Skip to main content

ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ອັດລົງດ້ວຍຜົນສຳເລັດ… ພົບກັນໃໝ່ “ຈຳປາສັກ ພາຣາເກມ 2028”

22/12/2025

ພິທີປິດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ມີຂຶ້ນໃນຕອນເຊົ້າວັນທີ 19 ທັນວາ 2025 ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພາຍຫຼັງໄດ້ດຳເນີນມາແຕ່ວັນທີ 14 ທັນວາ ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວປິດຂອງ ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ປອ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນຜູ້ຊີ້ນຳການມະການເຕັກນິກ ແລະ ຈັດການແຂ່ງຂັນ ແລະ ທ່ານຮອງເຈົ້າແຂວງຈຳປາສັກ, ມີການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່່ນ, ຄະນະນຳນັກກິລາ, ຄູຝຶກ, ກຳມະການຕັດສິນ, ນັກກິລາ, ພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ແລະ ຊາວລາວບັນດາເຜົ່າທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ປອ ອາດສະພັງທອງ ສີພັນດອນ ໄດ້ລາຍງານກ່ຽວກັບການແຂ່ງຂັນກິລາປະເພດຕ່າງໆ ຊຶ່ງໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 13 ທັນວາ 2025 ມາຮອດມື້ນີ້ ວັນທີ 19 ທັນວາ 2025 ໄດ້ມີຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ ທີ່ຄະນະຮັບຜິດຊອບ, ກຳມະການ ແລະ ອະນຸກຳມະການ ແຕ່ລະຝ່າຍວາງໄວ້ທຸກປະການ ຊຶ່ງໃນງານກິລາຄັ້ງນີ້ ມີທັງໝົດ 9 ປະເພດ, ມີນັກກິລາຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ແມ່ນໄດ້ສະແດງອອກຄວາມມີນ້ຳໃຈນັກກິລາ ສະແດງຄວາມສາມາດໃນການແຂ່ງຂັນ ແລະ ຍາດໄດ້ຫຼຽນປະເພດຕ່າງໆ ໂດຍອັນດັບທີ 1 ນະຄອນຫຼວງວຽງຈັນ ຍາດໄດ້ 28 ຫຼຽນຄຳ, 34 ຫຼຽນເງິນ ແລະ 22 ຫຼຽນທອງ ລວມ 84 ຫຼຽນ; ອັນດັບທີ 2 ແຂວງເຊກອງ ຍາດໄດ້ 19 ຫຼຽນຄຳ, 10 ຫຼຽນເງິນ ແລະ 6 ຫຼຽນທອງ ລວມ 35 ຫຼຽນ; ອັນດັບທີ 3 ແຂວງສະຫວັນນະເຂດ ຍາດໄດ້ 19 ຫຼຽນຄໍາ, 6 ຫຼຽນເງິນ ແລະ 7 ຫຼຽນທອງ ລວມ 32 ຫຼຽນ.

ພ້ອມນັ້ນ, ການຈັດງານມະຫະກໍາກິລາຄົນພິການແຫ່ງຊາດໃນຄັ້ງນີ້ ແມ່ນອີກໜຶ່ງຂີດໝາຍສຳຄັນທາງປະຫວັດສາດຂອງຊາດລາວ ກໍຄືຊາວນະຄອນຫຼວງວຽງຈັນ ໃນຖານະໄດ້ຮັບກຽດເປັນເຈົ້າພາບ ໂດຍພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ສິດຂອງສູນກາງ ພັກ-ລັດຖະບານ, ໂດຍເລີ່ມຈາກການແຕ່ງຕັ້ງຄະນະຮັບຜິດຊອບລະດັບຊາດ, ອະນຸມັດງົບປະມານ, ການຊຸກຍູ້ ຕິດຕາມ. ພ້ອມກັນນີ້, ກໍແມ່ນການປະກອບສ່ວນເຂົ້າຮ່ວມຂອງຄະນະນຳ ແລະ ນັກກິລາຈາກນະຄອນຫຼວງວຽງຈັນ ແລະ 17 ແຂວງ ໃນຂອບເຂດທົ່ວປະເທດ ຊຶ່ງກາຍເປັນຄວາມຊົງຈຳ ແລະ ການແລກປ່ຽນບົດຮຽນທີ່ດີ, ເປັນການເພີ່ມພູນຄູນສ້າງກ້ອນກຳລັງສາມັກຄີທົ່ວປວງຊົນລາວ ທັງຊາດ.

ຄຽງຄູ່ກັນນີ້, ທຸກພາກສ່ວນກ່ຽວຂ້ອງ ຕະຫຼອດຮອດຄະນະນຳ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາຄົນພິການຈາກບັນດາແຂວງ, ນະຄອນຫຼວງ ທີ່ໄດ້ເປັນເຈົ້າການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ເຄົາລົບ ແລະ ປະຕິບັດຕາມກົດລະບຽບ, ກະຕິກາການແຂ່ງຂັນ, ມີນໍ້າໃຈນັກກິລາຢ່າງແທ້ຈິງ, ຮູ້ໄດ້, ຮູ້ເສຍ, ຮູ້ອະໄພເຊິ່ງກັນ ແລະ ກັນ, ອັນໄດ້ປະກອບສ່ວນຜູກແໜ້ນຄວາມສາມັກຄີ ໄມຕີຈິດມິດຕະພາບ ໃນໝູ່ນັກກິລາດ້ວຍກັນ ຕາມຄໍາຂວັນທີ່ວ່າ: “ມິດຕະພາບ, ສະເໝີພາບ ແລະ ການພັດທະນາ” ແລະ ສະແດງໃຫ້ເຫັນເຖິງສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນບໍ່ພິການ ໃນການເຄື່ອນໄຫວກິລາ-ກາຍຍະກໍາ ກໍຄືການດຳລົງຊີວິດ. ອີກດ້ານໜຶ່ງຍັງໄດ້ເປັນການຍົກລະດັບຄວາມຮູ້, ຄວາມສາມາດ ແລະ ປະສົບປະການຂອງນັກກິລາ ເພື່ອສ້າງຕົນເອງໃຫ້ເປັນນັກກິລາທີ່ດີເດັ່ນ ເຂົ້າຮ່ວມແຂ່ງຂັນໃນລະດັບອາຊຽນພາຣາເກມ, ເອຊຽນພາຣາເກມ ແລະ ພາຣາແລມປິກເກມ ໄດ້ເປັນຢ່າງດີ. ງານມະຫະກໍາກິລາຄົນພິການແຫ່ງຊາດໃນຄັ້ງນີ້ ປະສົບຜົນສໍາເລັດຢ່າງຈົບງາມ “ນັດພົບກັນໃໝ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ V ທີ່ແຂວງຈໍາປາສັກ ໃນປີ 2028”.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ສຈ.ປອ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຂໍສະແດງຄວາມຍ້ອງຍໍຊົມເຊີຍຜົນງານ, ຜົນສໍາເລັດ ຂອງຄະນະຮັບຜິດຊອບຈັດງານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ, ບັນດາຄະນະນໍາ, ກໍາມະການຕັດສິນ, ຄູຝຶກ, ນັກກິລາ, ຜູ້ອຸປະຖໍາຕະຫຼອດຮອດພີ່ນ້ອງປະຊາຊົນບັນດາເຜົ່າຊາວນະຄອນຫຼວງວຽງຈັນ ທີ່ໄດ້ປະກອບສ່ວນທາງດ້ານເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸ ເຮັດໃຫ້ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ສໍາເລັດລົງຢ່າງຈົບງາມຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ທຸກປະການ. ຊຶ່ງຜົນສຳເລັດດັ່ງກ່າວ ຢືນຢັນອີກເທື່ອໜຶ່ງ ເຖິງຄວາມສາມັກຄີເປັນປຶກແຜ່ນ, ຄວາມເສຍສະຫຼະຂອງການຈັດຕັ້ງທຸກຂັ້ນ ຂໍໃຫ້ພວກເຮົາສືບຕໍ່ເສີມຂະຫຍາຍມູນເຊື້ອທີ່ດີງາມນີ້ໄວ້ ໃຫ້ຍືນຍົງຕະຫຼອດໄປ. ມາຮອດນີ້ ງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ສໍາເລັດ ແລະ ນັດພົບກັນໃໝ່ ໃນຄັ້ງທີ V ທີ່ແຂວງຈໍາປາສັກ ໃນປີ 2028. ນະໂອກາດນີ້ ຂ້າພະເຈົ້າຂໍປະກາດປິດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.

ຫຼັງຈາກນັ້ນ, ຍັງໄດ້ມີພິທີມອບ-ຮັບທຸງກິລາ ສົ່ງຕໍ່ໃຫ້ແຂວງຈຳປາສັກ ເປັນເຈົ້າພາບ ຄັ້ງທີຕໍ່ໄປ ຫຼື ຄັ້ງທີ V ໃນປີ 2028 ຕາງໜ້າມອບໂດຍ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ຮັບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງຈຳປາສັກ.

ຢ່າງໃດກໍຕາມ, ກ່ອນເຂົ້າສູ່ພິທີປິດຢ່າງເປັນທາງການ ບັນດາການນຳ, ແຂກຖືກເຊີນ ແລະ ມວນຊົນ ໄດ້ຊົມການສະແດງຄອນເສີດ ຮ້ອງເພງລວມໝູ່ຍິງ-ຊາຍ, ຮ້ອງເພງດ່ຽວ, ຮ້ອງເພງຄູ່ຊາຍ ແລະ ຮ້ອງເພງລວມໝູ່ຊາຍ ຕໍ່ດ້ວຍຂະບວນສວນສະໜາມຂອງກ້ອນກຳລັງ ແລະ ກິລາປະເພດຕ່າງໆເຂົ້າສູ່ສະໜາມ, ພິທີເຊີນທຸງຊາດ ແລະ ທຸງກິລາ, ພິທີມອບ-ຮັບທຸງເຈົ້າພາບ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ V ແລະ ການນຳແຂວງຈຳປາສັກ ກ່າວຮັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ V ແລະ ອັດທ້າຍດ້ວຍການສະແດງແດນຈຳປາ, ຮ່ວມໃຈເປັນໜຶ່ງດຽວ ແລະ ເຕີ້ຍກ້ຽວບ່າວນັກກິລາ.

ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ

ພາບໂດຍ: ສົງການ ພັນແພງດີ