Skip to main content

ເລຂາທິການໃຫຍ່ ພັກ ປປ ລາວ ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ

ໃນໂອກາດຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ, ໃນຕອນບ່າຍວັນທີ 4 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິການງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ຢ້ຽມຢາມໂຮງຮຽນພັກສູນກາງພັກກອມມູນິດຈີນ (ສະຖາບັນການປົກຄອງແຫ່ງຊາດຈີນ) ທີ່ ນະຄອນຫລວງປັກກິ່ງ ຊຶ່ງໂຮງຮຽນດັ່ງກ່າວ ແມ່ນສະຖາບັນການສຶກສາຂັ້ນສູງສຸດ ແລະ ເປັນຄັງຄວາມຄິດ-ປັນຍາ ທີ່ສຳຄັນທີ່ສຸດຂອງພັກ ແລະ ລັດຖະບານຈີນ. ໃນໂອກາດດັ່ງກ່າວ, ສະຫາຍ ເຊ້ຍ ຊຸ່ນ ທ່າວ ກໍາມະການສູນກາງພັກ, ຮອງຫົວໜ້າໂຮງຮຽນພັກສູນກາງ ພ້ອມດ້ວຍຄະນະພັກ-ຄະນະນໍາໂຮງຮຽນດັ່ງກ່າວ ໄດ້ໃຫ້ການຕ້ອນຮັບ ແລະ...

Continue reading

ສານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ແລະ ວັນສິ່ງແວດລ້ອມແຫ່ງຊາດ

ເນື່ອງໃນໂອກາດວັນສິ່ງແວດລ້ອມໂລກ ຄົບຮອບ 53 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 27 ປີ ທີ່ໝູນວຽນມາອີກວາລະໜຶ່ງ, ສປປ ລາວ ຮ່ວມກັບປະເທດຕ່າງໆ ໃນທົ່ວໂລກ ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນດັ່ງກ່າວ ເພື່ອເປັນການຢືນຢັນເຖິງຄວາມເອົາໃຈໃສ່ຢ່າງໜັກແໜ້ນ ຂອງພັກ ແລະ ລັດຖະບານ ກໍຄືປວງຊົນທັງຊາດ ໃນການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການປົກປັກຮັກສາສິ່ງແວດລ້ອມ. ຈຸດປະສົງຂອງການສະເຫຼີມສະຫຼອງວັນດັ່ງກ່າວ ແມ່ນເພື່ອເປັນການປູກຈິດສຳນຶກໃຫ້ປະຊາຄົມໂລກ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ເຫັນໄດ້ຄວາມສຳຄັນ ຂອງສິ່ງແວດລ້ອມ ກໍຄືສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮ່ວມກັນປ້ອງກັນ, ແກ້ໄຂ ແລະ ມີສ່ວນຮ່ວມ ໃນການຫຼຸດຜ່ອນບັນຫາໂລກຮ້ອນ...

Continue reading