ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ລົງຢ້ຽມຢາມແລະ ມອບອຸປະກອນການສຶກສາ ໃຫ້ໂຮງຮຽນປະຖົມສົມບູນ ບ້ານແສນລາດ
ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ອາຊຽນ ຄັ້ງທີ 90 ທີ່ ສສ ຫວຽດນາມ
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ
ຂ່າວການເມືອງທີ່ຜ່ານມາ
ສອງນາຍົກລັດຖະມົນຕີ ລາວ-ຫວຽດນາມ ຮ່ວມເປັນປະທານພິທີເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ
ໃນຕອນບ່າຍຂອງວັນທີ 8 ຕຸລາ 2026 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດພິທີເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ເລມິງຮຶງ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ພັກ-ລັດ ລາວ-ຫວຽດນາມ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ພິທີອັນມີຄວາມໝາຍສຳຄັນນີ້ ຈັດຂຶ້ນໂດຍປະຕິບັດຕາມສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເພື່ອສ້າງຕັ້ງສະຖາບັນການສຶກສາຊັ້ນສູງທີ່ທັນສະໄໝ ຕັ້ງຢູ່ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໃນເນື້ອທີ່ດິນ 50 ເຮັກຕາ ທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ສະໜອງໃຫ້ ເຊິ່ງຕິດກັບສວນສາທາລະນະມິດຕະພາບ ລາວ-ຫວຽດນາມ. ໂຄງການດັ່ງກ່າວເປັນໜຶ່ງໃນບັນດາສັນຍາລັກອັນພົ້ນເດັ່ນ ໃຫ້ແກ່ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຍົກລະດັບສາຍພົວພັນຂຶ້ນເປັນ […]
ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະກັບ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ
ໃນຕອນແລງຂອງວັນທີ 8 ຕຸລາ 2026 ທີ່ສະພາແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນລະຫວ່າງ ວັນທີ 8-9 ຕຸລາ 2026 ແລະ ເປັນປະທານຮ່ວມໃນກອງປະຊຸມສົ່ງເສີມການລົງທຶນ ລາວ-ຫວຽດນາມ ໃນວັນທີ 8 ຕຸລາ 2026 ຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງ […]
ສປປ ລາວ ສຸມໃສ່ການຫຼຸດຜ່ອນອຸບັດຕິເຫດ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ
ກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບິດລູກຫວ່ານ ຮອບວຽນທີ 3 ໃນວັນທີ 16 ກັນຍາ 2026, ພາຍໃຕ້ການເປັນປະທານໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ), ໄດ້ສືບຕໍ່ແລກປ່ຽນຄໍາເຫັນຂອງ ກ່ຽວກັບ ຄວາມຄືບໜ້າ ແລະ ທົບທວນສະຖາ ນະການຈັດຕັ້ງປະຕິບັດສົນທິສັນຍາ ແລະ ບັນຫາສຳຄັນທີ່ກ່ຽວຂ້ອງ ກັບການບັນລຸຈຸດປະສົງຂອງສົນທິສັນຍາ. ໃນກອງປະຊຸມໄດ້ສືບຕໍ່ປຶກສາຫາລືການຊ່ວຍເຫຼືອຜູ້ເຄາະຮ້າຍ ແລະ ການຮ່ວມມື ເພື່ອທົບທວນການຊ່ວຍ ເຫຼືອຜູ້ເຄາະຮ້າຍຈາກລະເບີດລູກຫວ່ານ, ພ້ອມທັງການຮ່ວມມື ແລະ ການຊ່ວຍເຫຼືອຈາກສາກົນ ແລະ ກອງປະຊຸມປິ່ນອ້ອມ (Side Events) ມີ 2 ຫົວຂໍ້ຂະໜາດກັນຄື: ຢໍ້າຄືນຫຼັກຖານ ແລະ ເຫດຜົນໃນການຕໍ່ຕ້ານລະເບີດລູກຫວ່ານ ແລະ ການສ້າງການປະຕິບັດ 28 ໃຫ້ໄດ້ຮັບຜົນ, ຄວາມເປັນຜູ້ນຳດ້ານການສຶກສາຄວາສ່ຽງພາຍໃຕ້ສົນທິ ສັນຍາ […]
ຫລາຍພາກສ່ວນມອບທຶນສະໜັບສະໜູນ ກອງປະຊຸມທົບທວນ ສົນທິສັນຍາ ການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3
ໃນວັນທີ 14 ກັນຍາ 2026 ນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນປະທານຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ໄດ້ຮັບທຶນສະໜັບສະໜູນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ຈາກບັນດາບໍລິສັດ ລວມມູນຄ່າເກືອບ 7 ຕື້ກີບ. ບໍລິສັດທີ່ມາມອບທຶນສະໜັບສະໜູນ ໃນຄັ້ງນີ້ ປະກອບມີ: ກຸ່ມບໍລິສັດພົງຊັບທະວີ ຈຳກັດຜູ້ດຽວ ແລະ ທະນາຄານສົ່ງເສີມກະສິກຳ ກຳກັດ 2,3 ຕື້ກີບ, ບໍລິສັດຈະເລີນເຊກອງພະລັງງານ ຈຳກັດ 2,2 ຕື້ກວ່າກີບ, ບໍລິິສັດວີເອັສ ແອັດເວີທາຍ ຈຳກັດຜູ້ດຽວ 1,7 ຕື້ກວ່າກີບ, ບໍລິສັດກຸ່ມບໍລິສັດລາວໂທລະຄົມ 450 ລ້ານກີບ, ທະນາຄານການຄ້າຕ່າງປະເທດ ມະຫາຊົນ 100 ລ້ານກີບ, ບໍລິສັດເອັສເອັມພີທີ່ປຶກສາ 100 ລ້ານກີບ, ບໍລິສັດເບຍລາວ 80 ລ້ານກີບ, ບໍລິສັດກາເຟມີລາໂຄ 50 ລ້ານກີບ ແລະ […]








