ມອບ-ຮັບອາຄາຮຽນໂຮງຮຽນປະຖົມສົມບູນ ບ້ານຫຼັກສອງ ເມືອງສາລະວັນ

ພິທີມອບ-ຮັບໂຄງການກໍ່ສ້າງສ້ອມແປງ ແລະ ຕໍ່ເຕີມອາຄານຮຽນ ໂຮງຮຽນປະຖົມສົມບູນສົມບູນ ບ້ານຫຼັກສອງ ເມືອງ ແລະ ແຂວງສາລະວັນ ຈຳນວນ 2 ຫຼັງ ລວມມູນຄ່າ 282 ລ້ານກວ່າກີບ, ຊຶ່ງໄດ້ຮັບທຶນຈາກສະມາຄົມການສຶກສາ-ກິລາ ເພື່ອສຸຂະພາບລາວ-ສະວິດເຊີແລນ ໃນວັນທີ 10 ພະຈິກ 2025 ທີ່ໂຮງຮຽນດັ່ງກ່າວ, ໂດຍມີ ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ທ່ານ ຂາວ ໂພໄຊ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ທ່ານ ອາໂອອິດ ແຄສະເລີ ປະທານສະມາຄົມການສຶກສາ-ກິລາ ເພື່ອສຸຂະ ພາບລາວ-ສະວິດເຊີແລນ ພ້ອມດ້ວຍພະແນກການຂອງແຂວງ, ເລຂາໜ່ວຍພັກ-ນາຍບ້ານ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.
ໃນພິທີ, ທ່ານ ວິແຊນ ແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາ ແລະ ກິລາເມືອງສາລະວັນ ໄດ້ໃຫ້ຮູ້ວ່າ: ໄລຍະຜ່ານມາ ອາຄານຮຽນ ຂອງໂຮງຮຽນປະຖົມສົມບຸນຫຼັກສອງ ມີ 3 ຫຼັງ. ໃນນັ້ນ, 1 ຫຼັງ ເປັນອາຄານທີ່ຊຸດໂຊມ ຫຼັງຄາຮົ່ວ ແລະ 1 ຫຼັງ ແມ່ນກໍ່ສ້າງບໍ່ທັນສຳເລັດ ເນື່ອງຈາກງົບປະມານບໍ່ພຽງພໍ ໂດຍລະດົມພາຍໃນບ້ານ ເທົ່ານັ້ນ. ສະນັ້ນ, ຈຶ່ງໄດ້ສະເໜີຄົ້ນຄວ້າງົບປະມານ ເພື່ອສືບຕໍ່ກໍ່ສ້າງໃຫ້ສຳເລັດ ແລະ ຮອງຮັບກັບຈຳນວນນັກຮຽນ ທີ່ເພີ່ມຂຶ້ນ. ໄລຍະຜ່ານມາ, ຈໍານວນຫ້ອງຮຽນບໍ່ພຽງພໍ ເຮັດໃຫ້ເດັກທີ່ເຂົ້າຮຽນຊັ້ນປະຖົມ ພາຍໃນບ້ານ ໄປຮຽນຢູ່ໂຮງຮຽນອື່ນທີ່ໃກ້ຄຽງ.
ການກໍ່ສ້າງສ້ອມແປງອາຄານຮຽນປະຖົມບ້ານຫຼັກສອງ ຈຳນວນ 2 ຫຼັງ ຄື: ຫຼັງທີ 1 ແມ່ນຂະໜາດ 8×32 ແມັດ ວຽກທີ່ຈັດຕັ້ງປະຕິບັດ ສ້ອມແປງແພດານ, ຫຼັງຄາ ແລະ ທາສີ; ຫຼັງທີ 2 ແມ່ນຕໍ່ເຕີມເພີ່ມ 1 ຫ້ອງຂະໜາດອາ ຄານ 9×24 ແມັດ ວຽກທີ່ຈັດຕັ້ງປະຕິບັດ ແມ່ນເທເບຕົງ, ກໍ່ ແລະ ໂບກ, ມຸງຫຼັງຄາ ແລະ ຕິດຕັ້ງແພດານ, ໄຟຟ້າ, ພັດລົມ ແລະ ທາສີ ລວມມູນຄ່າການກໍ່ສ້າງສ້ອມແປງທັງໝົດ 282.700.000 ກີບ, ຊຶ່ງການກໍ່ສ້າງສ້ອມແປງ ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 2 ກໍລະກົດ 2025 ແລະ ໄດ້ສຳເລັດໃນວັນທີ 5 ສິງຫາ 2025. ໂຮງຮຽນປະຖົມສົມບູນຫຼັກສອງ ມີຄູສອນ 6 ຄົນ ຍິງ 5 ຄົນ, ມີນັກຮຽນແຕ່ ປ.1-ປ.5 ຈຳນວນ 142 ຄົນ ຍິງ 71 ຄົນ, ມີອາຄານຮຽນ 3 ຫຼັງ, ຫ້ອງຮຽນ 13 ຫ້ອງ.
ຂ່າວ-ພາບ: ທິດລານີ ໂຄດໂຍທາ



