ການນຳກອງທັບ ມອບເງິນໃຫ້ “ພູທະລັດ ອິນນຸດ” ຫຼັງປະເດີມຫຼຽນຄຳທຳອິດ ງານກິລາແຫ່ງຊາດ ຄັ້ງທີ XII

ໃນຕອນເຊົ້າວັນທີ 11 ພະຈິກ 2025 ນີ້, ການແຂ່ງຂັນແລ່ນ-ລານ ປະເພດຍິງ ໃນໄລຍະ 5.000 ແມັດ ໃນງານມະຫະກຳກີລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ແລະ ເປັນການແຂ່ງຂັນໃນຮອບຊີງຫຼຽນຄຳ ຫຼຽນທຳອິດ. ຜ່ານການແຂ່ງຂັນຕົວຈິງປະກົດວ່າ ຊັ້ນ I ນາງ ພູທະລັດ ອິນນຸດ ນັກກິລາຈາກກະຊວງປ້ອງກັນປະເທດ ສ້າງຜົນງານໄດ້ຢ່າງໂດດເດັ່ນ ແລ່ນເຂົ້າເສັ້ນໄຊ ເປັນຄົນທຳອິດ ດ້ວຍເວລາ 20 ນາທີ 1 ວິນາທີ 8 ລິບດາ ສາມາດຍາດຫຼຽນຄຳມາຄອງ ຢ່າງຍິ່ງໃຫຍ່ ແລະ ຖືວ່າເປັນຫຼຽນຄຳ 2 ສະໄໝຕິດຕໍ່ກັນ ເພາະກ່ອນໜ້ານີ້ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ນາງ ພູທະລັດ ອິນນຸດ ກໍເຄີຍຍາດໄດ້ຫຼຽນຄຳ ໃນການແລ່ນ-ລານປະເພດດັ່ງກ່າວໄດ້ເຊັ່ນດຽວກັນ.
ຊັ້ນ I ນາງ ພູທະລັດ ອິນນຸດ ໄດ້ກ່າວວ່າ: ຕົນເອງດີໃຈຫຼາຍທີ່ສາມາດເຮັດໄດ້ຕາມເປົ້າໝາຍ ຖືເປັນຂວັນກຳລັງໃຈທີ່ດີໃນການເລີ່ມຕົ້ນຂອງທັບນັກກິລາ ກະຊວງປ້ອງກັນປະເທດ ແລະ ຍັງຈະຕັ້ງເປົ້າຈະຍາດເພີ່ມອີກ 2 ຫຼຽນຄຳ ໃນການລົງແຂ່ງຂັນແລ່ນລານ ປະເພດປະສົມ 4×400 ແລະ ປະເພດຍິງດ່ຽວ ໄລຍະ 10.000 ແມັດ ແລະ ເພື່ອເປັນກຳລັງໃຈໃຫ້ແກ່ນັກກິລາທາງຄະນະຮັບຜິດຊອບ ກໍຄືຄະນະນຳກະຊວງປ້ອງກັນປະເທດ ໄດ້ມອບເງິນອັດສີດຈຳນວນໜຶ່ງ ໃຫ້ແກ່ ຊັ້ນ I ນາງ ພູທະລັດ ອິນນຸດ ຕື່ມອີກ.
ໂດຍ: ຈິດ ເພັດພູທອງ (ກອງທັບ)
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


