Skip to main content

ປິນີ້ ມະຫາວິທະຍາໄລ-ອົງກອນການສຶກສາຍີ່​ປຸ່ນ 9 ແຫ່ງ ຮ່ວມນໍາສະເໜີຂໍ້ມູນຂ່າວສານ ສົ່ງ​ເສີມການ​ໄປ​ສຶກສາ ທີ່​ປະ​ເທດ​ຍີ່ປຸ່ນ

14/11/2024

 ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບສະຖານທູດຍີ່ປຸ່ນປະຈຳ ສປປ ລາວ, ອົງການໄຈກາ ແລະ ມະຫາວິທະຍາໄລ ໂອກາຢາມາ ປະເທດຍີ່ປຸ່ນໄດ້ຈັດງານສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານການໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ (Study in Japan Fair 2024) ໃນວັນທີ 12 ພະຈິກ 2024 ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ວິທະຍາເຂດດົງໂດກ) ໂດຍໃຫ້ກຽດກ່າວເປີດພິທີຂອງທ່ານ ປອ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ, ມີບັນດາຜູ້ຕາງໜ້າຈາກກົມກິດຈະການນັກສຶກສາ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດຍີ່ປຸ່ນ, ອົງການໄຈກາ ພ້ອມດ້ວຍຄະນະບໍດີ, ຫົວໜ້າຫ້ອງການ, ຄູອາຈານ, ນັກສຶກສາ ແລະ ນັກຮຽນມັດທະຍົມສຶກສາຕອນປາຍ ທັງພາກລັດ ແລະ ເອກະຊົນ 300 ກວ່າຄົນເຂົ້າຮ່ວມ.

ການ​ຈັດງານຄັ້ງນີ້, ແມ່ນ​ເພື່ອ​ເປັນ​ການແນະນຳ ແລະ ​ແລກປ່ຽນບົດຮຽນ ລະຫວ່າງ ​ບັນດາມະຫາວິທະຍາ​ໄລ​ຍີ່ປຸ່ນ ​ແລະ ມະຫາວິທະຍາ​ໄລ​ແຫ່ງ​ຊາດ. ພ້ອມ​ດຽວກັນນີ້, ກໍ​ເພື່ອ​​ແຈ້ງ​ຂໍ້​ມູນ​ຂ່າວສານໃຫ້​ແກ່​ພະນັກ​ງານ, ອາຈານ ​ແລະ ນັກ​ສຶກສາລາ​ວ ທີ່​ຕ້ອງການ​ໄປ​ສຶກສາຕໍ່ທາງດ້ານວິຊາຊີບ, ປະລິນຍາ​ຕີ, ປະລິນຍາ​ໂທ ​ແລະ ປະລິນຍາ​ເອກຢູ່ປະ​ເທດ​ຍີ່ປຸ່ນໃຫ້​ໄດ້​ຮູ້​ຂໍ້​ມູນ​ ​ແລະ ​ເງື່ອນ​ໄຂ​ຕ່າງໆຂອງ​​ມະ​ຫາ​ວິທະຍາ​ໄລ​ໃນ​ປະ​ເທດ​ຍີ່ປຸ່ນ ທີ່​ສາມາດ​ຮັບ​ເອົາ​ນັກສຶກສາລາວ.

ພ້ອມກັນນີ້, ຍັງແນະນຳທຶນການສຶກສາຈາກລັດຖະບານຍີ່ປຸ່່ນ ແລະ ທຶນການສຶກສາຂອງມະຫາວິທະຍາໄລຍີ່ປຸ່ນ ເພື່ອໃຫ້ຄູອາຈານ ແລະ ນັກສຶກສາ ກຽມຄວາມພ້ອມໃນການສະໝັກທຶນ. ໃນປີນີ້ ໄດ້ຈັດຜ່ານ 2 ຮູບແບບ ຄື: ແບບເຊິ່ງໜ້າ ແລະ ອອນລາຍ ເພື່ອໃຫ້ທຸກຄົນໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ສາມາດສອບຖາມໄດ້ໂດຍກົງ.

ໃນ​ປີ​ນີ້​, ມີມະຫາວິທະຍາໄລ ແລະ ອົງກອນການສຶກສາຈາກປະເທດຍີ່ປຸ່ນ ຈຳນວນ 9 ແຫ່ງເຂົ້າຮ່ວມນໍາສະເໜີຂໍ້ມູນຂ່າວສານ ປະກອບມີ National Institute of Technology (KOSEN), Yamaguchi University, Kyoshin Language Academy, University of Hyogo, Okayama University, Ritsummeikan Asia Pacific University (Online), Musashino University (Online), Heisei International University (Online), ອົງການການສຶກສາຍີ່ປຸ່ນ (JASSO).

ນອກຈາກນັ້ນ, ໃນງານຍັງມີຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ ນໍາ​ສະ​ເໜີກ່ຽວກັບທຶນການສຶກສາຂອງປະເທດຍີ່ປຸ່ນ​ໃນ ສປປ ລາວ, ຕາງໜ້າຈາກສະມາຄົມອະດີດນັກສຶກສາລາວທີ່ຮຽນຈົບຈາກປະເທດຍີ່ປຸ່ນ ເພື່ອນນຳສະເໜີປະສົບການ ແລະ ສະພາບການສຶກສາຢູ່ປະເທດຍີ່ປຸ່ນອີກດ້ວຍ.

ໂດຍ ດາວຫວຽດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ