Skip to main content

ຄະນະຊາວໜຸ່ມ ສກຂ ຫຼວງພະບາງ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມຍ້ອງຍໍຊາວໜຸ່ມ 4 ບຸກ

ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ຫຼວງພະບາງ ໄດ້ຈັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ພ້ອມທັງຢັ້ງຢືນຍ້ອງຍໍ ຊາວໜຸ່ມ 4 ບຸກ ໃນວັນທີ 31 ທັນວາ 2025 ທີ່ພະແນກດັ່ງກ່າວ, ໂດຍເປັນປະທານຂອງ ສະຫາຍ ປອ ສຸລິເດດ ກຳມະການພັກແຂວງ, ເລຂາຄະນະພັກຮັກຖານ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ສະຫາຍ ຈັນທະລີ ອຸໄລສິດ ເລຂາຄະນະບໍລິຫານງານຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ສົມພອນ ດີລີວົງ ປະທານກຳມະບານຮາກຖານພະແນກ, ຄະນະພັກຮາກຖານ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມຢ່າງພ້ອມພຽງ.
ໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ສ້າງຕັ້ງຂຶ້ນໃນ ປີ 1984 ມາຮອດປັດຈຸບັນ ແມ່ນກ້າວເຂົ້າສູ່ສະໄໝທີ VIII ຄະນະໜ່ວຍຊາວໜຸ່ມຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ປະກອບມີ 5 ສະຫາຍ ຍິງ 2 ສະຫາຍ, ມີສະມາຊິກຊາວໜຸ່ມທັງໝົດ 53 ສະຫາຍ ຍິງ 27 ສະຫາຍ ກວມເອົາ 50% ຂອງພະນັກງານ-ລັດຖະກອນທັງໝົດ, ແບ່ງອອກເປັນ 4 ຈຸ, ສໍາລັບຈຸດປະສົງໃນຄັ້ງນີ້ກໍເພື່ອເປັນການເຜີຍແຜ່-ເຊື່ອມຊຶມບັນດາເອກະສານປິ່ນອ້ອມ ກ່ຽວກັບວຽກງານຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຊຶ່ງປະກອບມີມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວແຂວງຫຼວງພະບາງ ຄັ້ງທີ VIII, ບົດສູນທອນພົດຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ແລະ ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (14 ເມສາ 1975-14 ເມສາ 2025), ຂໍ້ຕົກລົງຂອງທ່ານ ເລຂາຄະນະບໍລິຫານງານສູນກາງປະຊາຊົນປະຕິວັດລາວ ວ່າດ້ວຍການປະກາດໃຊ້ກົດລະບຽບ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX ແລະ ເນື້ອໃນບາງຈຸດທີ່ມີການປັບປຸງຂອງກົດລະບຽບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX, ບົດແນະນຳການຈັດຕັ້ງປະຕິບັດກົດລະບຽບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວແຂວງຫຼວງພະບາງ ຄັ້ງທີ VIII ບັນດາເອກະສານປິ່ນອ້ອມ ກ່ຽວກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຂີດໝາຍທີ່ສຳຄັນ ແລະ ເປັນພາລະກິດທີ່ໜັກໜ່ວງໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມແຂວງ, ເມືອງ, ເລຂາຊາວໜຸ່ມຮາກຖານ ບັນດາພະແນກການ, ກົມກອງ, ສະຖາບັນການສຶກສາ, ໂຮງຮຽນ, ໂຮງໝໍ ໃນ 5 ປີຕໍ່ໜ້າ (2026-2030). ຊາວໜຸ່ມພວກເຮົາລ້ວນແຕ່ເປັນກອງປະຈັນບັນ, ເປັນເສນາທິການໃນທຸກຂົງເຂດວຽກງານ ເປັນຜູ້ສືບທອດ 2 ໜ້າທີ່ຍຸດທະສາດ ທີ່ເປັນພາລະກິດຂອງຊາດ ແລະ ບັນດາເອກະສານວຽກງານກອງທຶນໃຫ້ບັນດາສະມາຊິກໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ, ເວົ້າລວມແລ້ວ ສະມາຊິກຊາວໜຸ່ມພວກເຮົາ ບໍ່ວ່າຈະຢູ່ຂົງເຂດໃດກໍ່ຕາມ ຊາວໜຸ່ມຈະເປັນກຳລັງແຮງທີ່ແຂງແກ່ນ, ເປັນກອງກຳລັງປະຈັນບານ, ເປັນແຂນຂວາຂອງພັກ ແລະ ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນເສນາທິການໃນທຸກຂົງເຂດວຽກງານ ເປັນຜູ້ສືບທອດທີ່ດີ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສະນັ້ນ, ພວກເຮົາທຸກສະຫາຍ ໂດຍສະເພາະ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຕ້ອງໄດ້ຮ່ວມແຮງຮ່ວມໃຈ ນໍາເອົາບັນດາເອກະສານ, ນິຕິກໍາດັ່ງກ່າວ ນຳໄປຈັດຕັ້ງຜັນຂະຫຍາຍເປັນແຜນການ, ແຜນງານ, ໂຄງການຈຸດສຸມ ເພື່ອນໍາພາວຽກງານຊາວໜຸ່ມ-ເຍົາວະຊົນຂອງພວກເຮົາໃນຂົງເຂດວຽກງານການສຶກສາ ໃຫ້ນັບມື້ນັບມີຄວາມເຂັ້ມແຂງ, ຊາວໜຸ່ມໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ດັ່ງຄຳຂວັນຂອງ ທ່ານ ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ “ຊາວໜຸ່ມຈົ່ງເປັນດັ່ງນົກອີນຊີ ທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊ ແຫ່ງຍຸກສະໄໝພວກເຮົາ”, ຕອນທ້າຍ ຂອງພິທີຍັງໄດ້ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກ ຮອບທີ II ຄັ້ງທີ I ໃຫ້ແກ່ໜ່ວຍຊາວໜຸ່ມຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ຢ່າງສົມກຽດ.
ພາບ-ຂ່າວໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼບ.