Skip to main content

ກອງປະຊຸມຄະນະຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS) ແຂວງສາລະວັນ

ໃນຕອນບ່າຍວັນທີ 10 ທັນວາ 2025 ທີ່ຫ້ອງປະຊຸມ ໂຮງແຮມສິນສະໄໝ ແຂວງສາລະວັນ ໄດ້ຈັດກອງປະຊຸມຄະນະຈັດຕັ້ງປະຕິບັດ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ, ພາຍໃຕ້ການເປັນປະທານໂດຍ ທ່ານ ໄພວັນ ແສງອຳພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສົມຄິດ ແທ່ງສົມບັດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະຈັດຕັ້ງປະຕິບັດໂຄງການ ຂັ້ນແຂວງ ປະທານ ຮອງປະທານ ຄະນະກຳມະການປົກຄອງເມືອງ, ຄະນະອໍານວຍການໂຮງຮຽນ, ຜູ້ໃຫ້ປຶກສາ ແລະ ພະນັກງານໂຄງການ VTESS ເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຟັງການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບ ແລະ ການສະໜັບສະໜູນການມີວຽກເຮັດງານທໍາ 6 ເດືອນທ້າຍປີ 2025 (ນັບແຕ່ເດືອນກໍລະກົດ – ທັນວາ 2025) ນຳສະເໜີຄວາມຄືບໜ້າການປະຕິບັດກິດຈະກຳ ຂອງແຕ່ລະອົງປະກອບ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຊຶ່ງຄະນະຮັບຜິດຊອບກໍໄດ້ຜັດປ່ຽນກັນຂຶ້ນລາຍງານ ຄື: ທ່ານ ບຸນທະວີ ສຸລິພັນ ຜູ້ປະສານງານຂັ້ນໂຮງຮຽນ ລາຍງານຜົນການຈັດຕັ້ງປະຕິບັດຂອງວຽກງານການຝຶກອົບຮົມວິຊາຊີບ (ອົງປະກອນ 1), ທ່ານ ພຸກ ຫຼວງໄຊຍະວົງ ຜູ້ໃຫ້ຄຳປຶກສາ ຈາກສະມາຄົມພັດທະນາຊຸມຊົນບ້ານເຮົາ ນໍາສະເໜີຜົນການຈັດຕັ້ງປະຕິບັດຂອງວຽກງານວົງຈອນການ ແລະ ການຝຶກອົບຮົມການເປັນຜູ້ປະກອບການໃຫ້ຄໍາປຶກສາ ແລະ ທຶນລິເລີ່ມທຸລະກິດ (ອົງປະກອບ 2 ), ທ່ານ ນ. ສົງກາ ໄຊຍະວົງ ຜູ້ໃຫ້ຄຳປຶກສາ ຈາກສູນການສຶກສານອກໂຮງຮຽນ ນໍາສະເໜີຜົນການຈັດຕັ້ງປະຕິບັດຂອງວຽກງານ ທຶນລິເລີ່ມທຸລະກິດ (ອົງປະກອບ 3 ).
ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ກ່ຽວກັບຜົນສໍາເລັດທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ, ສະເໜີວິທີການແກ້ໄຂບັນຫາ ແລະ ແຜນໃນຕໍ່ໜ້າ ຊຶ່ງໄດ້ເຫັນດີເປັນເອກະພາບຮ່ວມກັນ ຮັບຮອງເອົາບົດສະຫຼຸບ-ຕີລາຄາ ການຈັດຕັ້ງປະຕິບັດ ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ໄລຍະ 6 ເດືອນທ້າຍປີ 2025 ແຕ່ເດືອນ ກໍລະກົດ – ທັນວາ 2025 ແລະ ແຜນການຈັດຕັ້ງປະຕິບັດກິດຈະກໍາ ໄລຍະ 6 ເດືອນຕົ້ນປີ 2026 ແຕ່ເດືອນ ມັງກອນ – ມິຖຸນາ 2026 ຂອງຄະນະຈັດຕັ້ງປະຕິບັດໂຄງການຂັ້ນແຂວງ.
ຂ່າວ: ແຫຼັງຄຳ ບຸດນາໂຄກ