ເມືອງຊົນນະບູລີ ສົ່ງນັກຮຽນ ເຂົ້າສຶກສາຕໍ່ວິຊາຊີບຄູ ໃນສົກຮຽນ 2026-2027
ຂ່າວທ້ອງຖິ່ນທີ່ຜ່ານມາ

ແຂວງໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ ພ້ອມປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳແຂວງ ຊຸດໃໝ່
ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫາກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ຂຶ້ນໃນຕອນເຊົ້າຂອງວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ຊຶ່ງກອງປະຊຸມໃນຄັ້ງນີ້ ຈຸດປະສົງ […]

ສກຂ ສະຫວັນນະເຂດ ກວດສຸຂະພາບນັກຮຽນທຶນ ກຽມຄວາມພ້ອມກ່ອນໄປສຶກສາຕໍ່ພາຍໃນ ແລະ ຕ່າງປະເທດ
ໃນລະຫວ່າງວັນທີ 14-15 ກັນຍາ 2026 ທີ່ຫ້ອງປະຊຸມຊັ້ນ 2 ຕຶກຫຼັງເກົ່າ ຂອງພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ມີການຈັດຕັ້ງການກວດສຸຂະພາບ ແລະ ປັດສະວະຫາສານເສບຕິດ ໃຫ້ນັກຮຽນທີ່ຈະໄປສຶກສາຕໍ່ທຶນພາຍໃນ ແລະ ຕ່າງປະເທດ ປະຈຳສົກປີ 2026-2027 ໃຫ້ກຽດເປັນປະທານໂດຍ ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ທອງເວີນ ແກ້ວວົງສັກ ຫົວໜ້າຂະແໜງອາຊີວະສຶກສາ ແລະ ການສຶກສາຊັ້ນສູງ, ທ່ານ ພັທ ບຸນຕົ້ນ ພະສະຫວັດ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ, ທ່ານ ຄຳສອນ ກ້ອນມະນີ ຮອງຫົວໜ້າຂະແໜງກິລາກາຍຍະກຳ ແລະ ສິລະປະສຶກສາ, ທ່ານ ດຣ ນາງ ປາລາມາ ຄົມສອນລາສິນ ວິຊາການຂະແໜງປິ່ນປົວ ແລະ ຟື້ນຟູໜ້າທີ່ການ ພະແນກສາທາລະນະສຸກແຂວງ […]

ສກມ ສາມັກຄີໄຊ ບັນລຸ 9 ຄາດໝາຍ ສົກຮຽນ 2025-2026, ຍັງ 3 ຄາດໝາຍສູ້ຊົນຕໍ່ ໃນສົກຮຽນ 2026-2027
ຫ້ອງການສຶກສາທິການ ແລະ ກິລາເມືອງ (ສກມ) ສາມັກຄີໄຊ, ແຂວງອັດຕະປື ໄຂກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ປະຈຳສົກຮຽນ 2025-2026 ແລະ ວາງທິດທາງສົກຮຽນ 2026-2027 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ນິຄົມ ພົມມຈັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ພ້ອມດ້ວຍຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ຂັ້ນເມືອງ ແລະ ຂັ້ນໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພ້ອມດ້ວຍແຂກທີ່ໄດ້ຮັບເຊີນເຂົ້າຮ່ວມ. ທ່ານ ນາງ ມະນີລອນ ຫຼວງອາໄພ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ໃນທົ່ວເມືອງ ມີໂຮງຮຽນລ້ຽງເດັກ-ອະນຸບານ 14 […]

ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
ໃນວັນທີ 14 ກັນຍາ 2026 ນີ້, ຢູ່ທີ່ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ມີພິທີເປີດກອງປະຊຸມຝຶກອົບຮົມ ວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ປີ 2026 ໂດຍການເປັນປະທານຂອງ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄູຝຶກຈາກພະແນກສຶກສາທິການ ແລະ ກິລາແຂວງ, ວິທະຍາໄລຄູຫຼວງພະບາງ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງເປົ້າໝາຍ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ ແລະ ມີຄວາມເຂົ້າໃຈກ່ຽວກັບ ພາບລວມ, ຄວາມສໍາຄັນ ແລະ ພາລະບົດບາດຂອງ CPD ຕາມຮູບແບບຂອງໂຄງການ iTEAM2. ພ້ອມກັນນັ້ນ, ຍັງໄດ້ເຝິກປະຕິບັດການນຳໃຊ້ເຄື່ອງມືອອນລາຍ, ຮຽນຮູ້ເອກະສານອ້າງອີງ ແລະ ການດຳເນີນກອງປະຊຸມສ້າງແຜນ CPD ຂັ້ນເມືອງ ພ້ອມກັນນັ້ນຍັງຈະໄດ້ລາຍງານແຜນກິດຈະກຳ CPD ຂັ້ນໂຮງຮຽນຂອງເມືອງເປົ້າໝາຍ, […]

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3. ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ອົງການ Action Education ກ່ຽວກັບໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ (Start Smart Schools for Foundational Learning) ໄດ້ມີຂຶ້ນໃນວັນທີ 7 ກັນຍາ 2026 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍຕາງໜ້າລົງນາມຂອງທ່ານ ປອ ຄໍາ ຂັນທະວີວອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ […]

ສກຂ ສະຫວັນນະເຂດ ສະຫຼຸບວຽກງານບໍລິຫານການສຶກສາ ສົກຮຽນ 2025-2026 ແລະ ວາງທິດທາງ ສົກຮຽນ 2026-2027
ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງສະຫວັນນະເຂດ ເພື່ອສະຫຼຸບປະຈຳສົກຮຽນ 2025-2026 ແລະ ວາງທິດທາງແຜນການ ສົກຮຽນ 2026-2027 ໄດ້ຈັດຂຶ້ນໃນລະຫວ່າງວັນທີ 3-4 ກັນຍາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານໂດຍ ທ່ານ ທອງໃສ ໄຊຍະວົງຄຳດີ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ໂດຍມີ ທ່ານ ຄຳວິໃສ ຜຸຍຍະວົງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງສະຫວັນນະເຂດ, ບັນດາທ່ານຮອງຫົວໜ້າພະແນກການໃນຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກ ສກຂ, ທ່ານ ນາງ ບໍ່ແກ້ວ ແກ້ວພາວັນ ຮອງຫົວໜ້າພະແນກ ສກຂ, ທ່ານ ອຳພອນ ຂາວເພຍສຸພົມ ຮອງຫົວໜ້າພະແນກ ສກຂ, ຄະນະພະແນກການເງິນແຂວງ, ຮອງປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າ-ຮອງຫົວໜ້າຂະແໜງການພາຍໃນພະແນກສຶກສາທິການ ແລະ ກິລາແຂວງ, […]





