ໂຮງຮຽນສະຖາພອນ ເປີດງານແຂ່ງຂັນກິລາ ຄັ້ງທີ V ທົ່ວໂຮງຮຽນ ປະຈຳສົກຮຽນ 2025-2026
29/12/2025

ໂຮງຮຽນສະຖາພອນ ເປີດງານແຂ່ງຂັນກິລາ ຄັ້ງທີ V ທົ່ວໂຮງຮຽນ ປະຈຳສົກຮຽນ 2025-2026 ໃນຕອນເຊົ້າວັນທີ 27 ທັນວາ 2025 ທີ່ສະໜາມກິລາຫຍ້າທຽມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສີສັດຕະນາກ, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ ແລະ ທ່ານ ອະພິເດດ ໄພສະຫວັດ ຄະນະບໍລິຫານໂຮງຮຽນສະຖາພອນ ພ້ອມດ້ວຍພະນັກງານ, ຄູ-ອາຈານ, ສະມາຄົມພໍ່ແມ່ນັກຮຽນ ແລະ ນ້ອງນັກຮຽນຕັ້ງແຕ່ຊັ້ນອະນຸບານຮອດຊັ້ນ ມ.7 ຢ່າງເປັນຂະບວນການຟົດຟື້ນ.
ໂອກາດນີ້, ທ່ານ ນາງ ຄຳສິລິພອນ ສູນທະວົງ ຜູ້ອຳນວຍການໂຮງຮຽນ ສະຖາພອນ ກ່າວເປີດງານແຂ່ງຂັນກິລາໃນຄັ້ງນີ້ວ່າ: ການຈັດກິດຈະກຳແຂ່ງຂັນກິລາໃນເທື່ອນີ້ ແມ່ນເພື່ອເສີມສ້າງທັກສະ ແລະ ພອນສະຫວັນທາງດ້ານກິລາໃຫ້ແກ່ນັກຮຽນຂອງພວກເຮົາ, ຊ່ວຍໃຫ້ເຂົາເຈົ້າເປັນຄົນກ້າສະແດງອອກ, ມີຄວາມກ້າຫານຫຼາຍຂຶ້ນ. ພ້ອມດຽວກັນນັ້ນກໍຍັງມີລາຍການສະແດງຫຼາກຫຼາຍລາຍການທີ່ບັນດານ້ອງໆນັກຮຽນຈະໄດ້ສະແດງ ແລະ ແຂ່ງຂັນໃນງານຄັ້ງນີ້. ຊຶ່ງການແຂ່ງຂັນກິລາຂອງພວກເຮົາ ປະກອບມີທັງໝົດ 65 ລາຍການ ແລະ ບາງປະເພດກິລາກໍໄດ້ແຂ່ງຂັນສຳເລັດໄປແລ້ວໃນລະຫວ່າງວັນທີ 13-19 ທັນວາ 2025 ເປັນຕົ້ນແມ່ນ ກິລາເປຕັງ, ກະຕໍ້, ດອກປີກໄກ່, ບານສົ່ງ-ຍິງຊາຍ, ບານເຕະ ແລະ ບັນດາກິດຈະກຳອື່ນໆອີກຫຼາຍຢ່າງ. ພິເສດ ພວກເຮົາຍັງມີການແຂ່ງຂັນເຕັ້ນເຊຍລີດເດີ້ຊັ້ນມັດທະຍົມສຶກສາ ແລະ ນີ້ກໍເປັນອີກກິດຈະກຳໜຶ່ງທີ່ເກີດຈາກຄວາມມັກຮັກຂອງເດັກສະໄໝໃໝ່ ແລະ ເປັນການຮັດແໜ້ນຄວາມສາມັກຄີຂອງນ້ອງນັກຮຽນ ລະຫວ່າງຫ້ອງຕໍ່ຫ້ອງ ແລະ ຊັ້ນຕໍ່ຊັ້ນ ທີ່ສະແດງອອກເຖິງຜົນງານແນວຄວາມຄິດສ້າງສັນຂອງບັນດານ້ອງນັກຮຽນ ໂດຍທຸກໆກິດຈະກຳຂອງເຂົາເຈົ້າ ໂຮງຮຽນຂອງພວກເຮົາກໍໄດ້ສົ່ງເສີມເຕັມທີ່ ແລະ ໃນມື້ນີ້ພວກເຮົາກໍຈະໄດ້ຮັບຊົມຜົນງານຂອງນ້ອງໆໄປພ້ອມກັນ. ສະນັ້ນ, ຂ້າພະເຈົ້າໃນນາມຜູ້ອຳນວຍການໂຮງຮຽນ ຫວັງເປັນຢ່າງຍິ່ງວ່າ ກິດຈະກຳກິລາໃນຄັ້ງນີ້ ຈະຊ່ວຍເສີມສ້າງທັກສະໃນການຮຽນຮູ້ຂອງນັກຮຽນ, ທຸກໆການແຂ່ງຂັນຍ່ອມມີການຕັດສິນ ບໍ່ວ່າຈະໄດ້ ຫຼື ເສຍ ກໍຂໍໃຫ້ແຕ່ລະຊັ້ນຮຽນຮັດແໜ້ນຄວາມສາມັກຄີປອງດອງ ເປັນຈິດໜຶ່ງໃຈດຽວກັນ, ຮູ້ຊ່ວຍເຫຼືອເບິ່ງແຍງແບ່ງປັນກັນຫຼາຍຂຶ້ນກວ່າເກົ່າ ແລະ ຢູ່ຮ່ວມກັນຢ່າງເປັນມິດ. ມາຮອດເວລານາທີນີ້ຂໍກ່າວເປີດການແຂ່ງຂັນກິລາ ຄັ້ງທີ V ຂອງໂຮງຮຽນສະຖາພອນ ຢ່າງເປັນທາງການ.
ໂອກາດດຽວກັນ, ທ່ານ ບຸນທັນ ແສງມະນີ ໄດ້ມີຄຳເຫັນຕໍ່ງານແຂ່ງຂັນກິລາດັ່ງກ່າວວ່າ: ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຜູ້ບໍລິຫານໂຮງຮຽນ, ຄູ-ອາຈານ ຕະຫຼອດເຖິງນ້ອງນັກຮຽນ ແລະ ຜູ້ປົກຄອງທັງໝົດທີ່ໄດ້ເປັນເຈົ້າການ ກະກຽມຄວາມພ້ອມຮອບດ້ານສາມາດເຮັດໃຫ້ງານແຂ່ງຂັນກິລາໃນຄັ້ງນີ້ ໄຂຂຶ້ນຕາມກຳນົດເວລາທີ່ວາງໄວ້. ຊຶ່ງງານແຂ່ງຂັນກິລາປະຈຳປີໃນເທື່ອນີ້ ນອກຈາກປະຕິບັດຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາແຫ່ງຊາດແລ້ວ ຍັງເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ, ຂອງຊາດ ເວົ້າລວມ, ເວົ້າສະເພາະແມ່ນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025). ຄຽງຄູ່ກັນນີ້, ກໍເພື່ອເປັນການສົ່ງເສີມການຫຼິ້ນກິລາ, ອອກກຳລັງກາຍ ເພື່ອໃຫ້ມີສຸຂະພາບແຂງແຮງ, ຄວາມສ້າງເບີກບານມ່ວນຊື່ນໃຫ້ແກ່ລູກຫຼານນັກຮຽນໃຫ້ມີສະໝອງທີ່ປອດໂປ່ງ, ຕັ້ງໃຈສຶກສາຮ່ຳຮຽນ ແລະ ຍັງມີການສ້າງໂອກາດໃຫ້ຜູ້ທີ່ມີພອນສະຫວັນດ້ານກິລາແຕ່ລະປະເພດໄດ້ສະແດງອອກຄວາມສາມາດຂອງຕົນ ພ້ອມທັງເປັນການຄັດເລືອກເອົານັກກິລາ-ສິລະປະທີ່ມີຄວາມສາມາດ ແລະ ພອນສະຫວັນດີເດັ່ນ ເພື່ອເຂົ້າຮ່ວມແຂ່ງຂັນໃນຂັ້ນຕ່າງໆທັງພາຍໃນປະເພດ, ພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. ແຕ່ທີ່ສຳຄັນທີ່ສຸດກໍເພື່ອເຮັດໃຫ້ລູກຫຼານນັກຮຽນຫ່າງໄກຈາກສິ່ງເສບຕິດ ດັ່ງຄຳເວົ້າທີ່ວ່າ “ກິລາເປັນຢາວິເສດ” ດັ່ງນັ້ນ, ຂ້າພະເຈົ້າຫວັງວ່າງານແຂ່ງຂັນກິລາໃນຄັ້ງນີ້ ຈະດຳເນີນໄປດ້ວຍຜົນສຳເລັດອັນຈົບງາມ ແລະ ໂອບເອື້ອໄປດ້ວຍຄວາມສາມັກຄີ, ມິດຕະພາບ ແລະ ມີຄວາມເບີກບານມ່ວນຊື່ນ.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ















