Skip to main content

ສປປ ລາວ ຈັດງານລ້ຽງຕ້ອນຮັບຄະນະຜູ້ແທນກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ອາຊຽນ ຄັ້ງທີ 22

29/06/2026

ໃນຕອນຄ່ຳວັນທີ 25 ມິຖຸນາ 2026 ທີ່ໂຮງແຮມ ຮໍລິເດ ອິນ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດງານລ້ຽງອາຫານຄ່ຳຕ້ອນຮັບຄະນະຜູ້ແທນກອງປະຊຸມລັດຖະມົນຕີອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 22 (AMMSTI-22) ແລະ ບັນດາຄູ່ຮ່ວມເຈລະຈາ ຈາກ ສປ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ແລະ ທ່ານ ປອ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສຈາກປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກ່າວວ່າ: ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ຖືເປັນກຽດຢ່າງຍິ່ງ ທີ່ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ຄັ້ງທີ 22 (AMMSTI-22) ແລະ ບັນດາກອງປະຊຸມປິ່ນອ້ອມອື່ນໆທີ່ກ່ຽວຂ້ອງ. ກອງປະຊຸມໃນຄັ້ງນີ້ ແມ່ນຈັດຂຶ້ນໃນເວລາທີ່ເໝາະສົມ ແລະ ມີຄວາມສໍາຄັນຢ່າງຍິ່ງ ໂດຍສະເພາະ ປີນີ້ແມ່ນເປັນຂີດໝາຍແຫ່ງການເລີ່ມຕົ້ນ ແລະ ຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ (APASTI) 2026-2035. ການເລີ່ມຕົ້ນດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈຮ່ວມກັນຂອງພວກເຮົາ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອເປັນເສົາຄໍ້າທາງຍຸດທະສາດ ສໍາລັບການພັດທະນາແບບຍືນຍົງ, ການເຕີບໂຕທາງເສດຖະກິດ ແລະ ການກ້າວໄປສູ່ຄວາມເຂັ້ມແຂງໃນລະດັບພາກພື້ນ ແລະ ສາກົນ ເຊິ່ງສປປ ລາວ ໄດ້ຢັ້ງຢືນຄືນໃໝ່ເຖິງຄວາມມຸ່ງໝັ້ນຂອງພວກເຮົາ ໂດຍຜ່ານການຮັບຮອງເອົາຍຸດທະສາດແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ 2026-2040 ໃນທ້າຍປີ 2025 ທີ່ຜ່ານມາ.

ການໂຮມຊຸມນຸມໃນຄໍ່າຄືນນີ້ ແມ່ນມີຄວາມໝາຍຫຼາຍກວ່າພິທີການທົ່ວໄປ, ເພາະສະແດງໃຫ້ເຫັນເຖິງມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືອັນສະໜິດແໜ້ນ. ພ້ອມກັນນັ້ນ, ມັນຍັງເປັນໂອກາດອັນມີຄ່າໃນການຮັດແໜ້ນຄວາມສໍາພັນສ່ວນຕົວ, ຮ່ວມມືຢ່າງເລິກເຊິ່ງກວ່າເກົ່າ ແລະ ຮ່ວມກັນສ້າງວິໄສທັດຮ່ວມກັນ ສໍາລັບປະຊາຄົມອາຊຽນ ທີ່ມີນະວັດຕະກໍາ, ສາມາດປັບຕົວໄດ້ ແລະ ພ້ອມກັນຮັບມືກັບອະນາຄົດ. ໃນໂອກາດອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າ ມີຄວາມຍິນດີເປັນຢ່າງຍິ່ງ ຂໍຮຽນເຊີນທຸກໆທ່ານ ຮ່ວມຮັບປະທານອາຫານຄໍ່າໃນຄໍ່າຄືນນີ້. ພ້ອມເຊີນທຸກທ່ານຮ່ວມຊົມການສະແດງສິລະປະ-ວັດທະນະທຳ ຈາກບັນດານັກສິລະປິນທີ່ມີຄວາມສາມາດຂອງ ສປປ ລາວ.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ