ແຂວງບໍລິຄໍາໄຊ ຍ້ອງຍໍຜົນງານຄະນະນັກກິລາຊຸດຄວ້າ 36 ຫຼຽນ ງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ

ພິທີປິດສະຫຼຸບ ແລະ ມອບໃບຍ້ອງຍໍໃຫ້ກັບຄະນະນໍາ, ຄູຝຶກ ແລະ ນັກກິລາ ຊຸດເຂົ້້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 8 ທັນວາ 2025 ທີ່ສະໂມສອນໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງບໍລິຄໍາໄຊ, ມີຕາງໜ້າພະແນກການ, ບໍລິສັດ, ວິສາຫະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄໍາເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບ ຜົນການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025, ແຂວງບໍລິຄໍາໄຊ ໄດ້ສົ່ງການນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 275 ຄົນ, ຍິງ 48 ຄົນ ໃນນັ້ນ ສະເພາະນັກກິລາ ຈໍານວນ 175 ຄົນ, ຍິງ 43 ຄົນ. ໃນ 16 ປະເພດກິລາ ຄື: ແລ່ນ-ລານ, ບານເຕະ, ກະຕໍ້-ຊີນລອນ, ເປຕັງ, ດອກປີກໄກ່, ມວຍສາກົນ, ມວຍລາວ, ມວຍວູຊູ, ປັນຈັກສີລັດ, ໝາກເສິກ, ໜ້າເກັກ, ບານສົ່ງຫາດຊາຍ, ເທຄວັນໂດ, ເພາະກາຍ, ຣັກບີ້ ແລະ ເຮືອຊ່ວງ. ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາແຂວງບໍລິຄຳໄຊຂອງພວກເຮົາສາມາດຍາດມາໄດ້ 6 ຫຼຽນຄໍາ, 9 ຫຼຽນເງິນ ແລະ 21 ຫຼຽນທອງ ລວມທັງໝົດ 36 ຫຼຽນ ຈັດຢູ່ອັນດັບທີ 13 ໃນຈຳນວນ 21 ພາກສວ່ນເຂົ້້າຮ່ວມ ໃນທົ່ວປະເທດ.
ພ້ອມນີ້ໃນຕ້ອນທ້າຍຂອງພິທີ ຍັງໄດ້ຮັບຟັງການຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄໍາໄຊ ວ່າດ້ວຍການມອບໃບຍ້ອງຍໍ-ຊົມເຊີຍ ພ້ອມດ້ວຍເງິນລາງວັນອັດສີດ ໃຫ້ແກ່ຄະນະນຳ, ຄູຝຶກ ແລະ ນັກກິລາ ໃນແຕ່ລະປະເພດ ຕະຫຼອດຮອດ ບັນດາບໍລິສັດວິສາຫະກິດໃນດ້ານຕ່າງໆພາຍໃນແຂວງ ທີ່ໄດ້ໃຫ້ການອຸປະຖໍາ-ຊຸກຍູ້ວັດຖຸ-ປັດໄຈ ເຮັດໃຫ້ການເຂົ້້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ມີຜົນສໍາເລັດລຸລ່ວງຕາມທິດທາງແຜນການທີ່ວາງໄວ້.
ຂ່າວ: ສຸກທະວີ
ພາບ: ວຽງສະຫວັນ


