Skip to main content

ສກຂ ໄຊຍະບູລີ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີຄັ້ງທີ VIII

ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ໄຊຍະບູລີ ໄດ້ຈັດຕັ້ງພິທີເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ຄັ້ງທີ VIII ໃນຕອນເຊົ້າວັນທີ 18 ທັນວາ 2025 ນີ້ ທີ່ຫ້ອງປະຊຸມໃຫ່ຍຂອງແຂວງ ໃຫ້ກຽດເຜີຍແຜ່ຂອງ ສະຫາຍ ເອເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ຕະຫຼອດຮອດຄູ-ອາຈານ ພະນັກງານລັດຖະກອນພາຍໃນພະແນກສຶກສາທິການແລະກິລາແຂວງເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ອາເມ ຊົງເຢ້ຽເລັ່ງ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ໃຫ້ກຽດເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ຄັ້ງທີ VIII ບາງຕອນທ່ານໄດ້ກ່າວວ່າ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ໄຂຂຶ້ນໃນຕອນເຊົ້າຂອງ ວັນທີ 15 ແລະອັດລົງໃນວັນທີ 16 ຕຸລາ 2025, ໄດ້ດໍາເນີນມາເປັນເວລາ 1 ວັນເຄິ່ງ ທີ່ຫໍປະຊຸມໃຫຍ່ ຂອງແຂວງ ໂດຍການເປັນປະທານ ຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ປະລິນຍາເອກ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ມີຜູ້ແທນສົມບູນເຂົ້າຮ່ວມ 325 ສະຫາຍ, ຍິງ 56 ສະຫາຍ ຊຶ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 20.797 ສະຫາຍໃນທົ່ວ ແຂວງ; ມີແຂກຖືກເຊີນ 78 ສະຫາຍ, ຍິງ 16 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ຜູ້ແທນໄດ້ລົງປະຊາມະຕິເປັນເອກະສັນຮັບຂອງເອົາເນື້ອໃນສໍາຄັນ ດັ່ງນີ້: ຜູ້ແທນກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ ແລະປະກອບຄໍາເຫັນໃສ່ຮ່າງລາຍງານການເມືອງ,ແຜນພັດທະນາເສດຖະກິດ-ສັງຄົມທັງສອງພາກ ແລະບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນການນໍາພາ-ຊີ້ນຳການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ VII ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີຜ່ານມາ ພ້ອມທັງເປັນເອກະສັນຮັບຮອງເອົາຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ (2026-2030) ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງ ສະໄໝທີ VIII ຈໍານວນ 37 ສະຫາຍ, ຍິງ 7 ສະຫາຍກອງປະຊຸມໄດ້ປະຊາມະຕິຮັບຮອງເອົາເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ ສະໄໝທີ VIII ດັ່ງນີ້: ສະຫາຍ ເພັງນິລັນ ຄຳພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ດວງດາ ໄຊວຸດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ,ກອງປະຊຸມໃຫຍ່ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະຜູ້ແທນສໍາຮອງ ໄປຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຈຳນວນ 27 ສະຫາຍ, ຍິງ 4 ສະຫາຍ ແລະ ມີຜູ້ແທນສຳຮອງ 5 ສະຫາຍ. ຍິງ 1 ສະຫາຍ.ທັງນີ້ກໍ່ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກສຶກສາທິການແລະກິລາແຂວງ ໄດ້ຮັບຮູ້ເຂົ້າໃຈ ພ້ອມກັນຈັດຕັ້ງຜັນຂະຫຍາຍບັນດາເນື້ອໃນຈິດໃຈ ຂອງກອງປະຊຸມໃຫຍ່ໃຫ້ກາຍເປັນແຜນງານ, ແຜນການລະອຽດພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນຕົວຈິງ.