ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
ຂ່າວການສຶກສາທີ່ຜ່ານມາ
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາ 2026 ຢູ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລຢູ່ປະເທດຍີ່ປຸ່ນ, ອົງການ JASSO, ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ, ຫົວໜ້າຫ້ອງການ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ເລີ່ມແຕ່ປີ 2008 ເປັນຕົ້ນມາ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ […]
ເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ
ໃນຕອນເຊົ້າວັນທີ 21 ຕຸລາ 2026 ໄດ້ມີພິທີເປີດປ້າຍວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ຢ່າງເປັນທາງການ ຢູ່ທີ່ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມ ແລະ ເປີດປ້າຍຂອງທ່ານ ປອ ສາຍສະໝອນ ງາມສີ ວ່າການແທນການຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ມີຄະນະຜູ້ອໍານວຍການ, ຜູ້ອໍານວຍການວິທະຍາໄລເຕັກກະສິກໍາ, ວິທະຍາໄລເຕັກນິກວິຊາຊີບແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ແຂວງວຽງນຈັນ, ຜູ້ອໍານວຍການບໍລິສັດຄູໂບຕ້າລາວ, ຫົວໜ້າ-ຮອງຫົວໜ້າພະແນກ, ພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ. ໂອກາດນີ້, ທ່ານ ສຸລິຍາ ປ່າໄຊ ໄດ້ກ່າວໃຫ້ຮູ້ກ່ຽວກັບຄວາມເປັນມາ, ຈຸດປະສົງ ແລະ ຂັ້ນຕອນການພັດທະນາວິທະຍາໄລດັ່ງກ່າວ, ເຊິ່ງວິທະຍາໄລເຕັກນິກລາວ-ເຢຍລະມັນ ມີ 2 ວິທະຍາເຂດຄື ສໍາໜັກງານໃຫຍ່ ຕັ້ງຢູ່ບ້ານວັດນາກ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ມີເນື້ອທີ່ […]
ກວຮ ຮ່ວມກັບ 3 ພາກສ່ວນ ຫາລືນະໂຍບາຍ ແລະ ເພີ່ມທະວີການພັດທະນາການສຶກສາກ່ອນໄວຮຽນ
ໃນວັນທີ 16 ຕຸລາ 2026, ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ (ຕຶກໄອຊີທີ) ໄດ້ມີກອງປະຊຸມ ປຶກສາຫາລືນະໂຍບາຍ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ຕາງໜ້າໂດຍກົມການສຶກສາກ່ອນໄວຮຽນ, ສູນກາງສະຫະພັນແມ່ຍິງລາວ, ອົງການ UNICEF ປະຈຳ ສປປລາວ ແລະ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ນາງ ຈອມແພງ ວົງສາ ຫົວໜ້າກົມສຶກສາກ່ອນໄວຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ວຽງມະລີ ດາລາກອນ ຮັກສາການຫົວໜ້າກົມພັດທະນາ ແລະ ຂະບວນການ ສູນກາງສະຫະພັນແມ່ຍິງລາວ, ທ່ານ ໄມໂຄ ຄາຣີ (Michael Currie), ເລຂາເອກ ສະຖານເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ […]
ຄະນະຜູ້ແທນ ສສກ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 ທີ່ສປ ຈີນ
ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ນຳໂດຍ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມຄະນະ ເຂົ້າຮ່ວມກອງປະຊຸມການພັດທະນາວຽກງານອາຊີວະສຶກສາໂລກ ປະຈຳປີ 2026 (The 2026 World Vocational and Technical Education Development Conference) ລະຫວ່າງວັນທີ 15-17 ຕຸລາ 2026 ທີ່ນະຄອນທຽນຈິນ, ສປ ຈີນ ຊຶ່ງກອງປະຊຸມດັ່ງກ່າວ ຖືເປັນເວທີສາກົນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການເປີດໂອກາດໃຫ້ ບັນດາປະເທດໃນທະວີບຕ່າງໆ ໂດຍສະເພາະ ສປປ ລາວ ໄດ້ແລກປ່ຽນບົດຮຽນ, ປະສົບການ ແລະ ເພີ່ມພູນຄວາມຮູ້ໃນແນວທາງການພັດທະນາອາຊີວະສຶກສາ ແນໃສ່ຍົກລະດັບຄຸນນະພາບການສຶກສາ ແລະ ການຝຶກອົບຮົມວິຊາຊີບຂອງລາວ ໃຫ້ສອດຄ່ອງກັບມາດຕະຖານສາກົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເຂົ້າຮ່ວມບັນດາກອງປະຊຸມໂຕະມົນລະດັບລັດຖະມົນຕີ, […]








