Skip to main content
|
ຄະນະນັກກິລາລອຍນໍ້າ ສະຫະພັນລອຍນໍ້າ ນະຄອນຫຼວງວຽງຈັນ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 10 ຫຼຽນຄຳ, 18 ຫຼຽນເງິນ ແລະ 24 ຫຼຽນທອງ ໃນການແຂ່ງຂັນລອຍນ້ຳຊີງແຊ໋ມ…
|
ການແຂ່ງຂັນດັ່ງກ່າວ ແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 29-30 ສິງຫາ 2026 ທີ່ສູນການຄ້າ ວຽງຈັນ ເຊັນເຕີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ແກ້ວວິສຸກ ໂສລະພົມ…
|
ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ຫຼື ນວ ຈັດກິດຈະກຳການແຂ່ງຂັນກິລາເຕະບານ ມິດຕະພາບ ສະເຫຼີມສະຫຼອງວັນສໍາຄັນຕ່າງໆຂອງຊາດ ຂອງພັກ ຂຶ້ນໃນວັນທີ 29 ສິງຫາ 2026 ທີ…
|
“ທ້າວ ໄຊຊະນະ ກ່ອງຕິນ ໄຊຊະນະ ຈ໋ອບຟອຍ”, ນັກກິລາຟັນດາບທີມຊາດລາວ, ຄວ້າແຊ້ມການແຂ່ງຂັນຟັນດາບປະເພດທີມ ໃນລາຍການ “BUCS FENCING SK Telecom On…
|
ສະໂມສອນ ດອກປີກໄກ່ ແລັບດອກ ຍັງຮັກສາມູນເຊື້ອໃນການຄອງເບີ 1 ໃນວົງການກິລາດອກປີກໄກ່ລາວ ກວາດ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 11 ຫຼຽນທອງ ຄວ້າແຊ໋ມດອກປີກໄກ່ ລາຍການ ເ…
    ຂ່າວກິລາທີ່ຜ່ານມາ

    01/09/2026 | ກິລາ

    ກວດສຸຂະພາບ, ສະມັດຕະພາບຮ່າງກາຍ, ແນະນຳກ່ຽວກັບຈິດຕະວິທະຍາການກິລາ ແລະ ໂພຊະນາການ ໃຫ້ແກ່ນັກກິລາທີມຊາດລາວ ກຽມລຸຍ ເອຊຽນ ເກມ!

    ເມື່ອວັນທີ 27 ສິງຫາ 2026 ທີ່ຜ່ານມາ, ສະຖາບັນກິລາ-ກາຍຍະກຳ ຮ່ວມກັບ ກົມກິລາລະດັບສູງ ໄດ້ຈັດຕັ້ງການກວດສຸຂະພາບ, ສະມັດຕະພາບຮ່າງກາຍ, ແນະນຳກ່ຽວກັບຈິດຕະວິທະຍາການກິລາ ແລະ ໂພຊະນາການ ໃຫ້ແກ່ນັກກິລາທີມຊາດລາວ ທີ່ກຳລັງເກັບຕົວຝຶກຊ້ອມ ເພື່ອກະກຽມເຂົ້າຮ່ວມແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງໄອຈິ-ນາໂກຢາ ປະເທດຍີ່ປຸ່ນ ປີ 2026. ການກວດສຸຂະພາບຄັ້ງນີ້ ເປັນຮອບທີ 2 ແລ້ວ ໂດຍມີຈຸດປະສົງ ເພື່ອເປັນການທົດສອບ ແລະ ປະເມີນ ກ່ຽວກັບ ສຸຂະພາບ, ສະມັດຕະພາບຮ່າງກາຍ, ສະມັດຕະພາບທາງຈິດໃຈ ແລະ ແນະນຳກ່ຽວກັບໂພຊະການອາຫານ ໃຫ້ແກ່ນັກກິລາທີມຊາດລາວ ເພື່ອນຳເອົາຜົນການທົດສອບແຕ່ລະດ້ານມາປະເມີນຫາຈຸດແຂງ, ຈຸດອ່ອນ ແລະ ຫາວິທີປັບປຸງແກ້ໄຂ ແລ້ວນຳມາວິເຄາະສ້າງແຜນການຝຶກຊ້ອມຮ່ວມກັບຄູຝຶກທີມຊາດ ໃຫ້ມີປະສິດທິພາບເພີ່ມຂຶ້ນ ເພື່ອພ້ອມທີ່ຈະເຂົ້າຮ່ວມແຂ່ງຂັນ ກິລາເອຊຽນເກມ ໃນທ້າຍ ເດືອນ ກັນຍາ ທີ່ຈະມາເຖິງນີ້. ພາບ-ຂ່າວ: ນ້ຳສອງສີ #ກົມກິລາລະດັບສູງ #ໜັງສືພິມສຶກສາວິທະຍາສາດແລະກິລາ #laosportsnews #laosportsmedia