Skip to main content

ຫວຽດນາມ ແຊ້ມເກົ່າ ບຸກຖະຫຼົ່ມ ອິນໂດເນເຊຍ 3-0 ໂອກາດເຂົ້າຮອບສົດໃສ ບານເຕະຊີງແຊ້ມອາຊຽນ 2026

ການແຂ່ງຂັນບານເຕະຊີງແຊ້ມອາຊຽນ ຫຼື AFF Hyundai Cup 2026 ຮອບແບ່ງກຸ່ມ (ກຸ່ມ A) ເມື່ອຕອນແລງວັນທີ 3 ສິງຫາ 2026 ທີມຊາດຫວຽດນາມ ແຊ້ມເກົ່າ ສະແດງຟອມເກັ່ງສົມລາຄາ ບຸກໄປເອົາຊະນະ ທີມຊາດອິນໂດເນເຊຍ ເຖິງຖິ່ນດ້ວຍສະກໍ ຂ…

ຟີຟາ ສັ່ງສອບສວນເຫດການຫຼັງເກມນັດຊີງຊະນະເລີດບານໂລກ 2026

ສະຫະພັນບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ປະກາດເປີດການສອບສວນເຫດການຄວາມວຸ້ນວາຍ ແລະ ພຶດຕິກຳຄວາມຮຸນແຮງຢ່າງເປັນທາງການ ຫຼັງຈົບເກມນັດຊີງຊະນະເລີດ ບານໂລກ 2026 ທີ່ ທີມຊາດແອັດສະປາຍ (ສະເປນ) ເອົາຊະນະ ທີມຊາດອາກຊັງຕ…

ແອັດສະປາຍ ຄວ້າແຊ້ມໂລກສະໄໝທີ 2 ຫຼັງບຽດຊະນະ ອາກຊັງຕິນ ໄປແບບຫວຸດຫວິດ 1-0

ແອັດສະປາຍ (ສະເປນ) ກ້າວຂຶ້ນສູ່ຈຸດສູງສຸດຂອງໂລກອີກຄັ້ງ ຫຼັງໃຊ້ລະບົບທີມເວີກພິຊິດເໜືອ ອາກຊັງຕິນ (ອາເຈນຕິນາ) ໃນນັດຊີງຊະນະເລີດ ສ້າງປະຫວັດສາດຄວ້າແຊ້ມບານໂລກສະໄໝທີ 2 ໄດ້ສຳເລັດ. ​ຜົນງານໃນທົວນາເມນນີ້ຮຽກໄດ້ວ່າໄຮ້…

ຂ່າວກິລາສາກົນທີ່ຜ່ານມາ


wp-content/uploads/2026/07/khaonar-111-4.jpg

ວິເຄາະກ່ອນເກມ ນັດຊີງຊະນະເລີດ ບານໂລກ 2026 ແອັດສະປາຍ ອາກຊັງຕິນ

​ການໂຄຈອນມາພົບກັນໃນນັດຊີງຊະນະເລີດຂອງສອງມະຫາອຳນາດວົງການບານເຕະ ລະຫວ່າງ ແອັດສະປາຍ ຕົວແທນຈາກເອີຣົບ ທີ່ເຕັມໄປດ້ວຍນັກເຕະພະລັງໜຸ່ມໄຟແຮງ ແລະ ອາກຊັງຕິນ ແຊ້ມເກົ່າຈາກອາເມລິກາໃຕ້ ຖືເປັນຄູ່ຊີງໃນຝັນຂອງແຟນບານທົ່ວໂລກ. ນີ້ຄືບົດວິເຄາະຈຸດແຂງ, ຈຸດອ່ອນ ແລະ ຄວາມພ້ອມຂອງທັງສອງທີມ: ​ ທີມຊາດແອັດສະປາຍ (Spain): ​ແອັດສະປາຍ ພາຍໃຕ້ການນຳທັບຂອງຄູຝຶກທີ່ເນັ້ນລະບົບທີມ ແລະ ການຄອງບານທີ່ໜັກແໜ້ນ ພວກເຂົາເດີນໜ້າເຂົ້າສູ່ຮອບຊີງຊະນະເລີດດ້ວຍຟອມການຫຼິ້ນທີ່ດຸດັນ ແລະ ສວຍງາມ. ​ ຈຸດແຂງ (Strengths): ​ໄວໜຸ່ມ ແລະ ຄວາມໄວ (Youth & Pace): ການມີປີກພະລັງໜຸ່ມນ້ອຍຢ່າງ ລາມີນ ຢາມາວ (Lamine Yamal) ແລະ ນິໂກ ວິນລຽມ (Nico Williams) ເຮັດໃຫ້ເກມບຸກທາງຂ້າງຂອງແອັດສະປາຍມີຄວາມອັນຕະລາຍສູງ ແລະ ສາມາດສ້າງຄວາມປັ່ນປ່ວນໃຫ້ກອງຫຼັງຄູ່ແຂ່ງໄດ້ຕະຫຼອດເວລາ. ​ແດນກາງລະດັບໂລກ (Elite Midfield): ນຳໂດຍ ໂຣດຣີ (Rodri) ຫົວໃຈຫຼັກໃນການຄຸມຈັງຫວະເກມ ປະສານງານກັບບັນດາດາວຮຸ່ງທີ່ມີພອນສະຫວັນ ເຮັດໃຫ້ແອັດສະປາຍສາມາດຄອບຄອງເກມ ແລະ ກົດດັນຄູ່ແຂ່ງໄດ້ຢ່າງຕໍ່ເນື່ອງ. ມີຈັງຫວະ​ການເຂົ້າທຳທີ່ຫຼາກຫຼາຍ […]

wp-content/uploads/2026/07/khaonar-110-3.jpg

ອັງກິດ ໄລ່ຊະນະ ຝຣັ່ງ 6-4 ຄວ້າອັນດັບທີ 3 ບານໂລກ 2026 ມາຄອງ

ເກມນີ້ສຸດເດືອດ ຍິງກະຈາຍ ! ໂດຍທີມຊາດອັງກິດ  ນຳກ່ອນໃນເຄິ່ງເວລາທຳອິດ 4 ລູກ ສ່ວນ ຝຣັ່ງ ມາເລັ່ງເຄື່ອງໃນເຄິ່ງເວລາທີສອງຈັດໄປ 4 ປະຕູ ສຸດທ້າຍ ຈູດ ເບວລິງແຮມ ຕົວສຳຮອງລົງມາຍິງປິດກ່ອງ ສົ່ງໃຫ້ ອັງກິດ ເອົາຊະນະໄປ 6-4 ຄວ້າອັນດັບທີ 3 ໃນການແຂ່ງຂັນບານໂລກ 2026 ມາຄອງ ນີ້ຄືຜົນງານທີ່ດີທີ່ສຸດຂອງພວກເຂົາໃນບານໂລກນັບຕັ້ງແຕ່ປີ 1966. ສ່ວນທີມຊາດຝຣັ່ງ ຈົບອັນດັບທີ 4 ສົ່ງທ້າຍ ທ່ານ ດີດີເຢ ເດຊອງ ໃນຖານະຄູຝຶກ ຂະນະທີ່ ຄີລຽນ ເອັມບັບເປ ຍິງປະຕູທີ 10 ໃນບານໂລກ 2026 ນຳໜ້າ ລິໂອເນວ ເມດຊີ ຢູ່ 2 ປະຕູ ແລະ ຍັງກາຍເປັນຜູ້ເຮັດປະຕູສູງສຸດຕະຫຼອດການຂອງບານໂລກ ດ້ວຍສະຖິຕິ 22 ປະຕູ.  0-1 ເດແຄລນ […]

wp-content/uploads/2026/07/khaonar-18-3.jpg

ຟີຟາ ຢືນຢັນເວລາພັກເຄິ່ງ ນັດຊີງຊະນະເລີດ ບານໂລກ 2026 ມີພຽງແຕ່ 17 ນາທີ

ສະຫະພັນກິລາບານເຕະນານາຊາດ ຫຼື ຟີຟາ (FIFA) ໄດ້ອອກມາຍືນຢັນຢ່າງເປັນທາງການວ່າ ເວລາພັກເຄິ່ງຂອງເກມນັດຊີງຊະນະເລີດຈະຖືກຈຳກັດໄວ້ທີ່ 17 ນາທີເທົ່ານັ້ນ ຊຶ່ງຈະຫຼາຍກວ່າເວລາປົກກະຕິໃນເກມທົ່ວໄປພຽງແຕ່ 2 ນາທີ. ​ ກ່ອນໜ້ານີ້ມີກະແສຂ່າວລືຢ່າງໜັກວ່າ ການສະແດງຄອນເສີດຈາກສິນລະປິນລະດັບໂລກອາດຈະເຮັດໃຫ້ເວລາພັກເຄິ່ງແກ່ຍາວໄປດົນກວ່າເຄິ່ງຊົ່ວໂມງ. ​ ແຕ່ຫຼ້າສຸດ ຟີຟາ ໄດ້ແຈ້ງກຳນົດການໄປຍັງສະຫະພັນບານເຕະແຫ່ງຊາດຂອງທັງສອງປະເທດແລ້ວ ໂດຍລະບຸວ່າ ເວລາຂອງການສະແດງມິນິຄອນເສີດຈາກ 3 ສິນລະປິນຊຸບເປີສະຕາຢ່າງ ຊາກີຣາ (Shakira), ມາດອນນາ (Madonna) ແລະ ຈັດຕິນ ບີເບີ (Justin Bieber) ຈະໃຊ້ເວລາພຽງແຕ່ 11 ນາທີເທົ່ານັ້ນ. ​ ສ່ວນເວລາທີ່ເຫຼືອອີກປະມານ 6 ນາທີ ຈະຖືກຈັດສັນໄວ້ສຳລັບການຕິດຕັ້ງ ແລະ ຮື້ຖອນເວທີ ລວມເຖິງການຫົດນ້ຳພື້ນສະໜາມຫຍ້າ ຊຶ່ງເປັນອີກໜຶ່ງປະເດັນທີ່ທາງຝ່າຍແອັດສະປາຍກຳລັງສະແດງຄວາມກັງວົນ ເນື່ອງຈາກສະພາບພື້ນສະໜາມ ເມັດໄລ (MetLife) ໃນແມັດກ່ອນໆ ເບິ່ງຄືວ່າແຫ້ງ ແລະ ເຮັດໃຫ້ໝາກບານເຄື່ອນທີ່ຊ້າກວ່າປົກກະຕິ. ​ ນອກຈາກນີ້, ໃນສ່ວນຂອງມາດຕະການຢຸດພັກດື່ມນ້ຳ (Cooling Break) ໃນລະຫວ່າງການແຂ່ງຂັນຈະຍັງຄົງບໍ່ມີການປ່ຽນແປງ ໂດຍຈະມີການພັກ 2 ຄັ້ງຕາມປົກກະຕິໃນໄລຍະກາງຂອງເຄິ່ງທຳອິດ […]