Skip to main content

ສາມັກຄີໄຊ​ ສອບເສັງນັກຮຽນເກັ່ງ ປ.5, ມ.4 ແລະ ມ.7 ຂັ້ນເມືອງ

ວັນທີ 5 ກຸມພາ 2026 ນີ້, ເມືອງສາ​ມັກຄີໄຊ ແຂວງອັດຕະປື​ ໄດ້ຈັດ​ການສອບເສັງນັກຮຽນເກັ່ງ ຊັ້ນ ປ.5, ມ.4 ແລະ ມ.7 ທີ່ໂຮງຮຽນປະ​ຖົມ-ມັດທະຍົມຕົ້ນມິດຕະພາບລາວ-ຫວຽດນາມ, ໂດຍການເປັນປະທານຂອງທ່ານ ປະໂລມ ເຮືອງສັກ ຮອງປະທານຄະ​ນະກຳມະການປົກຄອງເມືອງ, ມີທ່ານ ນິຄົມ ພົມມະຈັນ ຫົວ​ໜ້າຫ້ອງການສຶກສາ​ທິ​ການ ແລະ ກິລາເມືອງ ພ້ອມດ້ວຍຄະນະອໍາ​ນວຍການໂຮງຮຽນ ມສ, ມ.ຕົ້ນ, ປະ​ຖົມສຶກສາ ແລະ ນ້ອງນັກຮຽນເຂົ້າ​ຮ່ວມ.
ທ່ານ ນາງ ແກ້ວມະໄລ ກົມມະສິດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານວ່າ: ການສອບເສັງ​ນັກ​ຮຽນເກັ່ງ​ຂັ້ນເມືອງ​ສາມັກຄີໄຊ​ ໃນຄັ້ງນີ້, ມີນັກ​ຮຽນເກັ່ງ ທີ່ເປັນຕົວແທນມາຈາກ 8 ກຸ່ມໂຮງຮຽນປະຖົມສຶກສາ ແລະ ມັດທະຍົມສຶກສາ 15 ແຫ່ງ. ໃນນີ້, ມີນັກຮຽນເກັ່ງເຂົ້າຮ່ວມສອບເສັງທັງໝົດ 146 ຄົນ, ຍິງ 89 ຄົນ. ດ້ານວິຊາສອບເສັງໃນຊັ້ນ ປ.5 ມີ 3 ວິຊາຄື : ວິຊາພາສາລາວ, ວິຊາຄະ ນິດສາດ ແລະ ວິຊາ ວິທະຍາສາດ ແລະ ສິ່ງ​ແວດລ້ອມ; ຊັ້ນ ມ.4 ແລະ ມ.7 ມີ 4 ວິຊາ​ ຄື: ວິຊາພາສາລາວ – ວັນນະ​ຄະດີ, ວິຊາຄະນິດ​ສາດ, ວິຊາຟີຊິກສາດ ແລະ ວິຊາເຄມີສາດ.
ສຳລັບຜົນການສອບເສັງຊັ້ນ ປ.5, ວິຊາພາ​ສາລາວ ອັນດັບທີ 1 ນາງ ພຸດທະສິດ ຄິດທິຄຸນ ມາຈາກໂຮງຮຽນປະຖົມເພັດມະນີ; ອັນດັບທີ 1 ວິຊາຄະ​ນິດສາດ ທ້າວ ທິດສາຄອນ ໄຊສະ​ຫວ່າງ ຈາກໂຮງຮຽນປະຖົມສຶກສາທິບພະເນດ; ອັນດັບທີ 1 ວິຊາວິ​ທະຍາສາດ ແລະ ສິ່ງແວດ ລ້ອມ, ທ້າວ ຫັດມີໄຊ ສຸກກະເສີມ ຈາກໂຮງ​ຮຽນປະຖົມສຶກສາວຽງສະ ຫວັນ.
ຊັ້ນມັດທະຍົມສຶກສາຕອນຕົ້ນ ມ.4 ອັນດັບທີ 1 ວິຊາພາສາລາວ – ວັນນະ​ຄະດີ ນາງ ທິບທາລາ ດວງດາລາ ຈາກໂຮງຮຽນທິບພະເນດ; ອັນດັບທີ 1 ວິຊາຄະນິດສາດ ນາງ ສັນທະນາ ອຸດົມສອນ ຈາກໂຮງຮຽນ ມ.ຕົ້ນ ທິບພະເນດ; ອັນດັບທີ 1 ວິຊາເຄມີ​ສາດ,​ ນາງ ເພັດພອຍນິນ ຄຳສຸວັນນົງ ຈາກໂຮງຮຽນທິບພະເນດ; ອັນ​ດັບທີ 1 ວວິຊາຟີຊິກສາດ ນາງ ຈັນສະຫວັນ ໄຊສົງຄາມ ຈາກໂຮງຮຽນທິບພະເນດ.
ຊັ້ນມັດທະຍົມສຶກສາຕອນປາຍ ມ.7 ອັນດັບທີ 1 ວິຊາພາສາລາວ – ວັນນະຄະດີ ນາງ ດຸດີ ຂຽວອາພອນ ຈາກໂຮງຮຽນ​ ມສ​ ໂພນໄຊ; ອັນ​ດັບທີ 1 ວິຊາຄະນິດສາດ ທ້າວ ສຸກປະເສີດ ສີຊານົນ ຈາກໂຮງຮຽນທິບພະເນດ; ອັນດັບທີ 1 ວິຊາເຄມີສາດ ນາງ ກິນ​ນາລີ ວັນທານຸວົງ ຈາກໂຮງຮຽນທິບພະເນດ; ອັນດັບທີ 1 ວິຊາຟີຊິກສາດ​ ນາງ ທິບມະນີ ຫຼວງເພັດ ຈາກໂຮງ​ຮຽນ ມສ ຈັນທາ. ທັງໝົດນີ້ ຈະເປັນຕົວແທນນັກຮຽນເກັ່ງລະ​ດັບເມືອງ ເພື່ອໄປສອບເສັງລະດັບຂັ້ນແຂວງ ປະຈໍາສົກຮຽນ 2025 – 2026 ຕໍ່ໄປ.
ໂອກາດດັ່ງກ່າວ, ພິທີຍັງໄດ້ມອບຂອງຂວັນລາງວັນ ແລະ ໃບຍ້ອງຍໍໃຫ້ແກ່ຄູອາຈານ ແລະ ນ້ອງນັກຮຽນເກັ່ງດັ່ງກ່າວນໍາອີກ.
ຂ່າວ-ພາບ: ຂາວພອນ.