ກະຊວງ ສສກ ຈະສຸມໃສ່ແກ້ໄຂຫຼາຍບັນຫາ ເຮັດໃຫ້ການສຶກສາຢູ່ຊົນນະບົດ ມີຄຸນນະພາບເທົ່າທຽມກັບຕົວເມືອງ
ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະສຸມໃສ່ປັບປຸງ, ແກ້ໄຂຫຼາຍບັນຫາສຳ ຄັນຕິດພັນກັບການພັດທະນາ ດ້ານການສຶກສາ ກໍຄື ການຮຽນ-ການສອນ ຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ ມີຄຸນນະພາບ ແລະ ເທົ່າທຽມກັບ ຕົວເມືອງ.
ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ໃນຫຼາຍບັນຫາສຳຄັນກ່ຽວກັບການສຶກສາ ໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນີ້ວ່າ: ເພື່ອເຮັດໃຫ້ການສຶກສາ ຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ ມີຄຸນນະພາບ ແລະ ເທົ່າທຽມກັບຕົວເມືອງ ກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ການຂະຫຍາຍ ແລະ ສະໜອງອາຫານທ່ຽງໃນໂຮງຮຽນ...








