Skip to main content

ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ

14/09/2026
ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of Convention on Cluster Munitions) ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 14 ກັນຍາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ. ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ອາມິດາ ຊານຊີອາ ອາລິດຈາບານາ (Armida Salsiah Alisjahbana) ຮອງເລຂາທິການໃຫຍ່ອົງການ ສປຊ ແລະ ເລຂາທິການ ຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ(UN ESCAP), ມີການນຳພັກ, ລັດ, ຄະນະຜູ້ແທນສາກົນ ຈາກ 120 ກວ່າປະເທດ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການເປັນເຈົ້າພາບກອງປະຊຸມສາກົນຄັ້ງນີ້, ມີຄວາມໝາຍສໍາຄັນເປັນພິເສດສໍາລັບ ສປປ ລາວ ຊຶ່ງໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງອັນສະເໝີຕົ້ນສະເໝີປາຍຂອງ ລັດຖະບານ ສປປ ລາວ ໃນການປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນ ເພື່ອພາລະກິດການປົກປັກຮັກສາສັນຕິພາບໃນໂລກ ໂດຍຜ່ານຂະບວນການ ຂອງສົນທິສັນຍາ CCM ໄປຄຽງຄູ່ກັບການ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ພາຍໃນປະເທດ ຊຶ່ງຈະປະກອບສ່ວນຜົນປະໂຫຍດໂດຍກົງຕໍ່ປະຊາຊົນລາວ ໂດຍສະເພາະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ວ່າດ້ວຍຊີວິດປອດໄພຈາກລະເບີດບໍ່ທັນແຕກ (SDG18).”
ໃນຖານະເປັນໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ຈາກລະເບີດລູກຫວ່ານ, ສປປ ລາວ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນຂະບວນການຮ່າງ ແລະ ຮັບຮອງເອົາສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ. ເພື່ອໃຫ້ການຈັດຕັ້ງປະຕິບັດສົນທິສັນຍາສາກົນນີ້ ໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍ, ລັດຖະບານລາວ ໄດ້ເຊື່ອມສານບັນດາເປົ້າໝາຍຂອງສົນທິສັນຍາສາກົນ ເຂົ້າໃນແຜນຍຸດທະສາດແຫ່ງຊາດ ຫລື ເອີ້ນວ່າ ເສັ້ນທາງກ້າວສູ່ຄວາມປອດໄພ ສະບັບທີ III (Safe Path Forward III) ໄລຍະແຕ່ 2021-2030 ແລະ ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ (SDG) ເປົ້າໝາຍທີ 18 “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ”

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ