Skip to main content

ມະຫາວິທະຍາໄລ ສະຫວັນນະເຂດ ຮ່ວມມືກັບ ບໍລິສັດ ແກ້ວມະນີວົງ ສົ່ງເສີມທາງດ້ານວິຊາການ

ມະຫາວິທະຍາໄລ ສະຫວັນນະເຂດ ຫຼື ມຂ ແລະ ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືທາງດ້ານວິຊາການ ເພື່ອຊຸກຍູ້ສົ່ງເສີມອຸປະກອນການສຶກສາ, ເຄື່ອງໃຊ້ຫ້ອງການ, ປະກັນໄພຄຸ້ມຄອງອຸປະຕິເຫດຄູ-ອາຈານ ແລະ ນັກສຶກສາຂອງມະຫາວິທະຍາໄລ ສະຫວັນນະເຂດ ໃນໄລຍະເວລາ 20 ປີ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ ມຂ ສະຫວັນນະເຂດ ແລະ ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ຈັດຂຶ້ນໃນວັນທີ 18 ມີນາ 2026 ທີ່ຮ້ານໂຊກໄຊ ກາເຟ ບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ເປັນການລົງນາມກັນລະຫວ່າງ ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ຮັກສາການແທນຜູ້ອໍານວຍການມະຫາວິທະຍາໄລ ສະຫວັນນະເຂດ ແລະ ທ່ານ ບຸນທະນອງ ແກ້ວມະນີວົງ ຜູ້ອໍານວຍການບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໂດຍມີທ່ານ ຮສ.ປອ ນາງ ເພັດສະໝອນ ຂັດຕິຍະວົງ ຮອງຜູ້ອໍານວຍການ ມຂ ພ້ອມດ້ວຍຄະນະອໍານວຍການ, ພະນັກງານ-ອາຈານ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນການຮ່ວມມືກັນລະຫວ່າງ ມຂ ແລະ ບໍລິສັດ ແກ້ວມະນີວົງ ການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ທັງສອງຝ່າຍໄດ້ເນັ້ນໜັກການຮ່ວມມືສົ່ງເສີມທາງດ້ານວິຊາການ ໃນໄລຍະເວລາ 20 ປີ ຊຶ່ງເປັນຄວາມຕ້ອງການ ແລະ ສອດຄ່ອງກັບວິໄສທັດການພັດທະນາ ມຂ ຊຶ່ງຈະມີການຊຸກຍູ້ສົ່ງເສີມອຸທາງດ້ານປະກອນການຮຽນ ການສອນ ເຊັ່ນ: ປື້ມຂຽນ 100 ໜ້າ, 200 ໜ້າ, ໂສ້ງ, ເສື້ອ, ສິ້ນ, ຕີນສິ້ນ, ຊຸຸດນອນນັກຮຽນອະນຸບານ, ເຄື່ອງກິລາ, ເຄື່ອງໃຊ້ຫ້ອງການ, ເຄື່ອງຄອມພີວເຕີ, ກະດານ, ເຈ້ຍລາມ ແລະ ປະກັນໄພອຸປະຕິເຫດສໍາລັບຄູ-ອາຈານ ແລະ ນ້ອງນັກສຶກສາ ແນໃສ່ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ສະຖານ ການສຶກສາ, ນ້ອງນັກຮຽນ, ຜູ້ປົກຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ສາມາດເຂົ້າເຖິງອຸປະກອນການຮຽນທີ່ມີຄຸນນະ ພາບ, ໄດ້ຢ່າງສະດວກສະບາຍ ແລະ ມີລາຄາທີ່ເໝາະສົມ ຊຶ່ງເປັນການຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນຊ່ວງວິກິດທາງດ້ານເສດຖະກິດ, ລວມເຖິງການ ຊ່ວຍແບ່ງເບົາພາລະເມື່ອເກີດອຸບັດຕິເຫດ ພ້ອມທັງສະໜອງອຸປະກອນການສຶກສາ ແລະ ປະກັນໄພອຸບັດຕິເຫດດັ່ງກ່າວ ເຂົ້າໃນສະຖານທີ່ການສຶກສາທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວແຂວງສະຫວັນນະເຂດ ອີກດ້ວຍ.
ພາບ-ຂາວ ໂດຍ ສົງການ ພັນແພງດີ