Skip to main content

ທ່ານຮອງນາຍົກ, ລັດຖະມົນຕີ ສສກ ຕ້ອນຮັບຮອງລັດຖະມົນຕີກະຊວງວິທະຍາສາດ ສສ ຫວຽດນາມ ໂອກາດມາເຂົ້າຮ່ວມກອງປະຊຸມ AMMSTI-22

29/06/2026
ໃນຕອນບ່າຍວັນທີ 25 ມິຖຸນາ 2026 ນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຂ່ຳນັບຂອງ ທ່ານ ບຸຍ ຮວາງ ເຟືອງ (Bùi Hoàng Phương) ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດມາເຄື່ອນໄຫວເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າພາບ ແລະ ຖືໄດ້ວ່າເປັນຄັ້ງທີສອງ ທີ່ສປປ ລາວ ເປັນເຈົ້າພາບ ແລະ ເປັນຄັ້ງທຳອິດ ທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບກຽດຈັດກອງປະຊຸມດັ່ງກ່າວ.
ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ກ່າວວ່າ: ການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຂອງ ທ່ານ ບຸຍ ຮວາງ ເຟືອງ ພ້ອມດ້ວຍຄະນະ ຖືເປັນນິມິດໝາຍທີ່ດີ ແລະ ມີຄວາມສໍາຄັນຫຼາຍ ເພື່ອເປັນການສືບຕໍ່ຮັດແໜ້ນສາຍພົວພັນຮ່ວມມືໃນຂອບອາຊຽນ ກໍຄືເວທີສາກົນ ລະຫວ່າງ ສອງປະເທດພວກເຮົາໃຫ້ເລິກເຊິງຍິ່ງຂຶ້ນ ແລະ ທັງເປັນຜັນຂະຫຍາຍເນື້ອໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດວິທະຍາສາດ ທີ່ໄດ້ລົງນາມໃນວັນທີ 10 ເມສາ 2023 ແລະ ບົດບັນທຶກການພົບປະເຮັດວຽກ ລະຫວ່າງ ສອງລັດຖະມົນຕີ ທີ່ໄດ້ລົງນາມຮ່ວມກັນ ໃນວັນທີ 16 ທັນວາ 2025 ຜ່ານມາ ໃຫ້ເກີດດອກອອກຜົນ ແລະ ປະກົດຜົນເປັນຈິງ. ທັງນີ້, ຍ້ອນຫວຽດນາມ ເປັນເພື່ອນສະໜິດມິດສະຫາຍ ທີ່ມີຄວາມຈິງໃຈ ເຂົ້າອົກເຂົ້າໃຈ, ມີນໍ້າໃຈ ແລະ ຄວາມສາມັກຄີພິເສດ; ຍ້ອນຫວຽດນາມ ມີບົດຮຽນ ປະສົບການ ຜ່ານຂະບວນການພັດທະນາ ທີ່ສາມາດແບ່ງປັນໃຫ້ແກ່ເພື່ອນສະຫາຍລາວ; ຍ້ອນສອງປະເທດຂອງພວກເຮົາມີພັກ, ລັດຖະບານ ແລະ ປະຊາຊົນ ທີ່ມີມູນເຊື້ອຮັກແພງສາມັກຄີ ຊ່ວຍເຫຼືອກັນຢ່າງໜຽວແໜ້ນ. ດັ່ງນັ້ນ, ການພົວພັນຮ່ວມມື ຂອງສອງກະຊວງ ຂອງພວກເຮົາ ຈຶ່ງມີທ່າກ້າວຂະຫຍາຍ ໃນຈັງຫວະທີ່ວ່ອງໄວ, ໜັກແໜ້ນ ແລະ ເປັນຮູບປະທໍາ.
ໃນໄລຍະ 5 ປີ ຜ່ານມາ ສອງຝ່າຍກໍໄດ້ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ຢ່າງເປັນປະຈໍາ, ໄດ້ມີບາງໂຄງການຮ່ວມກັນ, ອັນທີ່ພົ້ນເດັ່ນທີ່ສຸດແມ່ນໂຄງການສໍາຫຼວດທ່າແຮງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ປີ 2020 ແລະ ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະ ຝ່າຍລາວ ກໍໄດ້ສໍາເລັດການຄັດເລືອກພະນັກງານ ຈໍານວນ 20 ທ່ານ ໄປກໍ່ສ້າງຢູ່ສະຖາບັນໄປສະນີ ແລະ ການສື່ສານ ສສ ຫວຽດນາມ. ພ້ອມກັນນີ້, ທາງລັດຖະບານ ສປປ ລາວ ກໍໄດ້ຮັບຮອງເອົາຍຸດທະສາດ ແລະ ແຜນພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງຊາດ 2026-2040 ທີ່ເປັນຍຸດທະສາດແຫ່ງການພັດທະນາ ແລະ ປ່ຽນແປງໃໝ່ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຂອງ ສປປ ລາວ ພວກເຮົາ.
ຢ່າງໃດກໍຕາມ, ຜົນສຳເລັດທີ່ຍາດມາໄດ້ຂ້າງເທິງນັ້ນ ຈະກາຍເປັນທ່າແຮງໃນການຮ່ວມມືກັນໃນຫຼາຍຂົງເຂດ ດັ່ງທີ່ພວກເຮົາໄດ້ກຳນົດຮ່ວມກັນໃນບົດບັນທຶກຄວາມເຂົ້າໃຈ ແລະ ບົດບັນທຶກການພົບປະ ທີ່ສອງລັດຖະມົນຕີໄດ້ຮ່ວມກັນລົງນາມໃນໄລຍະ ແລະ ໃນຂົງເຂດອື່ນໆ ເຊິ່ງພວກເຮົາຈະໄດ້ສືບຕໍ່ປຶກສາຫາລືກັນ ບົນພື້ນຖານຫຼັກການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ບົນຈິດໃຈຄວາມສາມັກຄີ. ພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ.
ໂອກາດດຽວກັນ, ທ່ານ ບຸຍ ຮວາງ ເຟືອງ ໄດ້ຕາງໜ້າໃຫ້ແກ່ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານຮອງນາຍົກລັດຖະມົນຕີ ກໍຄືຄະນະນຳ ແລະ ພະນັກງານຂອງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານະສະຫາຍອ້າຍນ້ອງຢ່າງແທ້ຈິງ. ພ້ອມທັງສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ໂດຍສະເພາະແມ່ນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ທີ່ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22 (AMMSTI-22) ໃນຄັ້ງນີ້. ນີ້ຄືການຢັ້ງຢືນເຖິງບົດບາດ ແລະ ອິດທິພົນອັນພົ້ນເດັ່ນຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ຢ່າງບໍ່ຢຸດຢັ້ງ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ