ໂຮມຊຸມນຸມວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ ພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ ຫ່າງໄກຢາເສບຕິດ”
29/06/2026

ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມິຖຸນາ 1987-26 ມິຖຸນາ 2026) ໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2026 ນີ້ ໄດ້ມີພິທີໂຮມຊຸມນຸມພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ ຫ່າງໄກຢາເສບຕິດ” ໂດຍໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍບັນດາຮອງລັດຖະມົນຕີກະຊວງ, ອົງການທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນອ້ອມຂ້າງສູນກາງ, ບັນດາການນໍາພັກ-ລັດ, ອົງການຈັດຕັ້ງທີ່ກ່ຽວຂ້ອງພາກລັດ-ເອກະຊົນ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ.
ໂອກາດດັ່ງກ່າວ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນໃນພິທີໂຮມຊຸມນຸມຄັ້ງນີ້ວ່າ: ຕໍ່ກັບສະພາບບັນຫາຢາເສບຕິດຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງນັບແຕ່ຕົວເມືອງຫາຊົນນະບົດລວມທັງເຂດຫ່າງໄກສອກຫຼີກເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳປະເພດຕ່າງໆ ຈຳນວນຄະດີຢາເສບຕິດ ຜູ້ຖືກຫາ ຜູ້ຕິດເສບ ແລະ ຈຳນວນຢາເສບຕິດແຕ່ລະປະເພດນັບມື້ນັບເພີ່ມຂຶ້ນຢ່າງໜ້າເປັນຫວ່ງໃນແຕ່ລະປີ ເລ່ຫຼ່ຽມກົນອຸບາຍໃນການເຄື່ອນໄຫວລັກລອບຂົນສົ່ງ ຄ້າຂາຍຢາເສບຕິດມີລັກສະນະເລີກແລບແນບນຽນດ້ວຍຫຼາຍຮູບແບບວິທີການທີ່ສະລັບສັບຊ້ອນ ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ ມີການເຊື່ອມໂຍງກັນທັງຢູ່ພາຍໃນ ແລະ ຕ່າງປະເທດ ນຳໃຊ້ພາຫະນະ ວັດຖຸອຸປະກອນທີ່ທັນສະໄໝ ແລະ ອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ ໃນຊຸມປີທີ່ຜ່ານມາພັກ-ລັດຖະບານ ກຳລັງປ້ອງກັນຄວາມສະຫງົບກໍຄືອົງການປົກຄອງທ້ອງຖິ່ນໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດເປັນວຽກບູລິມະສິດທີ່ສໍາຄັນ ຈໍາເປັນ ຮີບດ່ວນ ແລະ ຊີ້ນໍາ-ນຳພາການແກ້ໄຂບັນຫາຢາເສບຕິດຢ່າງຈົດຈໍ່ເອົາຈິງເອົາຈັງໂດຍສົມທົບຫຼາຍມາດຕະການເພື່ອແກ້ໄຂເຊັ່ນ ໄດ້ສ້າງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2025 ມີກົດໝາຍ ແລະ ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຢາເສບຕິດແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນໂດຍແມ່ນກະຊວງປ້ອງກັນຄວາມສະຫງົບ (ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ) ເປັນໃຈກາງ ພາຍຫຼັງສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນມະຕິກອງປະຊຸມສະພາແຫ່ງຊາດໄດ້ຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ (2021 – 2025) ເຫັນວ່າວຽກງານແກ້ໄຂບັນຫາຢາເສບຕິດແມ່ນມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ເປັນແຜນງານແຫ່ງຊາດພ້ອມທັງສືບຕໍ່ປັບປຸງກົດໝາຍ ນີຕິກຳລຸ່ມກົດໝາຍຈໍານວນໜື່ງເພື່ອຮັບປະກັນໃຫ້ແກ່ວຽກງານແກ້ໄຂບັນຫາຢາເສບຕິດແຕ່ປີ 2026-2030 ໃຫ້ມີຜົນສໍາເລັດ ເຖິງວ່າໄລຍະຜ່ານມາການຈັດຕັ້ງປະຕິບັດວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ມີຜົນສໍາເລັດຫຼາຍດ້ານທີ່ເປັນພື້ນຖານແລ້ວກໍ່ຕາມ ແຕ່ກໍ່ຍັງມີຫຼາຍບັນຫາທີ່ຄົງຄ້າງຄື ຄະນະພັກ-ຄະນະນໍາກະຊວງ ອົງການຂັ້ນສູນກາງ ອົງການປົກຄອງທ້ອງຖິ່ນຈໍານວນໜຶ່ງຍັງບໍ່ທັນໄດ້ຍົກສູງໃນການນໍາພາ ຊີ້ນໍາໃນວຽກງານແກ້ໄຂບັນຫາຢາເສບຕິດ.
ໂອກາດນີ້, ຈຶ່ງຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດຖະບານ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງກໍຄື ປະຊາຊົນລາວບັນດາເຜົ່າຈົ່ງຮ່ວມແຮງຮ່ວມໃຈກັນຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດທີ່ເປັນຄວາມຮັບຜິດຊອບທົ່ວປວງຊົນໂດຍຖືເອົາວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນທະ ເປັນໜ້າທີ່ຂອງທຸກພາກສ່ວນນັບແຕ່ສູນກາງຮອດທ້ອງຖິ່ນ ພ້ອມທັງກຳນົດເອົາວຽກງານດັ່ງກ່າວເປັນວຽກຈໍາເປັນໜຶ່ງທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ ສຶກສາອົບຮົມ ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫຼາຍຮູບການເພື່ອປູກຈິດສໍານຶກໃຫ້ປະຊາຊົນລາວທຸກຄົນໂດຍສະເພາະແມ່ຍິງ ຊາວໜຸ່ມ ເຍົາວະຊົນເຫັນໄດ້ເຖິງຜິດໄພ ຜົນຮ້າຍຂອງຢາເສບຕິດ ຮັບຮູ້ ເຂົ້າໃຈລະບຽບກົດໝາຍທີ່ພົວພັນກັບຢາເສບຕິດ ປຸກລະດົມຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ ຕື່ນຕົວ ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານຄວບຄຸມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຫ້າວຫັນຕໍ່ເນື່ອງ ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ ວຽກງານບຳບັດປິ່ນປົວຟື້ນຟູສຸຂະພາບ ແລະ ເຝິກວິຊາຊີບເພື່ອໃຫ້ເຂົາເຈົ້າ ສືບຕໍ່ສ້າງ ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍລວມທັງການສ້າງຄວາມເຂັ້ງແຂງໃນວຽກງານຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວແຕ່ສູນກາງລົງຮອດທອ້ງຖິ່ນ.
ໃນພິທີດັ່ງກ່າວ, ຜູ້ເຂົ້າຮ່ວມຍັງໄດ້ຊົມສາລະຄະດີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຊົມຮູບພາບວາງສະແດງຜົນງານການແກ້ໄຂບັນດາລາຍຢາເສບຕິດໃນໄລຍະຜ່ານມາ ແລະ ກິດຈະກຳ ຖາມ-ຕອບ ແລກປ່ຽນຄວາມຮູ້ກ່ຽວກັບຜົນຮ້າຍ ຄວາມເປັນອັນຕະລາຍ ວິທີປ້ອງກັນສະກັດກັ້ນບັນຫາຢາເສບຕິດ ເພື່ອເຮັດຜູ້ເຂົ້າຮ່ວມເວົ້າລວມເວົ້າສະເພາະຊາວໜຸ່ມ-ແມ່ຍິງທີ່ຕ່າງໜ້າຈາກບັນດາກະຊວງ ອົງການ ໄດ້ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ພ້ອມກັນມີສ່ວນຮ່ວມໃນການສຸມໃສ່ແກ້ໄຂບັນຫາຢາເສບຕິດໃຫ້ໝົດໄປຈາກສັງຄົມລາວເຮົາ.
ພາບ-ຂ່າວ: ບຸນທະວີ ນະວົງສາ
ຂ່າວທີ່ກ່ຽວຂ້ອງ















