ບອດເຊຍຄົນພິການລາວ ຕັ້ງເປົ້າຈະສ້າງຜົນງານຍາດໃຫ້ໄດ້ຫຼຽນໃດໜຶ່ງ ໃນອາຊຽນ ພາຣາເກມ ຄັ້ງທີ 13

ສະຫະພັນກິລາບອດເຊຍຄົນພິການແຫ່ງຊາດລາວ ຈະສົ່ງທັບນັກກິລາບອດເຊຍຄົນພິການທີມຊາດລາວ ທັງໝົດ 4 ຄົນ, ຍິງ 1 ຄົນ ພ້ອມຕັ້ງເປົ້າໝາຍຈະສູ້ຊົນໃຫ້ໄດ້ຫຼຽນໃດຫຼຽນໜຶ່ງ ຊຶ່ງເປັນຫຼຽນປະຫວັດສາດ ເພາະຜ່ານມາບໍ່ເຄີຍຍາດໄດ້ຈັກຫຼຽນ ໃນການເຂົ້າຮ່ວມງານມະຫະກຳກິລາຄົນພິການອາຊຽນ ຫຼື ອາຊຽນ ພາຣາເກມ ຄັ້ງທີ 13 ທີ່ນະຄອນຣາຊະສີມາ ປະເທດໄທ ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນ ລະຫວ່າງວັນທີ 15-27 ມັງກອນ 2026.
ທ່ານ ຈາຕຸລົມ ສີລິສັກ ຄູຝຶກທັບນັກກິລາບອດເຊຍຄົນພິການທີມຊາດລາວ ໃຫ້ສຳພາດວ່າ: ໃນການກະກຽມຄວາມພ້ອມທັບນັກກິລາບອດເຊຍຄົນພິການທີມຊາດລາວ ເຂົ້າຮ່ວມງານກິລາອາຊຽນ ພາຣາເກມ ຄັ້ງທີ 13 ຄັ້ງນີ້ ມີທັງໝົດ 4 ຄົນ ຈາກ 4 ຄຼາດ, ໃນນັ້ນ ມີນັກກິລາຍິງ 1 ຄົນ ທັງ 4 ຄົນ ແມ່ນໄດ້ມີການເກັບຕົວຝຶກຊ້ອມມາເດືອນກໍລະກົດ 2025 ໂດຍໄດ້ນຳໃຊ້ງົບປະມານຂອງສະຫະພັນເອງໄປກ່ອນໃນເບື້ອງຕົ້ນ ຊຶ່ງຄາດວ່າໄວໆນີ້ ກໍຈະໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຕື່ມອີກ ແລະ ທັງ 4 ຄົນ ກໍລ້ວນແຕ່ເປັນນັກກິລາທີ່ມີຜົນງານທີ່ພົ້ນເດັ່ນໃນການຍາດໄດ້ຫຼຽນຄຳ ຈາກການແຂ່ງຂັນງານກິລາຄົນພິການແຫ່ງຊາດ ຄັ້ງທີ 4 ທີ່ຫາກໍສຳເລັດເມື່ອບໍ່ດົນມານີ້. ແຕ່ເຖິງຢ່າງໃດກໍດີ, ປັດຈຸບັນພວກເຮົາຍັງຂາດແຂນງົບປະມານຈຳນວນໜຶ່ງ ແລະ ກໍຍັງຂາດແມ່ບ້ານເພື່ອດູແລນັກກິລາໃນເລື່ອງອາຫານການກິນ. ສະນັ້ນ ຂໍຮຽກຮ້ອງມາຍັງສັງຄົມລາວ ກໍຄື ຊາວນະຄອນຫຼວງວຽງຈັນ ໃຫ້ການສະໜັບສະໜູນນັກກິລາບອດເຊຍຄົນພິການລາວ ເພື່ອເປັນກຳລັງໃຈໃຫ້ເຂົາເຈົ້າໄດ້ກຽມຄວາມພ້ອມເພື່ອໄປຕໍ່ສູ້ກັບນັກກິລາໃນຊາດອາຊຽນ ສ້າງຜົນງານເປັນກຽດຊື່ສຽງ ແລະ ສັກສີມາສູ້ປະເທດຊາດ.
ສຳລັບນັກກິລາໃນຊຸດນີ້ ປະກອບມີທັງໝົດ 4 ຄົນ ຄື: ນາງ ວຽງສິງ ຫຼວງລາດ ຈາກນະຄອນຫຼວງວຽງຈັນ, ທ້າວ ຄຳສິງ ຂາວອ່ອນ ຈາກແຂວງສະຫວັນນະເຂດ, ທ້າວ ຄຳເງາະ ພົງພະນາ ຈາກແຂວງຫຼວງພະບາງ ແລະ ທ້າວ ຈາໄກ ລີ ຈາກແຂວງໄຊຍະບູລີ.
ໃນການເຂົ້າຮ່ວມງານແຂ່ງຂັນກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ປະເທດກຳປູເຈຍ ປີ 2023 ທັບນັກກິລາບອດເຊຍຄົນພິການທີມຊາດລາວ ບໍ່ສາມາດຍາດໄດ້ຈັກຫຼຽນ.
ພາບ-ຂ່າວໂດຍ ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ


