ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
14/09/2026

ໃນຕອນເຊົ້າຂອງວັນທີ 11 ກັນຍາ 2026, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຈາກສູນກາງ ໄດ້ເດີນທາງໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບຜູ້ບໍລິຫານໂຮງຮຽນ, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ຢູ່ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ເນື່ອງໃນໂອກາດເປີດສົກຮຽນໃໝ່ ປີ 2026–2027. ເຊິ່ງຮ່ວມເດີນທາງຕິດຕາມ ແລະ ຕ້ອນຮັບໃນຄັ້ງນີ້ມີທ່ານ ປອ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການປົກຄອງແຂວງຄຳມ່ວນ, ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ, ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ ແລະ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ພ້ອມດ້ວຍຄະນະ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດອັນມີຄວາມໝາຍນີ້, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບທຶນສະໜັບສະໜູນຈຳນວນໜຶ່ງ ເພື່ອຊຸກຍູ້ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຮຽນ-ການສອນຂອງໂຮງຮຽນ. ຈາກນັ້ນ, ທ່ານຍັງໄດ້ເລາະຕິດຕາມເບິ່ງການສິດສອນຕົວຈິງຂອງຄູ-ອາຈານ ເເຕ່ລະຊັ້ນຮຽນ, ພ້ອມທັງຮັບຟັງການລາຍງານສະພາບຄວາມເປັນຈິງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ເພື່ອຊອກຫາທິດທາງ ແລະ ມາດຕະການສະໜັບສະໜູນໃຫ້ເໝາະສົມໃນຕໍ່ໜ້າ.
ໂອກາດດັ່ງກ່າວ, ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ເກຽດກ່າວມີຄຳເຫັນໂອ້ລົມ ເຊິ່ງທ່ານໄດ້ເນັ້ນໜັກວ່າ: “ການສຶກສາແມ່ນພື້ນຖານອັນສຳຄັນຍິ່ງຂອງການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາປະເທດຊາດ. ດັ່ງນັ້ນ, ສະຖານການສຶກສາທຸກແຫ່ງຕ້ອງເອົາໃຈໃສ່ທັງຄຸນນະພາບການສອນ, ການພັດທະນາຄູ-ອາຈານ ແລະ ການປັບປຸງສະພາບແວດລ້ອມການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນເລື້ອຍໆ.” ພ້ອມດຽວກັນນີ້, ທ່ານຍັງໄດ້ເນັ້ນໃຫ້ ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອອັນດີງາມ ໃນການສ້າງ ແລະ ພັດທະນານັກຮຽນເກັ່ງ ໃຫ້ກວມເອົາທັງລະດັບໂຮງຮຽນ, ເມືອງ, ແຂວງ ແລະ ລະດັບຊາດຢ່າງຕໍ່ເນື່ອງ.














