Skip to main content

ຫົວໜ້າ ສກຂ ບໍລິຄຳໄຊ ຮຽກຮ້ອງໃຫ້ລັດຖະກອນຄູໃໝ່ 89 ທ່ານ ສືບຕໍ່ປະຕິບັດໜ້າທີ່ການສອນດ້ວຍຄວາມຮັບຜິດຊອບສູງ

ພະແນກສຶກສາທິການ ແລະ ກິລາແຂວງບໍລິຄຳໄຊ ຫຼື ສກຂ ບໍລິຄຳໄຊ ໄດ້ຈັດພິທີບັນຈຸລັດຖະກອນໃໝ່ໃຫ້ແກ່ຄູອາສາສະໝັກ ຈຳນວນ 89 ທ່ານ ຍິງ 65 ທ່ານ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເຂົ້າຮ່ວມຂອງ ທ່ານ ລົມ ແພງສຸກ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າກະຊວງສຶກສາທິການ ແລະ ກິລາ, ຂະແໜງຈັດຕັ້ງພະນັກງານ, ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍຄູອາສາສະໝັກທັງໝົດຢ່າງພ້ອມພຽງ.

ໂອກາດນີ້, ທ່ານ ລົມ ແພງສຸກ ໄດ້ກ່າວໃຫ້ຮູ້ວ່າ: ຕົ້ນປີ 2025 ມີຄູອາສາສະໝັກທັງໝົດທົ່ວແຂວງ 92 ຄົນ, ຍິງ 65 ຄົນ ມາຮອດເດືອນສິງຫາ 2025 ຄູອາສາສະໝັກ ໄດ້ລາອອກ ຈຳນວນ 3 ຄົນ, ຍັງເຫຼືອ 89 ຄົນ, ຍິງ 62 ຄົນ ບັນຈຸເຂົ້າເປັນກໍາລັງປ້ອງກັນຊາດ 64 ຄົນ, ຍິງ 43 ຄົນ, ບັນຈຸເຂົ້າເປັນລັດຖະກອນຄູ 25 ຄົນ, ຍິງ 19 ຄົນ. ທ່ານຍັງເວົ້າຕື່ມວ່າການບັນຈຸຖະກອນໃໝ່ໃນຄັ້ງນີ້ ແມ່ນເພື່ອເສີມສ້າງກຳລັງຄູສອນໃຫ້ພຽງພໍຕໍ່ຄວາມຮຽກຮ້ອງຕ້ອງການຂອງສະຖານການສຶກສາຕ່າງໆ ໃນແຂວງບໍລິຄຳໄຊ ພ້ອມທັງເປັນການຍົກສູງຄຸນນະພາບການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ມີປະສິດທິຜົນຫຼາຍຂຶ້ນ. ຄູອາສາສະໝັກ ທີ່ໄດ້ຮັບການບັນຈຸລັດຖະກອນ ລ້ວນແຕ່ເປັນຜູ້ທີ່ໄດ້ອຸທິດແຮງກາຍ ແຮງໃຈ ແລະ ປະຕິບັດໜ້າທີ່ການສອນດ້ວຍຄວາມຮັບຜິດຊອບສູງ ຕະຫຼອດໄລຍະເວລາຜ່ານມາຂອງແຂວງບໍລິຄໍາໄຊ ມາຮອດປັດຈຸບັນແມ່ນໄດ້ບັນຈຸຄູອາສາສະໝັກ ເປັນລັດຖະກອນຄູໄດ້ 100%.

ພ້ອມນັ້ນ, ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ເນັ້ນໜັກໃຫ້ຄູທີ່ບັນຈຸລັດຖະກອນໃໝ່ທຸກທ່ານ ຈົ່ງຍຶດໝັ້ນຈັນຍາບັນວິຊາຊີບຄູ, ສືບຕໍ່ພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງ ແລະ ອຸທິດຕົນໃນການສ້າງຄຸນນະພາບການສຶກສາ ເພື່ອສົ່ງເສີມການພັດທະນາແຂວງບໍລິຄຳໄຊໃຫ້ກ້າວໜ້າຢ່າງຍືນຍົງ.

ຂ່າວ-ພາບ: ສີສຸພັນ ສກຂ ບໍລິຄໍາໄຊ