ສສກ ຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປີ 2025

ກົມການສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານຂະແໜງການຍ່ອຍການສຶກສາກ່ອນໄວຮຽນ ປະຈຳສົກປີ 2023-2024 ແລະ ແຜນວຽກຈຸດສຸມ ປະຈໍາປີ 2025 ໃນລະຫວ່າງວັນທີ 29 ຫາ 31 ຕຸລາ 2024 ທີ່ຫ້ອງປະຊຸມສະໂມສອນໄຟຟ້ານໍ້າງື່ມ 1 (ທ່າລາດ) ແຂວງວຽງຈັນ ໂດຍພາຍໃຕ້ການເປັນປະທານໃນພິທີເປີດຂອງທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ນາງ ສີພາພອນ ມະນີວັນ ຫົວໜ້າກົມການສຶກສາກ່ອນໄວຮຽນ ພ້ອມດ້ວຍຄະນະ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນກະຊວງສຶກສາທິການ ແລະ ກິລາ, ໂຮງຮຽນອະນຸບານສຶກສາ, ສາທາ ແລະ ໂຮງຮຽນພາກເອກະຊົນ, ຫົວໜ້າ-ຮອງຫົວໜ້າຂະແໜງການສຶກສາກ່ອນໄວຮຽນ ຈາກນະຄອນຫຼວງວຽງຈັນ ແລະ 17 ແຂວງທົ່ວປະເທດເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ປອ ສຳລານ ພັນຄະວົງ ໄດ້ກ່າວວ່າ: ພັກ ແລະ ລັດຖະບານ ຖືເອົາການພັດທະນາວຽກງານການສຶກສາກ່ອນໄວຮຽນເປັນບຸລິມະສິດໜຶ່ງທີ່ສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ໂດຍເລີ່ມຈາກການພັດທະນາເດັກແຕ່ເຍົາໄວເປັນຕົ້ນ ເພື່ອສົ່ງເສີມໃຫ້ເດັກມີການຂະຫຍາຍຕົວເໝາະສົມກັບໄວອາຍຸ ແລະ ສົ່ງເສີມທາງດ້ານພັດທະນາຮ່າງກາຍ, ສະຕິປັນຍາ, ອາລົມຈິດ ແລະ ສັງຄົມຕະຫຼອດເຖິງການຮຽນຮູ້ປະສົບການຊີວິດ ເພື່ອກຽມຄວາມພ້ອມເຂົ້າຮຽນໃນຊັ້ນປະຖົມສຶກສາຢ່າງມີຄຸນນະພາບ.
ໃນສົກຮຽນ 2023-2024 ເປັນສົກຮຽນທີ່ມີອັດຕາການເຂົ້າຮຽນຂອງເດັກໃນແຕ່ລະເກນອາຍຸບັນລຸຕາມເປົ້າໝາຍທີ່ກຳນົດໄວ້ໃນແຜນພັດທະນາຂະແໜງການຍ່ອຍການສຶກສາກ່ອນໄວຮຽນ. ນອກຈາກບັນລຸແລ້ວ ຍັງເຫັນວ່າການເຂົ້າຮຽນໃນຊັ້ນການສຶກສາກ່ອນໄວຮຽນມີທ່າອ່ຽງທີ່ດີ ຖ້າທຽບໃສ່ສົກຮຽນ 2022-2023 ຜ່ານມາ, ແຕ່ລະອັດຕາເຂົ້າຮຽນຂອງການສຶກສາກ່ອນໄວຮຽນໃນຂອບເຂດທົ່ວປະເທດ ເຫັນວ່າບັນລຸຕາມຄາດໝາຍທີ່ໄດ້ກໍານົດໄວ້ໃນສົກຮຽນຜ່ານມາ ແລະ ສາມາດບັນລຸໄດ້ຕາມຕົວຊີ້ບອກທີ່ກໍານົດໄວ້.
ພ້ອມກັນນີ້, ທ່ານ ຮອງລັດຖະມົນຕີ ສສກ ຍັງໄດ້ກ່າວວ່າ: ເພື່ອເປັນທິດທາງໃນການດໍາເນີນກອງປະຊຸມຄັ້ງນີ້, ຂໍຮຽກຮ້ອງມາຍັງບັນດາທ່ານຜູ້ຮັບຜິດຊອບນຳສະເໜີເອກະສານຕາມວາລະກອງປະຊຸມ ນໍາສະເໜີບົດ, ຄໍາເຫັນດ້ວຍຄວາມຮັບຜິດຊອບ, ຍົກໃຫ້ເຫັນບັນຫາ ແລະ ເນື້ອໃນທີ່ສໍາຄັນທີ່ຈະໃຫ້ກອງປະຊຸມຊ່ວຍຄົ້ນຄວ້າປະກອບຄໍາເຫັນ ແລະ ເປັນເອກະພາບກັນ, ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈົ່ງເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນໃສ່ເນື້ອໃນກອງປະຊຸມຢ່າງສ້າງສັນ, ດ້ວຍຄວາມຮັບຜິດຊອບສູງ ແລະ ກົງໄປກົງມາ-ຖືກຈຸດ; ຜູ້ບໍລິຫານການສຶກສາຂັ້ນກົມ/ຫ້ອງການ/ສະຖາບັນ/ສູນ ໂດຍສະເພາະ ຫົວໜ້າ-ຮອງຫົວໜ້າຂະແໜງການສຶກສາກ່ອນໄວຮຽນຈາກພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ເປັນເຈົ້າການ ເອົາໃຈໃສ່ປັບປຸງຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງການຄຸ້ມຄອງການສຶກສາກ່ອນໄວຮຽນ ແລະ ການຈັດການຮຽນການສອນດ້ວຍຄວາມຮັບຜິດຊອບສູງ ໂດຍສອດຄ່ອງກັບພາລະບົດບາດໃນການຄຸ້ມຄອງບໍລິຫານຂອງກົມ/ສະຖາບັນ/ສູນ/ຂະແໜງ ແລະ ໜ່ວຍງານ ທີ່ກ່ຽວຂ້ອງກັບການສຶກສາກ່ອນໄວຮຽນ;
ນຳເອົາບົດຮຽນທີ່ດີ ເພື່ອແລກປ່ຽນໃນກອງປະຊຸມນີ້ ນຳໄປເຜີຍແຜ່ ແລະ ລາຍງານໃຫ້ຄະນະນໍາ ຫຼື ຜູ້ຮັບຜິດຊອບຮັບຊາບຢ່າງທົ່ວເຖິງ; ຮັບປະກັນໃຫ້ການຈັດຕັ້ງປະຕິິບັດການສຶກສາກ່ອນໄວຮຽນມີຄຸນນະພາບ ໂດຍມີເປົ້າໝາຍເພື່ອສົ່ງເສີມໃຫ້ເດັກກ່ອນໄວຮຽນໄດ້ຮັບການເບິ່ງແຍງ ລ້ຽງດູໃຫ້ມີສຸຂະພາບ ແລະ ໂພຊະນາການທີ່ດີ, ສົ່ງເສີມໃຫ້ເດັກໄດ້ຮັບການພັດທະນາທາງດ້ານຕ່າງໆໃນການກຽມຄວາມພ້ອມກ່ອນເຂົ້າຮຽນໃນຊັ້ນປະຖົມ ດ້ວຍຮູບແບບທີ່ສອດຄ່ອງກັບແຕ່ລະທ້ອງຖິ່ນ; ຜູ້ອຳນວຍການ ແລະ ປະກອບການໂຮງຮຽນລ້ຽງເດັກອະນຸບານພາກເອກະຊົນ ແລະ ໂຮງຮຽນ ອະນຸບານຂອງລັດ ຈົ່ງເອົາໃຈໃສ່ສ້າງ ແລະ ປັບປຸງພຶ້ນຖານໂຄ່ງລ່າງຂອງສະຖານການສຶກສາກ່ອນໄວຮຽນໃຫ້ຮັບປະກັນຄວາມປອດໄພແກ່ເດັກ ພ້ອມທັງສະໜອງສື່ ແລະ ອຸປະກອນການຮຽນການສອນ, ເຄື່ອງຫຼິ້ນ ແລະ ສິ່ງອຳນວຍຄວາມສະດວກທີ່ສອດຄ່ອງ ແລະ ເໝາະສົມກັບເດັກ ແລະ ສິ່ງອື່ນໆ ທີ່ຈຳເປັນສຳລັບເດັກ. ຫຼັງຈາກກອງປະຊຸມສຳເລັດແລ້ວ, ກົມການສຶກສາກ່ອນໄວຮຽນ, ບັນດາພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ພາກສ່ວນກ່ຽວຂ້ອງ ຈະຕ້ອງໄດ້ນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມນີ້ ໂດຍສະເພາະການພັດທະນາວຽກງານການສຶກສາກ່ອນໄວຮຽນ ແລະ ແຜນວຽກຈຸດສຸມ ປະຈໍາປີ 2025 ແລະ ບົດບັນທຶກຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍເປັນແຜນການຈັດຕັ້ງປະຕິບັດວຽກງານການສຶກສາກ່ອນໄວຮຽນ ປະຈໍາປີຂອງຕົນເອງໃຫ້ສຳເລັດ.
ທ່ານ ນາງ ສີພາພອນ ມະນີວັນ ໄດ້ຜ່ານຜົນສຳເລັດການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນ ປະຈໍາສົກຮຽນ 2023-2024 ຊຶ່ງຈໍານວນນັກຮຽນຊັ້ນການສຶກສາກ່ອນໄວຮຽນມີ 247.242 ຄົນ (ເພີ່ມຂຶ້ນ 5.789 ຄົນ), ຈໍານວນຫ້ອງຮຽນເພີ່ມຂຶ້ນ. ໃນນີ້, ຫ້ອງອະນຸບານເພີ່ມຂຶ້ນ 91 ຫ້ອງ, ຫ້ອງລ້ຽງເດັກ ເພີ່ມຂຶ້ນ 110 ຫ້ອງ, ກຸ່ມຮຽນຜ່ານຫານຫຼິ້ນ ຈໍານວນ 84 ແຫ່ງ; ກຸ່ມພັດທະນາເດັກໃນຊຸມຊົນສຳລັບເດັກອາຍຸ 3-4 ປີ ມີຈຳນວນ 245 ແຫ່ງ; ຫ້ອງອະນຸບານທີ່ຈັດການສອນຄວບອາຍຸ ສຳລັບເດັກ ອາຍຸ 3-5 ປີ ມີຈໍານວນ 254 ຫ້ອງ; ກຸ່ມຈັດການກຽມຄວາມພ້ອມໄລຍະພັກສິ້ນປີຮຽນ 10 ອາທິດ ມີຈໍານວນ 30 ຫ້ອງ; ການກຽມຄວາມພ້ອມດ້ານການອ່ານ ສຳລັບເດັກ ອາຍຸ 5 ປີ.
ສ່ວນຜົນສໍາເລັດຂອງຜົນໄດ້ຮັບລະດັບສູງ ສຳລັບການສຶກສາກ່ອນໄວຮຽນ ປະກອບມີ ນັກຮຽນອາຍຸ 3-5 ປີ ໄດ້ຜ່ານການກຽມຄວາມພ້ອມທາງດ້ານການຮຽນດ້ວຍຫຼາຍແຜນງານ ແລະ ໄດ້ຮັບການສົ່ງເສີມການກຽມຄວາມພ້ອມດ້ານການຮຽນອ່ານ; ຄູສອນ, ຜູ້ດູແລເດັກ, ວິຊາການການສຶກສາກ່ອນໄວຮຽນຂັ້ນເມືອງ, ແຂວງ ໄດ້ຮັບການອົບຮົມ ແລະ ໄດ້ຮັບການຊ່ວຍເຫຼືອດ້ານການຈັດການຮຽນການສອນ; ສຳເລັດການສ້າງ ແລະ ປັບປຸງບັນດານິຕິກຳ, ຄູ່ມືຄູ, ຄູ່ມືຄູຝຶກ ແລະ ປື້ມນິທານສຳລັບເດັກ ເປັນຕົ້ນແມ່ນດໍາລັດວ່າດ້ວຍການສຶກສາກ່ອນໄວຮຽນ, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຫຼັກສູດ ແລະ ການຈັດການຮຽນການສອນ ສໍາລັບຊັ້ນການສຶກສາກ່ອນໄວຮຽນ ແລະ ມາດຕະຖານຄຸນນະພາບຂັ້ນພື້ນຖານ ຊັ້ນອະນຸບານສຶກສາ ສະບັບທົດລອງນຳໃຊ້; ປຶ້ມຄູ່ມືການພັດທະນາໂຮງຮຽນ ຕາມມາດຕະຖານຄຸນນະພາບ ຂັ້ນພື້ນຖານ ຊັ້ນອະນຸບານສຶກສາ, ອົບຮົມການນຳໃຊ້ ແລະ ທົດລອງນຳໃຊ້; ສະຖານການສຶກສາກ່ອນໄວຮຽນຈຳນວນໜຶ່ງໄດ້ຮັບອຸປະກອນການຮຽນການສອນ, ເຄື່ອງຫຼິ້ນ ແລະ ປື້ມອ່ານ/ປຶ້ມນິທານ; ນັກຮຽນອາຍຸ 3-5 ປີ ຈໍານວນໜຶ່ງໄດ້ກິນອາຫານທ່ຽງ ພ້ອມໆກັບນັກຮຽນປະຖົມໃນໂຮງຮຽນທີ່ມີໂຄງການອາຫານໃນໂຮງຮຽນ.
ນອກຈາກນີ້, ໃນກອງປະຊຸມຍັງໄດ້ຮັບຟັງກ່ຽວກັບແຜນວຽກຈຸດສຸມ ປະຈໍາປີ 2025, ການເຜີຍແຜ່ຜົນສໍາເລັດໃນການຈັດກອງປະຊຸມລັດຖະມົນຕີສຶກສາອາຊຽນ ກ່ຽວກັບການຮັບປະກັນການເຂົ້າເຖິງການດູແລ ແລະ ການສຶກສາກ່ອນໄວຮຽນທີ່ມີຄຸນນະພາບ ແລະ ຜົນສຳເລັດການສ້າງດຳລັດ ວ່າດ້ວຍການສຶກສາກ່ອນໄວຮຽນ. ພ້ອມກັນນັ້ນ, ຍັງໄດ້ແລກປ່ຽນບົດຮຽນດ້ານວິຊາການຮ່ວມກັນ ກ່ຽວກັບການສົ່ງເສີມ ແລະ ການຄຸ້ມຄອງການຈັດຕັ້ງປະຕິບັດການສຶກສາກ່ອນໄວຮຽນ, ການຕິດຕາມການຈັດຕັ້ງປະຕິບັດວຽກນໍ້າ ແລະ ສຸຂະອະນາໄມໃນຮູບແບບ 3 ດາວ ສໍາລັບສະຖານການສຶກສາກ່ອນ; ບັນດາໂຄງການສຶກສາກ່ອນໄວຮຽນ ຫື ແຜນງານກຽມຄວາມພ້ອມໃຫ້ເດັກນ້ອຍອະນຸບານ, ພ້ອມທັງໄດ້ຮ່ວມກັນປຶກສາຫາລືໃນການເປັນເຈົ້າການຈັດຕັ້ງປະຕິບັດແຜນຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະບໍລິຫານງານສູນກາງພັກຄັ້ງທີ XI ຂອງກະຊວງສຶກສາທິການ ແລະ ກິລາ ໂດຍສະເພາະ ແຜນປະຕິບັດການສອນເຄື່ອນທີ່ສຳລັບການສຶກສາກ່ອນໄວຮຽນ ໃນສົກຮຽນ 2025-2026.
ໂດຍ ດາວຫວຽດ
ຂ່າວທີ່ກ່ຽວຂ້ອງ