Skip to main content

ປກສ ແຂວງອຸດົມໄຊ ລົງເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍ ຂອງຢາເສບຕິດ ຢູ່ ໂຮງຮຽນ ມສ 3 ເມືອງໃຕ້

ເມື່ອບໍ່ດົນມານີ້, ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ໄດ້ລົງເຜີຍແຜ່ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ຢູ່ ໂຮງຮຽນ ມສ ໄຊຊະນະ ເມືອງປາກແບງ, ມສ ຈັນໄຕ ເມືອງຮຸນ ແລະ ມສ ເມືອງແບງ ນຳພາໂດຍ ທ່ານ ພັຕ ບຸນສະຫວາດ ໄຊຍະແສງ ຮອງຫົວໜ້າພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ ພ້ອມຄະນະ, ມີຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮັບຟັງ.

ສຳລັບເອກະສານທີ່ນຳມາເຜີຍແຜ່ ປະກອບມີ ສະພາບຢາເສບຕິດໃນໂລກ ແລະ ສປປ ລາວ, ຄວາມສໍານຶກ, ປະເພດ, ແຫຼ່ງທີ່ມາຂອງຢາເສບຕິດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດ, ປັດໄຈສ່ຽງ ແລະ ວິທີສັງເກດຄົນຕິດຢາເສບຕິດ, ການຄວບຄຸມ, ປ້ອງກັນ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.

ຈຸດປະສົງຂອງການລົງເຜີຍແຜ່ໃນເທື່ອນີ້ ກໍເພື່ອເຮັດໃຫ້ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ຮັບຮູ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດທຸກປະເພດ ເຊິ່ງເປັນໄພຮ້າຍທີ່ຢູ່ໃກ້ຕົວພວກເຮົາ ແລະ ພ້ອມກັນປ້ອງກັນ ບໍ່ໃຫ້ຕົກເປັນທາດຂອງສິ່ງເສບຕິດຕ່າງໆ, ຮັບຮູ້ເຖິງຄວາມອັນຕະລາຍຮ້າຍແຮງຂອງຢາເສບຕິດ ໂດຍສະເພາະນ້ຳກະທ້ອມ, ຢາສູບໄຟຟ້າ, ເຮໂຣອິນ, ກາເຟຢາເສບຕິ