Skip to main content

ນັກຮຽນທຸກຍາກ ເມືອງແກ່ນທ້າວ ທີ່ມີຜົນການຮຽນດີ 16 ນ້ອງ ໄດ້ຮັບລົດຖີບ

04/02/2026

ໃນຕອນບ່າຍວັນທີ 3 ກຸມພາ 2026 ຢູ່ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບລົດຖີບໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ເຂດຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ ຈໍານວນ 16 ຄັນ, ໂດຍເປັນກຽດມອບຂອງທ່ານ ບຸນຍັງ ພັນທະວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຜູ້ບໍລິຫານການສຶກສາ, ຄູສອນ, ຜູ້ປົກຄອງນັກຮຽນ ເຂົ້າຮ່ວມ.

ລົດຖີບທີ່ມອບໃນຄັ້ງນີ້, ແມ່ນໄດ້ຮັບຈາກສະພາປະຊາຊົນແຂວງໄຊຍະບູລີ ຕາມແຜນແບ່ງປັນຂອງພະແນກສຶກສາທິການ ແລະ ກິລາແຂວງ ຈໍານວນ 16 ຄັນ ໃຫ້ນ້ອງນັກຮຽນຊັ້ນປະຖົມສຶກສາ ທີ່ຂາດທຶນການສຶກສາ, ເຂດຫ່າງໄກສອກຫຼີກ ແລະ ມີຜົນການຮຽນດີຢູ່ພາຍໃນເມືອງ.

(ຂ່າວ: ແກ່ນທ້າວ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ