜິດຊອບຂອງ ກອງເລຂາອາຊຽນ ທີ່ໄດ້ມີຄວາມພະຍາຍາມ ໃນການກະກຽມຄວາມພ້ອມຫຼາຍດ້ານ ເພື່ອເຮັດໃຫ້ກອງປະຊຸມໃນຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້ຢ່າງຈົບງາມ.
ການມາຢ້ຽມຢາມ ແລະ ເຂົ້າຮ່ວມ ຂອງທ່ານ ພ້ອມດ້ວຍຄະນະ ໃນຄັ້ງນີ້ ຖືເປັນນິມິດໝາຍທີ່ດີ ແລະ ມີຄວາມສໍາຄັນຫຼາຍ ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນທີ່ໄດ້ລະບຸໃນກອບອາຊຽນ ເຊິ່ງ ສປປ ລາວ ກໍໄດ້ຮັບກຽດເປັນເຈົ້າພາບ ເປັນຕົ້ນແມ່ນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 (ກອງປະຊຸມແບບຄົບຄະນະ) ແລະ ໃນກອງປະຊຸມດັ່ງກ່າວ ສປປ ລາວ ກໍໄດ້ຢືນຢັນຢ່າງໜັກແໜ້ນ ຕໍ່ຄວາມໝາຍໝັ້ນ ສືບຕໍ່ເພີ່ມທະວີຄວາມເຂັ້ມແຂງຂອງປະຊາຄົມອາຊຽນ, ຮັດແໜ້ນການເຊື່ອມໂຍງ-ເຊື່ອມຈອດດ້ານຕ່າງໆ ໂດຍສະເພາະດ້ານເສດຖະກິດ, ສົ່ງເສີມການຄ້າ-ການລົງທຶນພາຍໃນອາຊຽນ, ຮັດແໜ້ນຄວາມແຕກໂຕນດ້ານການພັດທະນາ ແລະ ການໄປມາຫາສູ່ລະຫວ່າງປະຊາຊົນໃຫ້ຫຼາຍຂຶ້ນ. ຄຽງຄູ່ກັນນີ້, ບັນດາປະເທດອາຊຽນຂອງພວກເຮົາ ກໍຕ້ອງສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັບຄູ່ຮ່ວມມືພາຍນອກ ເຮັດໃຫ້ບົດບາດສໍາຄັນກາຍເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປ ແລະ ບົດບາດສໍາຄັນຂອງອາຊຽນ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ກ່າວຕື່ມອີກວ່າ: ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ຖືເອົາວຽກງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນໃຈກາງໃນການຂັບເຄື່ອນວຽກງານຂອງປະເທດ ແລະ ສິ່ງສຳຄັນ ລັດຖະບານ ສປປ ລາວ ໄດ້ຮັບຮອງເອົາຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ 2026-2040 ທີ່ເປັນຍຸດທະສາດແຫ່ງການພັດທະນາ ແລະ ປ່ຽນແປງໃໝ່ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສປປ ລາວ ພວກເຮົາ. ພ້ອມເຊື່ອໝັ້ນວ່າ ຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ ນີ້ເປັນໜຶ່ງໝາກຜົນທີ່ສຳຄັນໃນການລິເລີ່ມ ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 (APASTI 2026-2035) ໃຫ້ປະກົດຜົນເປັນຈິງຢ່າງມີວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມເຊື່ອໝັ້ນວ່າ ກອງປະຊຸມລັດຖະມົນຕີ ວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 ກອງປະຊຸມ ທີ່ ສປປ ລາວ ເປັນເຈົ້າພາບ ທີ່ຈະຈັດຂຶ້ນນີ້ ຈະໄດ້ຮັບການສະໜັບສະໜູນ, ເອົາໃຈໃສ່ຢ່າງໃຫ້ສິດຕິດແທດ ລະຫວ່າງ ຄະນະກະກຽມກອງປະຊຸມຂອງ ສປປ ລາວພວກເຮົາ ແລະ ຄະນະກຳມະການກອງເລຂາອາຊຽນ ໂດຍສະເພາະແມ່ນພາຍໃຕ້ການອໍານວຍ ຊ່ວຍຄວບຄຸມບໍລິຫານ ຂອງທ່ານເອງ ຈຶ່ງເຮັດໃຫ້ກອງປະຊຸມດັ່ງກ່າວ ໄດ້ຮັບໝາກຜົນສຳເລັດຕາມຄາດໝາຍ ແລະ ມີຜົນສຳເລັດອັນຈົບງາມ.
ດ້ານ ທ່ານ ປອ ກາວ ກິມ ຮຸນ ໄດ້ມີຄຳເຫັນວ່າ: ໃນນາມຕາງໜ້າໃຫ້ແກ່ກອງເລຂາອາຊຽນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງຍິ່ງ ແລະ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ແກ່ຂ້າພະເຈົ້າ ພ້ອມດ້ວຍຄະນະຜູ້ແທນກອງເລຂາອາຊຽນ ໃນໂອກາດເດີນທາງມາເຄື່ອນໄຫວວຽກງານ ແລະ ເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ (AMMSTI) ຄັ້ງທີ 22 ທີ່ ນະຄອນຫຼວງວຽງຈັນ ໃນຄັ້ງນີ້. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ມີຄວາມພະຍາຍາມຢ່າງຈິງຈັງ ແລະ ຈັດຕັ້ງການກະກຽມຄວາມພ້ອມໃນທຸກໆດ້ານຢ່າງຮອບຄອບ ເພື່ອເປັນເຈົ້າພາບຈັດກອງປະຊຸມຄັ້ງນີ້.
ຂ່າວທີ່ກ່ຽວຂ້ອງ















