ເປີດນຳໃຊ້ລະບົບ Pancake Laos ພ້ອມຮ່ວມມືກັນຍົກລະດັບທຸລະກິດລາວສູ່ສາກົນ
ບໍລິສັດ BUBER CONECT ຈັດງານພິທີເປີດການນຳໃຊ້ລະບົບ Pancake Laos ເພື່ອເປັນການສົ່ງເສີມການຍົກລະດັບການບໍລິການໃຫ້ທັນສະໄໝ ແລະ ມີປະສິດທິພາບຫຼາຍຂຶ້ນ ໂດຍສະເພາະການຈັດຊີ້-ຂາຍແບບລະບົບອອນລາຍ ແນໃສ່ສ້າງເຄືອຂ່າຍທີ່ເຂ…
ຂ່າວທີ່ຜ່ານມາ
ລະນຶກວັນສ້າງຕັ້ງສະມາຄົມນັກປະພັນລາວ ຄົບຮອບ 35 ປີ
ພິທີລະນຶກວັນສ້າງຕັ້ງສະມາຄົມນັກປະພັນລາວ ຄົບຮອບ 35 ປີ (22 ຕຸລາ 1990-22 ຕຸລາ 2025) ປະກາດຜົນການຕັດສິນລາງວັນ ຊີໄຣ ປະຈໍາປີ 2024, ປີ 2025 ແລະ ລາງວັນວັນນະກໍາແມ່ນໍ້າຂອງ ປີ 2022 ຈັດຂຶ້ນໃນວັນທີ 22 ຕຸລາ 2025 ຢູ່ກົມວັນນະຄະດີ ແລະ ພິມຈໍາໜ່າຍ ໂດຍມີ ທ່ານ ນາງ ຈັນເພັດ ຄໍາຟອງ ຫົວໜ້າກົມວັນນະຄະດີ ແລະ ພິມຈໍາໜ່າຍ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກປະພັນລາວ, ສິລະປິນສາຂາວັນນະກໍາ, ນັກປະພັນ, ນັກກະວີອາວຸໂສ ແລະ ໜຸ່ມນ້ອຍ ຕະຫຼອດທັງຜູ້ສົ່ງບົດເຂົ້າຮ່ວມກວດສອບ ເຂົ້າຮ່ວມ. ໂອກາດນີ້, ທ່ານ ທອງໃບ ໂພທິສານ ກ່າວວ່າ: […]
ງານບຸນນະມັດສະການພະທາດຫຼວງ ປະຈຳປີ 2025 ຈະຈັດຂຶ້ນໃນຕົ້ນເດືອນພະຈິກນີ້
ພິທີຖະແຫຼງຂ່າວງານປະເພນີບຸນນະມັດສະການພະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 21 ຕຸລານີ້ ທີ່ເດີ່ນພະທາດຫຼວງວຽງຈັນ, ມີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ວຽງພອນ ແກ້ວຄູນສີ ໄດ້ກ່າວວ່າ: ເພື່ອຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງງານບຸນນະມັດສະການພະທາດຫຼວງຂອງຊາວລາວ ກໍຄືຊາວນະຄອນຫຼວງວຽງຈັນ ທີ່ເຄີຍສືບທອດກັນມາແຕ່ບູຮານນະການ, ໃຫ້ມີຄວາມໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີສາກົນ. ໃນໂອກາດເປີດປີ ທ່ອງທ່ຽວລາວ 2025 ຈະມາເຖິງນີ້, ເພື່ອສ້າງໂອກາດໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກໍຄື: ແຜນຟື້ນຟູເສດຖະກິດດ້ວຍຮູບການຊຸກຍູ້, ສົ່ງເສີມການທ່ອງທ່ຽວ, ສົ່ງເສີມສິນຄ້າ ຂອງໜຶ່ງເມືອງ ໜຶ່ງຜະລິດຕະພັນ; […]
ທ່ານ ນາງ ເພັດສະໝອນ ພົມມະໄຊສີ ວາງວິໄສທັດການຂາຍ ຊື່ສັດ-ບໍລິການວອງໄວ ໃສ່ໃຈຕໍ່ລູກຄ້າ
ປັດຈຸບັນ, ບົດບາດຂອງແມ່ຍິງລາວ ນັບມື້ສູງເດັ່ນໄປຄຽງຄູ່ກັບເພດຊາຍ ໃນທຸກຂົງເຂດວຽກງານ ທັງເວທີພາຍໃນ, ພາກພື້ນ ແລະ ສາກົນ, ແມ່ຍິງຫຼາຍທ່ານ ໄດ້ພັດທະນາຕົນເອງໃຫ້ມີຄວາມຮູ້ຄວາມສາມາດໃນຫຼາຍດ້ານ ເຊັ່ນດຽວກັບ ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ເປັນນັກທຸລະກິດຍິງທີ່ມີປະສົບການຫຼາຍ 10 ປີ ເປັນທີ່ຮູ້ຈັກກັນດີ ເລື່ອງບໍລິການນຳເຂົ້າ ແລະ ຈຳໜ່າຍອາຍແກັດຫຸງຕົ້ມ, ອາຍແກັດອຸສາຫະກຳ, ອາຍອົກຊີເຢັນສໍາລັບໃຊ້ທາງການແພດ, ອາຍອົກຊີເປັນທີ່ຮັບໃຊ້ເຂົ້າໃນວຽກງານອຸດສາຫະກຳ (ກໍ່ສ້າງ),ໃນຄົວເຮືອນ ມີວິໄສ່ທັດການຂາຍທີ່ ຊື່ສັດ, ຈິງໃຈບໍລິການວອງໄວໃສ່ໃຈຕໍ່ລູກຄ້າເພາະວຽກງານຂອງເຮົາຄືການບໍລິການ. ທ່ານ ນາງ ເພັດສະໝອນ ພົມມະໄຊສີ ປະທານສະມາຄົມທຸລະກິດຍິງແຂວງຄໍາມ່ວນ ກ່າວໃຫ້ຮູ້ວ່າ: ການເປັນນັກທຸລະກິດແມ່ຍິງຕໍ່ຄວາມຄິດຂອງສັງຄົມປັດຈຸບັນນີ້ແມ່ນມີຄວາມໄດ້ປຽບຫຼາຍຢ່າງໃຫ້ແມ່ຍິງທຸລະກິດພວກເຮົາ ແລະເປັນທີ່ຍອມຮັບຢ່າງກວ້າງຂວາງຕໍ່ຜົນສຳເລັດ ແລະ ຄວາມຫ້າວຫັນຄວາມຮູ້ຄວາມສາມາດປະດິດຄິດສ້າງພັດທະນາໃນວຍກທຸລະກິດ ແລະ ເຮັດໃຫ້ຜົນງານຂອງແມ່ຍິງທຸລະກິດພວກເຮົາມີຄວາມກ້າວກະໂດດນຳເອົາຄວາມສຳເລັດໃນທຸລະກິດນຳເອົາຄວາມພັດທະນາສີວິໄລສູ່ຄອບຄົວເປັນທີ່ຍອມຮັບໃຫ້ກັບສັງຄົມຄຽງຄູ່ກັບຄວາມສຳເລັດ, ແມ່ຍິງພວກເຮົາໄດ້ເປັນທ່າແຮງຊ່ວຍເຫຼືອແລະພັດທະນາສັງຄົມຄໍ້າຊູຊຸກຍູ້ບູລະນະພຸດທະສາດສະໜາໃນຂອບເຂດທີ່ມີການພັດທະນາຫຼາຍໆດ້ານ ແລະ ການພັດທະນາກ້າວກະໂດດເດັ່ນເປັນສະຫງ່າ ຊຶ່ງສິ່ງເຫຼົ່ານີ້ໄດ້ເປັນແຮງພັກດັນຊຸກຍູ້ ແລະກຳລັງແຮງໃຈໃຫ້ນັກທຸລະກິດແມ່ຍິງຂອງພວກເຮົາກ້າຄິດນຳເອົາຄວາມສາມາດເຂົ້າປະກອບສ່ວນພັດທະນາທີ່ດີຢູ່ແລ້ວໃຫ້ມີການພັດທະນາໃຫ້ດີຂຶ້ນເລື່ອຍໆ. ຄຽງຄູ່ກັບການພັດທະນາທີ່ດີເດັ່ນກໍປາດສະຈາກບໍ່ໄດ້ທີ່ໄດ້ສ້າງຄວາມທ້າທາຍໃຫ້ແມ່ຍິງທຸລະກິດພວກເຮົາໃນຍຸກພັດທະນາແມ່ຍິງທຸລະກິດພວກເຮົາຍັງຕ້ອງໄດ້ຮຽນຮູ້ພັດທະນາຕົນເອງໃຫ້ທັນກັບສະພາບເສດຖະກິດຂອງໂລກກໍ່ຄືຊຽນບ້ານເຮົາເຊິ່ງໄດ້ມີການຜັນຜວນຂອງເສດຖະກິດ, ເງິນອ່ອນຄ່າ ຊຶ່ງກໍ່ເປັນບັນຫາທີ່ພວກເຮົາຕ້ອງໄດ້ຫາທາງອອກຮ່ວມກັບມະຫາພາກເພື່ອພ້ອມກັນກ້າວຜ່ານຊວງວິກິດ. ບໍລິສັດແກັດອຸດສາຫະກຳຄໍາມ່ວນ ຈຳກັດ ຜູ້ດຽວ ເລີ່ມສ້າງຕັ້ງຂື້ນມາແຕ່ປີ 2010 […]