ຄອລ ປະກາດແຕ່ງຕັ້ງ 8 ຄະນະກຳມະການ ຂອງຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທີ 8
24/07/2024

ຄະນະກຳມະການໂອແລມປິກແຫ່ງຊາດລາວ ຫຼື ຄອລ ຈັດພິທີປະກາດແຕ່ງຕັ້ງ 8 ຄະນະກຳມະການ ຂຶ້ນເມື່ອວັນທີ 19 ກໍລະກົດ 2024 ທີ່ສະໂມສອນໃຫຍ່ ຄອລ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ສສກ ທັງເປັນຮອງປະທານ ຄອລ ພ້ອມດ້ວຍບັນດາຄະນະບໍລິຫານງານ ຄອລ ແລະ ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດ ບັນດາຄະນະກຳມະການ.
ໂອກາດນີ້, ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງ ສສກ ທັງເປັນຮອງປະທານ ແລະ ເລຂາທິການ ຄອລ ໄດ້ຜ່ານຂໍ້ຕົກລົງ ແລະ ດຳລັດວ່າ ດ້ວຍການຮັບຮອງເອົາຄະນະບໍລິຫານ ຄະນະກຳມະການໂອແລມປິກແຫ່ງຊາດລາວ ຊຸດທິ 8 ແລະ ທຳມະນູນ ຄອລ ສະບັບປັບປຸງປີ 2024 ຊຶ່ງປະກອບດ້ວຍຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ກຳມະການແພດ ແລະ ສຸຂະພາບ ມີ 11 ທ່ານ ໂດຍແຕ່ງຕັ້ງທ່ານ ຮສ.ປອ.ດຣ ວັນລ່ຽມ ບົວລະວົງ ຊ່ຽວຊານຜ່າຕັດກະດູກ (ພະນັກງານບໍາ) ເປັນຜູ້ຊີ້ນຳລວມ ແລະ ທ່ານ ຮສ.ປອ.ດຣ ອາລົງກອນ ເພັງສະຫວັນ ຮອງອະທິການບໍດີ ຄະນະແພດສາດ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຄະນະບໍລິຫານຄະນະກຳມະການໂອແລມປິກແຫ່ງຊາດລາວ ເປັນຫົວໜ້າ; ແຕ່ງຕັ້ງກຳມະການເຕັກນິກກິລາ ມີ 7 ທ່ານ ໂດຍແຕ່ງຕັ້ງ ທ່ານ ສົມພູ ພົງສາ ຮອງປະທານ ຄອລ ເປັນຜູ້ຊີ້ນຳລວມ, ທ່ານ ສີຈັນ ຈິດປັນຍາ ຮອງຫົວໜ້າກົມລະດັບສູງ ເປັນຫົວໜ້າ; ແຕ່ງຕັ້ງກຳມະການ ການຕະຫຼາດ ແລະ ສິດທິປະໂຫຍດ ມີ 11 ທ່ານ ແຕ່ງຕັ້ງທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ເຈົ້າແຂວງຫຼວງພະບາງ ທັງເປັນຮອງປະທານ ຄອລ ເປັນຜູ້ຊີ້ນຳ ແລະ ທ່ານ ດາວອນ ພະຈັນທະວົງ ຄະນະກຳມະການ ຄອລ ເປັນຫົວໜ້າ.
ນອກຈາກນັ້ນ, ກໍປະກາດແຕ່ງຕັ້ງກຳມະການລະບຽບ ແລະ ກົດໝາຍ ມີ 9 ທ່ານ ໂດຍແຕ່ງຕັ້ງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງປະທານ ຄອລ ເປັນຜູ້ຊີ້ນຳ ແລະ ທ່ານ ສຸລິວັນ ເຊີນວິໄລ ຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ເປັນຫົວໜ້າ, ແຕ່ງຕັ້ງກຳມະການແມ່ຍິງ ແລະ ກິລາ ມີ 9 ທ່ານ ແຕ່ງຕັ້ງ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງປະທານ ຄອລ ເປັນຜູ້ຊີ້ນຳ ແລະ ທ່ານ ນາງ ພູໄຊ ແພງພົງ ຮອງຫົວໜ້າກົມກິລາລະດັບສູງ, ຮອງເລຂາທິການ ຄອລ ເປັນຫົວໜ້າ, ແຕ່ງຕັ້ງກຳມະການພັດທະນາກິລາເພື່ອສັງຄົມ ມີ 11 ທ່ານ ແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ສສກ, ຮອງປະທານ ຄອລ ເປັນຜູ້ຊີ້ນຳ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສືກສາ ເປັນຫົວໜ້າ.
ແຕ່ງຕັ້ງກຳມະການວັດທະນະທຳກິລາ ແລະ ສືກສາ ມີ 7 ທ່ານ ແຕ່ງຕັ້ງ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ທີ່ປຶກສາ ຄອລ ເປັນຜູ້ຊີ້ນໍາ, ທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ ເປັນຫົວໜ້າ ແລະ ແຕ່ງຕັ້ງກຳມະການສື່ມວນຊົນ ມີ 11 ທ່ານ ແຕ່ງຕັ້ງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ສສກ, ຮອງປະທານ ຄອລ ເປັນຜູ້ຊີ້ນຳ ແລະ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນຫົວໜ້າ ແລະ ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ແລະ ທ່ານ ດວງມະນີ ໂສລິພັນ ຮອງປະທານບໍລິສັດ ລາວອາດມີເດຍ ເປັນຮອງ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ-ມະຫາວິທະຍາໄລ ກິວລອງ ເປີດສູນຝຶກອົບຮົມພາສາຫວຽດນາມຢູ່ ສປປ ລາວ
- ສວສ ຫາລື-ຄົ້ນຄວ້າການກໍານົດຂອບເນື້ອໃນຫຼັກສູດຊັ້ນມັດທະຍົມສຶກສາ ສົ່ງເສີມການຮຽນການສອນໃຫ້ມີຄຸນນະພາບ
- ສສກ-ດີວີວີ ຫາລືການພັດທະນານະໂຍບາຍການຮຽນຮູ້ຕະຫຼອດຊີວິດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ ຈາກທັດສະນະທົ່ວໂລກທີ່ມີໃນປະຈຸບັນ
- ສໍາເລັດກອງປະຊຸມການຕິດຕາມ ຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ ຢູ່ ສປປ ລາວ
- ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງເສີມການໄປສຶກສາ ທີ່ປະເທດຍີ່ປຸ່ນ
- ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ
