ການນຳແຂວງຈຳປາສັກ ໂອ້ລົມ ແລະ ໃຫ້ກຳລັງໃຈນັກກິລາ ຊຸດເຂົ້າຮ່ວມ ງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ຢູ່ນະຄອນຫຼວງວຽງຈັນ
11/12/2025

ໃນວັນທີ 10 ທັນວາ 2025 ຢູ່ບໍລິເວນເດີ່ນບ້ານພັກຊີເກມ ມະຫາວິທະຍາໄລແຫ່ງຊາດ, ການນໍາແຂວງຈຳປາສັກ ນໍາໂດຍ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຈຳປາສັກ ພ້ອມດ້ວຍຄະນະການນໍາແຂວງ ໄດ້ເຄື່ອນໄຫວພົບປະໂອ້ລົມ, ຊຸກຍູ້ ແລະ ໃຫ້ກໍາລັງໃຈນັກກິລາທີ່ເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ.
ໃນພິທີ, ທ່ານ ປອ ພູວົງ ອະໄພ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ ລາຍງານວ່າ: ງານກິລາຄົນພິການແຫ່ງຊາດ ຄັ້ງທີ IV ປີ 2025 ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 14-19 ທັນວາ 2025 ນີ້ ຈະມີການແຂ່ງຂັນທັງໝົດ 172 ລາຍການ ໃນ 9 ປະເພດກິລາ ຄື: ກິລາຍົກນ້ຳໜັກ, ລອຍນ້ຳ, ແລ່ນ-ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະ 5 ຄົນ ພິການຕາ, ບ໋ອດເຊຍ, ດອກປີກໄກ່ ແລະ ກິລາຟັນດາບ. ສໍາລັບແຂວງຈຳປາສັກ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 38 ລາຍການ ໃນ 5 ປະເພດ ຄື: ກິລາແລ່ນ-ລານ, ຍົກນ້ຳໜັກ, ລອຍນ້ຳ, ບ໋ອດເຊຍແລະ ກິລາບານບ້ວງລໍ້ເລື່ອນ. ແຜນຄາດຄະເນ ຈະສູ້ຊົນໃຫ້ໄດ້ 10 ຫຼຽນຄຳ, 6 ຫຼຽນເງິນ ແລະ 4 ຫຼຽນທອງ ໃຫ້ໄດ້ຢູ່ອັນດັບທີ 7 ໃນທົ່ວປະເທດ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ກໍມີຄໍາເຫັນໂອ້ລົມ, ກ່ອນອື່ນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງວຽກງານກິລາ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ທັງເປັນການສ້າງຜົນງານ, ສ້າງຂະບວນການຂໍ່ານັບຊົມເຊີຍວັນສໍາຄັນຂອງພັກ – ຂອງຊາດ. ພ້ອມນີ້ ທ່ານຍັງເນັ້ນໜັກໃຫ້ຄະນະນໍາ, ຄູຝຶກ ແລະ ນັກກິລາທຸກຄົນ ໃຫ້ຮັບຮູ້ເຂົ້າໃຈພາລະບົດບາດຂອງຕົນ ທີ່ເຂົ້າຮ່ວມແຂ່ງຂັນ ແມ່ນໃນນາມເປັນຕົວແທນຂອງແຂວງ, ຍ້ອນແນວນັ້ນ ນັກກິລາທຸກຄົນຕ້ອງມີຄວາມສາມັກຄີ, ມີນໍ້າໃຈເສຍສະຫຼະ, ມີຄວາມອົດທົນ ແລະ ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງຕົນ, ຮັກສາສຸຂະພາບ, ຟັງຄວາມຄູຝຶກ, ໄປລາມາຄອບ, ຮັກສາ ແລະ ມີມາລະຍາດ, ຄຸນສົມບັດຂອງນັກກິລາ ທັງເກັ່ງ ທັງດີ ແລະ ມີລະບຽບວິໄນ, ບໍ່ໃຊ້ກໍາລັງ, ຮູ້ໄດ້ ຮູ້ເສຍ, ຮູ້ໃຫ້ອະໄພ, ກິລາເພື່ອສຸຂະພາບມິດຕະພາບ ແລະ ການພັດທະນາ, ເວລາແຂ່ງຂັນ ກໍເຮັດໃຫ້ສຸດຄວາມສາມາດ, ສູ້ດ້ວຍນໍ້າໃຈນັກກິລາ, ກິລາເພື່ອສຸຂະພາບ, ເພື່ອມິດຕະພາບ ແລະ ການພັດທະນາ, ບຸກບືນສູ້ຊົນຍາດໃຫ້ໄດ້ໄຊຊະນະ, ຊະນະເລີດ ມາໃຫ້ພໍ່ແມ່ພິ່ນ້ອງຊາວແຂວງຈໍາປາສັກ.
ຕອນທ້າຍ, ການນໍາແຂວງຈໍາປາສັກ ຍັງໄດ້ເງິນ 20 ລ້ານກີບ ປະກອບສ່ວນຮັບໃຊ້ການເຄື່ອນໄຫວງານກິລາດັ່ງກ່າວ ພ້ອມທັງມອບໝີ່ ແລະ ເຄື່ອງດື່ມ, ນໍ້າດື່ມ ໃຫ້ນັກກິລາແຕ່ລະປະເພດ ຕື່ມອີກ.
* ທູນທອງໃຈ ລາຍງານຂ່າວຈາກນະຄອນຫຼວງວຽງຈັນ *
ຂ່າວຫຼ້າສຸດ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ແລະ ຍີ່ປຸ່ນ ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ ຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນໍ້າທາ ແລະ ອຸດົມໄຊ
- ສສກ ແຂ່ງຂັນກິລາເປຕັງ ສ້າງຂະບວນການ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດລະດັບຊາດ ພ້ອມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຟົດຟື້ນ
- “ພູຜາ ຈັນທະວົງ” ຄວ້າລາງວັນອັນດັບທີ 3 ເທັນນິດ ຊີງແຊ໋ມນານາຊາດ ທີ່ປະເທດໄທ
- ບານສົ່ງໃນຮົ່ມຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ຊີງຂັນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ດຳເນີນໄປດ້ວຍບັນຍາກາດຄຶກຄື້ນ
- ເມືອງຊົນນະບູລີ ສົ່ງນັກຮຽນ ເຂົ້າສຶກສາຕໍ່ວິຊາຊີບຄູ ໃນສົກຮຽນ 2026-2027
- ສຕລ ຍົກລະດັບແຜນຍຸດທະສາດການຄ້າ ພັດທະນາກິລາບານເຕະ ຍິງ-ຊາຍ ໃຫ້ກ້າວໄປສູ່ມາດຕະຖານມືອາຊີບ
ຂ່າວທີ່ອ່ານຫຼາຍ
- ສສກ ຮ່ວມກັບ ລັດຖະບານອົດສະຕຣາລີ ແລະ ຍີ່ປຸ່ນ ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ ຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ທີ່ແຂວງຫຼວງນໍ້າທາ ແລະ ອຸດົມໄຊ
- ສສກ ແຂ່ງຂັນກິລາເປຕັງ ສ້າງຂະບວນການ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດລະດັບຊາດ ພ້ອມສະຫຼອງວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງຟົດຟື້ນ
- “ພູຜາ ຈັນທະວົງ” ຄວ້າລາງວັນອັນດັບທີ 3 ເທັນນິດ ຊີງແຊ໋ມນານາຊາດ ທີ່ປະເທດໄທ



