Skip to main content

ສຳເລັດການຝຶກອົບຮົມການນໍາໃຊ້ປຶ້ມພາສາຫວຽດ ສໍາລັບນັກຮຽນລາວ ຢູ່ ສປປ ລາວ

05/01/2026
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖາບັນວິທະຍາສາດການສຶກສາ ແຫ່ງ ສສ ຫວຽດນາມ ໄດ້ຈັດກອງປະຊຸມຝຶກອົບຮົມການໃຊ້ປຶ້ມພາສາຫວຽດໃຫ້ຄູສອນພາສາຫຽວ ຢູ່ ສປປ ລາວ ໃນລະຫວ່າງວັນທີ 29-30 ທັນວາ 2025 ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້້າຮ່ວມຂອງ ທ່ານ ອຸທິດ ທິບມະນີ ຜູ້ຊີ້ນໍາລວມ, ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ຫວຽດນາມ, ທ່ານ ຮສ.ປອ ໄມ ວັນ ຈິ່ງ ຮອງຜູ້ອໍານວຍການສະຖາບັນວິທະຍາສາດການສຶກສາ ຫວຽດນາມ, ພ້ອມດ້ວຍຜູ້ຕ່າງໜ້າສະຖານທູດຫວຽດນາມປະຈໍາ ສປປ ລາວ, ຜູ້ຕາງໜ້າຈາກກົມກ່ຽວຂ້ອງ, ຮອງຜູ້ອໍານວຍການສູນຄົ້ນຄວ້ານະໂຍບາຍການສຶກສາ, ນັກຄົ້ນຄວ້າ ພະແນກບໍລິຫານວິທະຍາສາດ ແລະ ການຝຶກອົບຮົມ ສູນຄົ້ນຄວ້າພັດທະນາຫຼັກສູດ ແລະ ປະເມີນຜົນການສຶກສາ ສະຖາບັນວິທະຍາສາດການສຶກສາຫວຽດນາມ, ຄູອາຈານສອນພາສາຫວຽດທີ່ມາຈາກ ນະຄອນຫຼວງວຽງຈັນ ແລະ ຈາກ 10 ແຂວງ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ອຸທິດ ທິບມະນີ ໄດ້ກ່າວວ່າ: ການຈັດກອງປະຊຸມຝຶກອົບຮົມຄັ້ງນີ້, ເປັນກິດຈະກໍາທີ່ມີຄວາມສໍາຄັນຫຼາຍ ໃນການພັດທະນາຄຸນນະພາບການສຶກສາ, ການສົ່ງເສີມຄວາມຮ່ວມມືທາງການສຶກສາລະຫວ່າງສອງປະເທດ ແລະ ເປັນແຫຼ່ງຮຽນຮູ້ໃນການພັດທະນາຫຼັກສູດພາສາຫວຽດໃນ ສປປ ລາວ, ພວກເຮົາໄດ້ຮັບຟັງການນໍາສະເໜີກ່ຽວກັບໂຄງການ, ຫຼັກສູດ ແລະ ຊຸດປື້ມແບບຮຽນພາສາຫວຽດ ສໍາລັບນັກຮຽນລາວ, ພ້ອມທັງການແລກປ່ຽນປະສົບການດ້ານການຈັດການຮຽນການສອນ ແລະ ການປະຕິບັດໃນສະພາບຄວາມເປັນຈິງ, ສິ່ງເຫຼົ່ານີ້ລ້ວນແຕ່ເປັນພື້ນຖານທີ່ສໍາຄັນໃນການປັບປຸງຄຸນນະພາບການສຶກສາ ແລະ ການພັດທະນາຄູ ແລະ ຜູ້ບໍລິຫານການສຶກສາໃນອະນາຄົດ. ໃນນາມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາລາວ ຈະຍັງຄົງມຸ່ງໝັ້ນສົ່ງເສີມການຄົ້ນຄວ້າ, ການປັບປຸງພັດທະນາທາງດ້ານວິຊາການ ແລະ ການຮ່ວມມືຢ່າງໃກ້ຊິດກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ຜົນຂອງການຝຶກອົບຮົມ ແລະ ກອງປະຊຸມໃນຄັ້ງນີ້ ສາມາດນໍາໄປປະຕິບັດໄດ້ຢ່າງເປັນຮູບປະທໍາ ແລະ ເກີດຜົນປະໂຫຍດຢ່າງແທ້ຈິງຕໍ່ການພັດທະນາການສຶກສາ.
ຫຼັງຈາກຝຶກອົບຮົມສຳເລັດແລ້ວ ກໍໄດ້ມີການມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ອີກດ້ວຍ.
ພາບ-ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ