Skip to main content

ສກມ ສາລະວັນ ສອບເສັງນັກຮຽນເກັ່ງຂັ້ນເມືອງ ປ.5, ມ.4 ແລະ ມ.7 ສົກຮຽນ 2025-2026

ຫ້ອງການສຶກສາທິການ ແລະ ກິລາເມືອງ ຫຼື ສກມ ສາລະວັນ ແຂວງສາລະວັນ ໄດ້ຈັດການສອບເສັງນັກຮຽນເກັ່ງຂັ້ນເມືອງ ຊັ້ນປະຖົມສຶກສາ ປີທີ 5 (ປ.5), ມັດທະຍົມສຶກສາຕອນຕົ້ນ ປີທີ 4 (ມ.4) ແລະ ມັດທະຍົມສຶກສາຕອນປາຍ ປີທີ 7 (ມ.7) ໃນຕອນເຊົ້າຂອງວັນທີ 25 ທັນວາ 2025 ຢູ່ສະໂມສອນໃຫຍ່ ເມືອງສາລະວັນ ພາຍໃຕ້ການເປັນປະທານຂອງ ທ່ານ ສຸກສັນ ສຸເທບມະນີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສາລະວັນ, ມີທ່ານ ບຸນລ້ວນ ວົງສັກດາ ປະທານແນວລາວສ້າງຊາດເມືອງ ພ້ອມດ້ວຍພະນັກງານຫ້ອງການ ສກມ, ຄູ-ອາຈານ ແລະ ນ້ອງນັກຮຽນ ຈາກໂຮງຮຽນ ກຸ່ມປະຖົມ 24 ແຫ່ງ, ມັດທະຍົມຕອນຕົ້ນ ແລະ ຕອນສົມບູນ 23 ແຫ່ງໂຮງຮຽນ ລວມນັກສອບເສັງທັງໝົດ 220 ຄົນ, ຍິງ 143 ຄົນ ແລະ ພຣະສົງ 8 ອົງ.

ໃນການຈັດການສອບເສັງຄັ້ງນີ້ ແມ່ນເປັນການສົ່ງເສີມນັກຮຽນທີ່ມີຄວາມສາມາດ ແລະ ພອນສະຫວັນໃນການຮຽນແຕ່ລະລາຍວິຊາ ເພື່ອໃຫ້ມີການພັດທະນາດີຂຶ້ນກວ່າເກົ່າ ແລະ ເປັນທົດສອບຄວາມຮູ້, ຄວາມຈື່ຈຳຂອງນັກຮຽນໃນແຕ່ລະລາຍວິຊາຕາມເປົ້າໝາຍ, ຕາມຄາດໝາຍວາງໄວ້ໄດ້ຫຼືບໍ່ ແລະ ເປັນການກະຕຸກຊຸກຍູ້ໃຫ້ນັກຮຽນມີແນວຄິດຢາກແຂ່ງຂັນກັນຮ່ຳຮຽນ ແລະ ອີກຢ່າງໜຶ່ງເພື່ອເຮັດໃຫ້ການສິດສອນຂອງຄູ-ອາຈານນັບມື້ມີການສອນດີສອນເກັ່ງ, ເພີ່ມຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ ແລະ ທັງເປັນການຄັດເລືອກເອົານັກຮຽນທີ່ຮຽນເກັ່ງຂັ້ນເມືອງໄປສອບເສັງຂັ້ນແຂວງ.
ການກະກຽມການສອບເສັງຄັ້ງນີ້ ແມ່ນຈັດໃນໄລຍະພາກຮຽນທີ I ຊຶ່ງມີນັກສອບເສັງທັງງໝົດ 220 ຄົນ, ຍິງ 143 ຄົນ, ພຣະສົງ 8 ອົງ. ໃນນັ້ນ ຂັ້ນ ປ.5 ມີນັກສອບເສັງທັງໝົດ 72 ຄົນ, ຍິງ 51 ຄົນ, ຂັ້ນ ມ.4 ມີນັກສອບທັງໝົດ 100 ຄົນ, ຍິງ 61 ຄົນ ພຣະສົງ 4 ອົງ ແລະ ຂັ້ນ ມ.7 ມີນັກສອບເສັງທັງໝົດ 48 ຄົນ, ຍິງ 31 ຄົນ ພຣະສົງ 4 ອົງ. ການສອບເສັງນັກຮຽນເກັ່ງ ປະຖົມ ແລະ ມັດທະຍົມ ຂັ້ນເມືອງ ກຳນົດ 1 ວັນ, ຊັ້ນປະຖົມ ມີ 3 ວິຊາ: ຄືວິຊາຄະນິດສາດ, ພາສາລາວ ແລະ ວິທະຍາສາດ-ສິ່ງແວດລ້ອມ ແລະ ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ແມ່ນກຳນົດເອົາ 4 ວິຊາ: ຄື: ຄະນິດສາດ, ພາສາລາວ-ວັນນະຄະດີ, ຟີຊິກສາດ ແລະ ເຄມີສາດ.

ຜ່ານການແຂ່ງຂັນຜົນປະກົດວ່າ ຂັ້ນ ປ.5 ວິຊາພາສາລາວ-ຫັດແຕ່ງ ທີ 1 ນາງ ອຸໄລພອນ ແສງຮຸ່ງເຮືອງ ໂຮງຮຽນມູນລະປະຖົມນາໂຄກ, ທີ 2 ນາງ ດາວສະຫັວນ ສອນສົມບັດ ໂຮງຮຽນປະຖົມ ແກ້ວປັນຍາ ແລະ ທີ 3 ນາງ ມຸກດາວັນ ພົມມະຈາລີ ໂຮງຮຽນມູນລະປະຖົມ ທ່າເມືອງເກົ່າ; ວິຊາຄະນິດສາດ ທີ 1 ນາງ ວານິດາ ສີບຸນເຮືອງ ໂຮງຮຽນປະຖົມ ແກ້ວປັນຍາ, ທີ 2 ນາງ ໄພລິນດາ ດວງປັນຍາ ໂຮງຮຽນປະຖົມ ສີມີໄຊ ແລະ ທີ 3 ນາງ ມຸກດາວັນ ໂພທິສານ ໂຮງຮຽນປະຖົມ ນາເຫຼັກ; ວິຊາວິທະຍາສາດ ສິ່ງແວດລ້ອມ ທີ 1 ນາງ ນັນທະນາ ສີບຸນເຮືອງ ໂຮງຮຽນປະຖົມ ແກ້ວປັນຍາ, ທີ 2 ທ້າວ ທະໝອມສິນ ແກ້ວວຽງທອງ ໂຮງຮຽນປະຖົມ ສີມີໄຊ ແລະ ທີ 3 ນາງ ມະນີວັນ ປັນຍາ ໂຮງຮຽນປະຖົມ ນາເຫຼັກ.
ສ່ວນ ຂັ້ນ ມ.4 ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ດາລິນ ແທ່ນຄຳ ມສ ອົງແກ້ວ, ທີ 2 ນາງ ສຸທິດາ ວົງສາລີ ມສ ອົງແກ້ວ ແລະ ທີ 3 ນາງ ສຸກຈິນດາ ຊາພັກດີ ມສ ສາລະວັນ; ວິຊາຄະນິດສາດ ທີ 1 ທ້າວ ໂທນີ ແກ້ວອຸ່ນເຮືອງ ມສ ສາລະວັນ, ທີ 2 ທ້າວ ຈັນທະລາ ກິ່ງສະດາ ມສ ສາທິດ ແລະ ທີ 3 ນາງ ສຸພາວັນ ແກ້ວອຸດອນ ມສ ອົງແກ້ວ; ວິຊາຟິຊິກສາດ ທີ 1 ທ້າວ ອາມມະດາ ອຸ່ນມະນີ ມສ ອົງແກ້ວ, ທີ 2 ທ້າວ ສອນໄຊ ຊິນນະຈັກ ມສ ອົງແກ້ວ ແລະ ທີ 3 ນາງ ມະລິ ໜູມີໄຊ ມສ ສາລະວັນ; ວິຊາເຄມີສາດ ທີ 1 ທ້າວ ສິດທິໄຊ ຊາວົງສີ ມສ ສາທິດ, ທີ 2 ນາງ ວິສຸດາ ດວງພະຈັນ ມສ ສາລະວັນ ແລະ ທີ 3 ນາງ ສຸກພະພອນ ອິນທະລາສີ ມສ ສາລະວັນ

ຂະນະທີ່ ຂັ້ນ ມ.7 ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ມຸກສະຫວັນ ສົມມະວົງ ມສ ສາລະວັນ, ທີ 2 ນາງ ກອນຊະວັນ ບຸນຍົງ ມສ ສາລະວັນ ແລະ ທີ 3 ນາງ ແອັນດ້າ ໂພໃຊຍະວົງ ມສ ດ່ານ; ວິຊາຄະນິດສາດ ທີ 1 ທ້າວ ອະນຸສິດ ຄຳພູມີ ມສ ອົງແກ້ວ, ທີ 2 ທ້າວ ພຸດສັກດາ ພອນພົນເສນາ ມສ ອົງແກ້ວ ແລະ ທີ 3 ທ້າວ ພອນວິສິດ ອໍພະນາໄພ ມສ ສາທິດ; ວິຊາຟີຊິກສາດ ທີ 1 ນາງ ໃບຕານ ບົວລິນຄຳ ມສ ເຊເສັດ, ທີ 2 ທ້າວ ພູແກ້ວ ພິມພິສານ ມສ ອົງແກ້ວ ແລະ ທີ 3 ທ້າວ ຈັນທະວອນ ສຸດທິຈັກ ມສ ສາລະວັນ; ວິຊາເຄມີສາດ ທີ 1 ນາງ ພອນພິມົນ ວິພາກອນ ມສ ສາທິດ, ທີ 2ນາງ ຈັນສະໝຸດ ດອນຕາວັນ ມສ ສາລະວັນ ແລະ ທີ 3 ນາງ ເສົາວະລັກ ຄຳໂສພາ ມສ ສາລະວັນ

ພ້ອມນັ້ນ, ໃນພິທີຍັງໄດ້ມອບໃບຍ້ອງຍໍໃຫ້ນັກຮຽນ ແລະ ຄູຝຶກທີ່ໄດ້ແຂ່ງຂັນໄດ້ຮັບຄະແນນ 7 ຂຶ້ນໄປ ມີ 4 ນ້ອງນັກຮຽນ ແລະ ຄູຝຶກ 4 ທ່ານ ແລະ ໄດ້ມອບໃບຂອບໃຈໃຫ້ ທ່ານ ສຸກທະວີ ຈັນທະວິລາດ ຜູ້ອຳນວຍການ ສະຫະກອນສິນເຊື່ອເງິນຝາກປະຢັດວັນໃໝ່ ທີ່ໄດ້ປະກອບສ່ວນໃນການຈັດການແຂ່ງຂັນຄັ້ງນີ້ ມູນຄ່າ 2,500,000 ກີບ.

ພາບ ແລະ ຂ່າວໂດຍ ສຸດາລັກ ດອນຕາວັນ ສກມ