ຈີນ ເລັ່ງຊຸກດັນ AI ເຂົ້າສູ່ລະບົບການສຶກສາແຕ່ອະນຸບານຮອດມະຫາວິທະຍາໄລ ຫວັງສ້າງຄົນຮຸ່ນໃໝ່ສູ້ກັບຍຸກເຕັກໂນໂລຊີ
ອັງກິດ ກຽມຫ້າມເດັກອາຍຸຕ່ຳກວ່າ 16 ປີ ນຳໃຊ້ໂຊຊຽວມີເດຍ ເພື່ອປົກປ້ອງເຍົາວະຊົນ
ຝົນຕົກໜັກຢູ່ນະຄອນໂຮ່ຈີມິນ ນໍ້າຖ້ວມສູງຮອດແອວ ລົດເພຕາຍກາງທາງຫຼາຍຈຸດ
ຈີນ ບຸກທະລຸຕະຫຼາດເຕັກໂນໂລຊີ! ສົ່ງອອກຫຸ່ນຍົນອຸດສາຫະກຳກວ່າ 25,000 ເຄື່ອງໃນເດືອນດຽວ
ຂ່າວສະຖານະການໂລກທີ່ຜ່ານມາ
WHO ປະກາດພາວະສຸກເສີນ “ອີໂບລາສາຍພັນຫາຍາກ” ລະບາດໃນ ຄອງໂກ-ຢູກັນດາ ອາດແຜ່ລາມກວ້າງກວ່າທີ່ຄິດ ຫຼັງພົບຄວາມຊັກຊ້າໃນການຮັບມື
ອົງການອະນາໄມໂລກ (WHO) ໄດ້ປະກາດພາວະສຸກເສີນດ້ານສາທາລະນະສຸກລະດັບສາກົນ (PHEIC) ໃນວັນອາທິດ (17 ພຶດສະພາ 2026) ຜ່ານມາ ຫຼັງຈາກກວດພົບການລະບາດຂອງເຊື້ອໄວຣັສ ອີໂບລາ (Ebola) ໃນ ສາທາລະນະລັດ ປະຊາທິປະໄຕ ຄອງໂກ (DR Congo) ແລະ ປະເທດຢູກັນດາ (Uganda) ເຊິ່ງໃນຂະນະນີ້ພົບຜູ້ຕ້ອງສົງໄສຕິດເຊື້ອແລ້ວຫຼາຍກວ່າ 300 ຄົນ ແລະ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 88 ຄົນ. ຢ່າງໃດກໍຕາມ, ອົງການອະນາໄມໂລກ ໄດ້ຊີ້ແຈງຜ່ານທະວິດເຕີ ຫຼື X (Twitter) ວ່າ: “ການລະບາດໃນຄັ້ງນີ້ ຍັງບໍ່ທັນເຂົ້າຂ່າຍເປັນພາວະສຸກເສີນລະດັບໂລກ ຄືກັນກັບການລະບາດໃຫຍ່ຂອງໂຄວິດ-19 (COVID-19) ແລະ ໃນປັດຈຸບັນຍັງບໍ່ມີມາດຕະການແນະນຳໃຫ້ປິດປະເທດແຕ່ຢ່າງໃດ.” 4 ຈຸດສຳຄັນທີ່ຕ້ອງຕິດຕາມ: ສາຍພັນທີ່ບໍ່ມີຢາຮັກສາ: ເຊື້ອທີ່ລະບາດແມ່ນ “ໄວຣັສບຸນດິໂບກຽວ” (Bundibugyo virus) ເຊິ່ງເປັນສາຍພັນອີໂບລາທີ່ພົບໄດ້ຍາກ ແລະ ຍັງບໍ່ມີຢາຮັກສາ ຫຼື ວັກຊີນປ້ອງກັນໂດຍກົງ (ວັກຊີນທີ່ມີຢູ່ປ້ອງກັນໄດ້ສະເພາະສາຍພັນ Zaire […]
ອູການດາ ຢືນຢັນພົບຜູ້ເສຍຊີວິດຈາກເຊື້ອອີໂບລາ 1 ລາຍ ຂະນະທີ່ ຄອງໂກ ຍອດຜູ້ເສຍຊີວິດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ
ສຳນັກຂ່າວຕ່າງປະເທດລາຍງານ: ກະຊວງສາທາລະນະສຸກຂອງປະເທດ ອູການດາ ໄດ້ອອກຖະແຫຼງການຢືນຢັນໃນວັນທີ 15 ພຶດສະພານີ້ວ່າ: ໄດ້ກວດພົບຜູ້ຕິດເຊື້ອໄວຣັດອີໂບລາ (Ebola) ຈຳນວນ 1 ລາຍ ເຊິ່ງເປັນສາຍພັນ ບັນດິບັກໂຢ (Bundibugyo). ຜູ້ຕິດເຊື້ອດັ່ງກ່າວໄດ້ເສຍຊີວິດແລ້ວໃນຫ້ອງ ICU ເມື່ອວັນທີ 14 ພຶດສະພາ ທີ່ຜ່ານມາ ຫຼັງຈາກມີອາການເລືອດອອກພາຍໃນຢ່າງຮຸນແຮງ. ຈາກການວິນິໄສໂລກພົບວ່າ ຜູ້ເສຍຊີວິດແມ່ນກໍລະນີນຳເຂົ້າທີ່ເດີນທາງມາຈາກ ສາທາລະນະລັດ ປະຊາທິປະໄຕ ຄອງໂກ (DR Congo) ເຊິ່ງເປັນປະເທດທຳອິດທີ່ປະກາດການລະບາດໃນຄັ້ງນີ້. ສະຖານະການໃນ ຄອງໂກ ເຂັ້ມງວດຂຶ້ນ ທາງດ້ານສູນປ້ອງກັນ ແລະ ຄວບຄຸມໂລກແຫ່ງອາຟຣິກາ (Africa CDC) ລະບຸວ່າ: ການລະບາດໃນຄັ້ງນີ້ເກີດຂຶ້ນຢູ່ແຂວງອິທູຣິ (Ituri) ຂອງ ຄອງໂກ ໂດຍພົບກໍລະນີຕ້ອງສົງໄສທີ່ລໍຖ້າການຢືນຢັນສູງເຖິງ 246 ຄົນ ແລະ ມີຜູ້ເສຍຊີວິດໄປແລ້ວ 65 ຄົນ. ຢ່າງໃດກໍຕາມ, ອົງການອະນາໄມໂລກ (WHO) ໄດ້ເປີດເຜີຍຂໍ້ມູນຫຼ້າສຸດວ່າ ໃນບັນດາກໍລະນີຕ້ອງສົງໄສທັງໝົດນັ້ນ ມີ […]
ສາຍການບິນຫວຽດເຈັດ ມີຜົນກຳໄລເກີນຄາດໝາຍ 21%
ບໍລິສັດສາຍການບິນຫວຽດເຈັດ (Vietjet) (HOSE: VJC) ໄດ້ລາຍງານໃຫ້ຮູ້ກ່ຽວກັບການເງິນໃນໄລຍະ 6 ເດືອນຕົ້ນປີ 2024 ຊຶ່ງຜົນປະກອບການຂອງ Vietjet ເພີ່ມຂຶ້ນກວ່າໄລຍະກ່ອນການລະບາດຂອງພະຍາດໂຄວິດ-19 ໃນປີ 2019 ໂດຍສາຍການບິນໄດ້ຂົນສົ່ງຜູ້ໂດຍສານທັງໝົດ 13,1 ລ້ານຄົນ ດ້ວຍ 70.154 ຖ້ຽວບິນທີ່ປອດໄພ ເຮັດໃຫ້ມີລາຍຮັບສະສົມຈາກການຂົນສົ່ງທາງອາກາດລວມທີ່ 32.893 ພັນຕື້ດົງ (ປະມານ 28 ພັນຕື້ກວ່າກີບ), ເພີ່ມຂຶ້ນ 31% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ກໍາໄລກ່ອນຫັກອາກອນໃນໄລຍະນີ້ຢູ່ທີ່ 1.174 ພັນຕື້ດົງ (ປະມານ 1 ພັນຕື້ກີບ), ເພີ່ມຂຶ້ນເຖິງ 690% ເມື່ອທຽບໃສ່ປີຜ່ານມາ. ລາຍຮັບລວມຂອງ Vietjet ໃນເຄິ່ງປີ 2024 ຢູ່ທີ່ 34.016 ພັນຕື້ດົງ (ປະມານ 30 ພັນຕື້ກີບ), ກໍາໄລກ່ອນຫັກອາກອນແມ່ນ 1.311 ພັນຕື້ດົງ (ປະມານ 1,16 ພັນຕື້ກີບ), ກວມເອົາ 15% […]
ກິດຈະກໍາການຜະລິດຂອງ ອາເມຣິກາ ຫຼຸດລົງຕໍ່າສຸດ ໃນຮອບ 8 ເດືອນ
ຂ່າວສານຫວຽດນາມ ລາຍງານວ່າ: ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສະຖາບັນການຄຸ້ມຄອງການສະໜອງ (ISM) ໃນວັນທີ 1 ສິງຫາ 2024 ກິດຈະກໍາການຜະລິດຂອງສະຫະລັດອາເມຣິກາ ໃນເດືອນກໍລະກົດ 2024 ໄດ້ຫຼຸດລົງໃນລະດັບຕໍ່າສຸດໃນຮອບ 8 ເດືອນ ເນື່ອງຈາກການຫຼຸດລົງຂອງຈໍານວນຄຳສັ່ງຊື້ໃໝ່ ຊຶ່ງສະແດງໃຫ້ເຫັນວ່າພາກອຸດສາຫະກໍາການຜະລິດກໍາລັງປະເຊີນກັບຄວາມຫຍຸ້ງຍາກ ຫຼັງຈາກການຟື້ນຕົວທີ່ເຂັ້ມແຂງໃນໄຕມາດທີ 2. ຂ່າວລະບຸວ່າ: ດັດຊະນີ PMI ຂອງຂະແໜງການຜະລິດ ກວມເອົາ 10,3% ຂອງພື້ນຖານເສດຖະກິດອາເມຣິກາ ໄດ້ຫຼຸດລົງຢູ່ໃນລະດັບ 46,8 ໃນເດືອນກໍລະກົດ (ເປັນລະດັບຕໍ່າສຸດນັບຕັ້ງແຕ່ເດືອນພະຈິກ 2023), ຈາກລະດັບ 48,5 ໃນເດືອນມິຖຸນາ. ດັດຊະນີຄໍາສັ່ງຊື້ໃໝ່ໃນອະນາຄົດຍັງຫຼຸດລົງເຖິງ 47,4 ໃນເດືອນກໍລະກົດ, ຈາກລະດັບ 49,3 ຂອງເດືອນມິຖຸນາ. ໃນຂະນະທີ່ຜົນຜະລິດໄດ້ສືບຕໍ່ຫຼຸດລົງລະດັບ 45,9, ຈາກລະດັບ 48,5 ໃນເດືອນມິຖຸນາ. ເຖິງວ່າຈະມີການຫຼຸດລົງຂອງຄໍາສັ່ງຊື້, ແຕ່ຜູ້ຜະລິດຍັງປະເຊີນກັບລາຄາວັດສະດຸທີ່ສູງຂຶ້ນ ເນື່ອງຈາກການເພີ່ມຂຶ້ນຂອງອັດຕາການຂົນສົ່ງ. ມາດຕະການຂອງລາຄາທີ່ຈ່າຍໂດຍຜູ້ຜະລິດໄດ້ເພີ່ມຂຶ້ນເປັນ 52,9 ໃນເດືອນກໍລະກົດ, ຈາກ 52,1 ໃນເດືອນກ່ອນ. ໃນຂະນະດຽວກັນ, ດັດຊະນີຄວາມໄວການຈັດສົ່ງຂອງຜູ້ສະໜອງໄດ້ເພີ່ມຂຶ້ນເຖິງ […]








