Skip to main content
 ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜິ້ງ ໃນວັນທີ 31 ມັງກອນ 2024 ໄດ້ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງບ້ານດອນທາດ ມຸ່…
ເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຸດສາຫະກຳ-ການຄ້າ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວກວດກາຄວາມເປັນລະບຽບຮຽບຮ້ອຍ ການຈຳໜ່າຍສິນຄ້າຢູ່ພາຍໃນເມືອງຫ້ວຍຊາຍໃນວັນທີ 26 ກັນຍາ 2023  ໄດ້ພົບເຫັນມີການນໍາເຂົ້າສິນຄ້າປະເພດຊີ້ນໝູສົດ ຈ…

ກັກຕົວຊາວຈີນ ພ້ອມຂອງກາງຢາເສບຕິດຫຼາຍລາຍການ ທີ່ເມືອງຕົ້ນເຜິ້ງ

ໃນວັນທີ 6 ກຸມພາ 2024 ເວລາປະມານ 4:11 ໂມງ ທີ່ຈຸດກວດການໍ້າເກິງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຜູ້ຊາຍ 1 ຄົນ ຂີ່ລົດໂດຍສານມາແຕ່ ເມືອງຕົ້ນເຜິ້ງ ເພື່ອທີ່ຈະເດີນທາງເຂົ້າເມືອງຫ້ວຍຊາຍ ໂດຍຜ່ານຈຸດກວດການ້ຳເກິງ, ເຈົ້າ…

ສະກັດຢຶດຢາບ້າໄດ້ 8 ລ້ານເມັດ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ

 ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ອອກກວດກາລາດຕະເວນຂອບເຂດລະຫວ່າງ ບ້ານໃຫຍ່ສີເມືອງງາມ ຫາ ບ້ານດອນທາດ ເມືອງຕົ້ນເຜິ້ງ ໃນວັນທີ 31 ມັງກອນ 2024 ໄດ້ພົບເຫັນລົດເປົ້າໝາຍ ແລ່ນມາແຕ່ທາງບ້ານດອນທາດ ມຸ່ງໜ້າໄປທາງບ້ານໃຫຍ່ສີເມືອງງາມ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ໄລ່ລົດຄັນດັ່ງກ່າວ ຊຶ່ງພໍມາຮອດບ້ານໃຫຍ່ສີເມືອງງາມ, ເຈົ້າທີ່ຈຶ່ງໄດ້ລັດທາງ ແຕ່ລົດຄັນດັ່ງກ່າວບໍ່ທັນແລ່ນມາຮອດຈຸດທີ່ເຈົ້າໜ້າທີ່ສະກັດລັດ ປະມານ 15-20 ແມັດ, ຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ຈອດລົດ ແລ້ວໄດ້ຍົກປືນສັ້ນໃສ່ເຈົ້າໜ້າທີ່ ແລະ ໄດ້ເອົາຕົວຫຼົບໜີແລ່ນເຂົ້າປ່າ ໂດຍເປັນເພດຊາຍ ຈໍານວນ 1 ຄົນ. ຫຼັງຈາກນັ້ນ, ທາງເຈົ້າໜ້າທີ່ ຈຶ່ງໄດ້ໄປກວດກາເບິ່ງລົດຄັນດັ່ງກ່າວ ແລ້ວພົບເຫັນຢາເສບຕິດຢູ່ໃນລົດ ແລະ ກະບະລົດ. ການກວດຄົ້ນລົດຄັນດັ່ງກ່າວຂອງເຈົ້າໜ້າທີ່ ໄດ້ພົບເຫັນເປົາຢາເສບຕິດທັງໝົດຈຳນວນ 40 ເປົາ ໃນນີ້ ໄດ້ເຊື່ອງຢູ່ໃນລົດ 28 ເປົາ, ຢູ່ຫຼັງກະບະລົດ 12 ເປົາ. ຫຼັງຈາກກວດຢ່າງລະອຽດມີຢາເສບຕິດປະເພດຢາບ້າຈຳນວນທັງໝົດ 400 ມັດ, ເທົ່າກັບ 8.000.000 […]

ຢຶດຊີ້ນໝູສົດນຳເຂົ້າບໍ່ຖືກຕ້ອງ 40 ກິໂລ ແລະ ມອບໃຫ້ໂຮງຮຽນ ມສ ສາມັນກິນນອນຊົນເຜົ່າ ເມືອງຫ້ວຍຊາຍ

ເຈົ້າໜ້າທີ່ກວດກາການຄ້າ ພະແນກ ອຸດສາຫະກຳ-ການຄ້າ ແຂວງບໍ່ແກ້ວ ໄດ້ເຄື່ອນໄຫວກວດກາຄວາມເປັນລະບຽບຮຽບຮ້ອຍ ການຈຳໜ່າຍສິນຄ້າຢູ່ພາຍໃນເມືອງຫ້ວຍຊາຍໃນວັນທີ 26 ກັນຍາ 2023  ໄດ້ພົບເຫັນມີການນໍາເຂົ້າສິນຄ້າປະເພດຊີ້ນໝູສົດ ຈໍານວນ 40 ກິໂລ ຊຶ່ງເຫັນວ່າເປັນການລັກລອບນໍາເຂົ້າສິນຄ້າບໍ່ຖືກຕ້ອງ ແລະ ເປັນການຫຼົບຫຼີກການເສຍພັນທະແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ພະແນກອຸດສາຫະກຳ-ການຄ້າ ແຂວງບໍ່ແກ້ວ ຈຶ່ງໄດ້ຢຶດສິນຄ້າດັ່ງກ່າວໄວ້. ມາຮອດວັນທີ 27 ກັນຍາ 2023, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານພາຍໃນພະແນກ ໄດ້ມອບຊີ້ນໝູສົດ ຈໍານວນ 40 ກິໂລ ທີ່ຢຶດໄດ້ນັ້ນໃຫ້ແກ່ ໂຮງຮຽນ ມສ ສາມັນກິນນອນຊົນເຜົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອນຳໄປປຸງແຕ່ງເປັນອາຫານໃຫ້ຄູອາຈານ ແລະ ນັກຮຽນບໍລິໂພກ.  

ຂ່າວທີ່ຜ່ານມາ