Skip to main content

ສສກ-ອົດສະຕຣາລີ ທົດລອງເຄື່ອງມືປະເມີນຕົນເອງຂອງຄູແບບໃໝ່ ພັດທະນາຄຸນນະພາບການສອນ

11/11/2024

ກອງປະຊຸມສະຫຼຸບລາຍງານສິ່ງຄົ້ນພົບຈາກການທົດລອງເຄື່ອງມືປະເມີນຕົນເອງຂອງຄູ ແລະ ຂັ້ນຕອນປະຕິບັດໃນຕໍ່ໜ້າໄດ້ຈັດຂຶ້ນໃນວັນທີ 6 ພະຈິກ 2024 ທີ່ໂຮງແຮມດັບເບິ້ນທຣີ ຮິວຕັ້ນ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຮ່ວມຂອງທ່ານ ຮສ ນາງ ວົງເດືອນ ໂອໃສ ວ່າການແທນຫົວໜ້າກົມສ້າງຄູ ແລະ ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ ​ເລ​ຂາ​ເອກ ສະ​ຖານ​ທູດ​ອົດ​ສະ​ຕຣາ​ລີ ປະຈຳ ສປປ ລາວ, ມີຄະນະນຳ ແລະ ຜູ້ຕາງໜ້າຈາກກົມສ້າງຄູ, ກົມສາມັນສຶກສາ, ກົມປະກັນຄຸນນະພາບການສຶກສາ ແລະ ກົມແຜນການ ກະຊວງສຶກສາທິການ ແລະ ກິລາ, ຜູ້ຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາ ເມືອງຄູນ, ເມືອງນໍ້າທາ ແລະ ເມືອງອຸທຸມພອນ ພ້ອມດ້ວຍຜູ້ເຮັດວຽກສຶກສານິເທດພາຍໃນ ທີ່ໄດ້ເຂົ້າຮ່ວມການທົດລອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານຊ່ອງທາງອອນລາຍ.

ໃນກອງປະຊຸມ, ທ່ານ ຮສ ນາງ ວົງເດືອນ ໂອໃສ ໄດ້ກ່າວວ່າ: “ເຄື່ອງມືການປະເມີນຕົນເອງຂອງຄູ (TSA) ເປັນເຄື່ອງມືທີ່ສຳຄັນໃນການກໍານົດຈຸດເດັ່ນ ແລະ ສິ່ງທ້າທາຍຂອງຄູ ແລະ ເພື່ອຮັບປະກັນຄວາມສອດຄ່ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ສຳລັບຄູສອນຊັ້ນປະຖົມສຶກສາໃຫ້ມີປະສິດທິພາບ. ເຄື່ອງມືປະເມີນຕົນເອງຂອງຄູ ໄດ້ຮັບການພັດທະນາຂຶ້ນຄຽງຄູ່ກັບມາດຕະຖານການສອນຊັ້ນປະຖົມສຶກສາ ໂດຍກົມສ້າງຄູ ດ້ວຍການຮ່ວມມືກັບບັນດາກົມ ແລະ ວິທະຍາໄລຄູຫຼາຍແຫ່ງ. ຂ້າພະເຈົ້າຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງລັດຖະບານອົດສະຕຣາລີ ທີ່ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງໃນດ້ານງົບປະມານ ແລະ ດ້ານວິຊາການ ໂດຍຜ່ານແຜນງານບີຄວາ”.

ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ ໄດ້ກ່າວ​ວ່າ: “ຄູ​ແມ່ນ​ຈຸດ​ສູນ​ກາງ​ຂອງ​ການ​ຮຽນ​ຮູ້​ຂອງ​ນັກ​ຮຽນ, ເປັນຜູ້ນໍາເອົາຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງມາສອນຕົວຈິງໃນຫ້ອງຮຽນ. ດ້ວຍເຫດນີ້, ລັດຖະບານອົດສະຕຣາລີ ຈຶ່ງສຸມໃສ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງໃນໄລຍະທີ 2 ຂອງແຜນງານບີຄວາ. ພວກເຮົາພູມໃຈທີ່ໄດ້ຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ໃນການສ້າງສື່ການຝຶກອົບຮົມທີ່ຈໍາເປັນ ເພື່ອສະໜັບສະໜູນຄູຕະຫຼອດສົກຮຽນ. ຈຸດປະສົງລວມຂອງພວກເຮົາ ແມ່ນເພື່ອສ້າງຄວາມໝັ້ນໃຈ ແລະ ທັກສະໃຫ້ແກ່ຄູສອນ ໂດຍການສະໜອງໃຫ້ເຂົາເຈົ້າເຂົ້າເຖິງການສະໜັບສະໜູນທີ່ມີຄຸນນະພາບສູງ ເພື່ອພັດທະນາວິຊາຊີບຂອງເຂົາເຈົ້າຢ່າງເປັນປະຈຳ”.

ເຄື່ອງມືປະເມີນຕົນເອງຂອງຄູ ໄດ້ຖືກອອກແບບໃນປີ 2023 ໂດຍທີມງານວິຊາການດຽວກັນທີ່ຮັບຜິດຊອບໃນການປັບປຸງມາດຕະຖານການສອນຊັ້ນປະຖົມສຶກສາ. ຈຸດປະສົງການສ້າງເຄື່ອງມືແມ່ນເພື່ອທີ່ຈະຊ່ວຍໃຫ້ຄູສະທ້ອນຄືນເຖິງການປະຕິບັດຂອງເຂົາເຈົ້າຕໍ່ກັບມາດຕະຖານການສອນຊັ້ນປະຖົມສຶກສາ, ກໍານົດຄວາມຕ້ອງການດ້ານການຮຽນຮູ້ຂອງເຂົາເຈົ້າໄດ້. ຫຼັງຈາກນັ້ນ, ໄດ້ອອກແບບ ແລະ ປະຕິບັດແຜນການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເພື່ອຮຽນຮູ້ທັກສະ ແລະ ຄວາມຮູ້ໃໝ່ທີ່ຕອບສະໜອງຕາມຄວາມຕ້ອງການເຫຼົ່ານີ້ ແລ້ວທົບທວນຄືນສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ພ້ອມທັງຜົນສະທ້ອນຂອງການຮຽນຮູ້ທີ່ມີຕໍ່ການຮຽນ ແລະ ການມີສ່ວນຮ່ວມຂອງນັກຮຽນ.

ເຄື່ອງມືປະເມີນຕົນເອງຂອງຄູ ໄດ້ຮັບການທົດລອງໃນລະຫວ່າງເດືອນມັງກອນ ຫາ ເດືອນພຶດສະພາ 2024 ໃນສາມເມືອງ ຄື: ເມືອງຄູນ, ເມືອງນໍ້າທາ ແລະ ເມືອງອຸທຸມພອນ. ນັກວິຊາການທີ່ເຂົ້າຮ່ວມການທົດລອງ ໄດ້ຄັດເລືອກຄູສອນຊັ້ນປະຖົມ ເພື່ອຮ່ວມການທົດສອບເຄື່ອງມືດັ່ງກ່າວ ໂດຍການຊ່ວຍເຫຼືອຂອງຜູ້ເຮັດວຽກສຶກສານິເທດພາຍໃນ ເພື່ອໃຫ້ຮູ້ວ່າການນຳໃຊ້ເຄື່ອງມືມີຄວາມຍາກງ່າຍຄືແນວໃດ ແລະ ເປັນປະໂຫຍດເພື່ອຊ່ວຍໃຫ້ຄວາມເຂົ້າໃຈ ແລະ ຕອບສະໜອງຄວາມຕ້ອງການດ້ານການຮຽນຮູ້ທີ່ປະເມີນໂດຍຕົນເອງ ໂດຍຜ່ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຫຼື ບໍ່.

ທ່ານ ຮສ ​ນາງ ວົງ​ເດືອນ ໂອໃສ ໄດ້ກ່າວອີກ​ວ່າ: “ນັກວິຊາການທີ່ເຂົ້າຮ່ວມການທົດລອງ ​ໄດ້​ໃຫ້​ຮູ້​ວ່າ ເຄື່ອງມືປະເມີນຕົນເອງຂອງຄູຊ່ວຍ​ໃຫ້​ຄູ​ເນັ້ນໃສ່ພັດທະນາ​ຈຸດທີ່ຕ້ອງການ​ປັບ​ປຸງ​ການ​ສອນ. ມັນໄດ້ຢືນຢັນວ່າ ຄູໄດ້ສັງເກດເຫັນການປ່ຽນແປງຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການຮຽນຮູ້ຫຼັງຈາກສໍາເລັດກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງເຂົາເຈົ້າ. ການຈັດກອງປະຊຸມຄັ້ງນີ້, ແມ່ນເພື່ອນໍາສະເໜີໃຫ້ເຫັນບັນດາຂໍ້ມູນທີ່ເກັບກໍາໄດ້ໃນລະຫວ່າງການທົດລອງ ເຄື່ອງມືປະເມີນຕົນເອງຂອງຄູ ແລະ ສຶກສາບັນດາຂໍ້ຄົ້ນພົບທີ່ສໍາຄັນ. ຈຸດປະສົງຂອງພວກເຮົາແມ່ນເພື່ອປຶກສາຫາລື ແລະ ຄວາມເປັນເອກະພາບກ່ຽວກັບບາດກ້າວໃນຕໍ່ໜ້າ ເພື່ອການປະຕິບັດເຄື່ອງມືນີ້ຢ່າງກວ້າງຂວາງຂຶ້ນກວ່າເກົ່າ”.

ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້ ໄດ້ສະຫຼຸບໃນຕອນທ້າຍວ່າ: “ພວກເຮົາເຊື່ອວ່າການສະໜັບສະໜູນການສອນທີ່ມີຄຸນນະພາບສູງເປັນກຸນແຈໃນການປັບປຸງການຮຽນຮູ້ຂອງນັກຮຽນ ແລະ ຮັບປະກັນຄວາມຕ້ອງການທີ່ຫຼາກຫຼາຍຂອງນັກຮຽນທຸກຄົນ ແມ່ນຈະສາມາດຕອບສະໜອງໄດ້ຢ່າງສະເໝີພາບ ແລະ ເໝາະສົມສຳລັບນັກຮຽນທຸກຄົນ. ຜົນໄດ້ຮັບຂອງການທົດລອງແມ່ນຢູ່ໃນລະດັບດີ. ການປະຕິບັດການສະທ້ອນຄືນເປັນອົງປະກອບທີ່ສໍາຄັນຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຊຶ່ງເຮັດໃຫ້ຄູສາມາດຮັບຮູ້ຄວາມເຊື່ອ ແລະ ສົມມຸດຕິຖານຂອງເຂົາເຈົ້າກ່ຽວກັບການຮຽນການສອນ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ເຄື່ອງ​ມື​ນີ້​ຈະ​ຊ່ວຍ​ປັບ​ປຸງ​ທັກ​ສະ​ການ​​ສອນ​ຂອງ​ຄູ​ສອນໃນຊັ້ນປະ​ຖົມສຶກສາໄດ້ ​ແລະ​ ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ເຄື່ອງມືປະເມີນຕົນເອງຂອງຄູ ຈະ​ຂະ​ຫຍາຍ​ການນຳໃຊ້ໄປຍັງ 30 ເມືອງ​ເປົ້າ​ໝາຍ”.

ແຜນງານບີຄວາ ແມ່ນນຳພາໂດຍ ກະຊວງສຶກສາທິການ ແລະ ກິລາ ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນປະເທດສະຫະລັດອາເມຣິກາ (USAID). ແຜນງານ​ໄດ້​ສຸມ​ໃສ່​ການເສີມ​ຂະ​ຫຍາຍ​ຜົນ​ການຮຽນ​ຂອງ​ໄວໜຸ່ມ​ໃນປະ​ເທດ​ ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຜູ້ທີ່​ດ້ອຍ​ໂອ​ກາດ. ແຜນງານບີຄວາ ຍັງໄດ້ເອົາໃຈໃສ່ຮັບປະກັນຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ສົ່ງເສີມການສຶກສາຮຽນຮ່ວມເຂົ້າໃນທຸກໆກິດຈະກໍາ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ