Skip to main content

ສກຂ ສະຫວັນນະເຂດ ຮ່ວມກັບ ພຣະອາຈານ ສັກດາ ເຄນວົງສັກ ມອບເຄື່ອງນອນ ແລະ ອຸປະກອນຮັບໃຊ້ຫໍພັກ ໃຫ້ ມສ ໂນນຈານ ເມືອງທ່າປາງທອງ

ໃນວັນທີ 6 ກຸມພາ 2026 ທີ່ ໂຮງຮຽນມັດທະຍົມສົມບູນ ໂນນຈານ ເມືອງທ່າປາງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບ ອຸປະກອນເຄື່ອງນອນ ແລະ ເຄື່ອງໃຊ້ທີ່ຈຳເປັນສຳລັບນັກຮຽນຫໍພັກ ຊຶ່ງເປັນການຮ່ວມມືກັນ ລະຫວ່າງ ພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ ແລະ ພຣະມະຫາ ສັກດາ ເຄນວົງສັກ ໂດຍກຽດເຂົ້າຮ່ວມຂອງ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ພຣະອາຈານ ສັກດາ ເຄນວົງສັກ ຄະນະກຳມະການ ອພສ ສູນກາງ ຮອງປະທານ ອພສ ແຂວງສະຫວັນນະເຂດ ເຈົ້າອະທິການວັດໂນນຫີນແຮ່ ພ້ອມຄະນະ ຊຶ່ງຜູ້ລະດົມຂົນຂວາຍ ແລະ ມອບເຄື່ອງຊ່ວຍເຫຼືອ, ທ່ານ ສຳລານ ໄຊຍະເພັດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງທ່າປາງທອງ, ອຳນາດການປົກຄອງບ້ານ, ຄູ-ອາຈານ ແລະ ນ້ອງນັກຮຽນຢ່າງພ້ອມພຽງ.
ທ່ານ ອາຈານ ທອງມາ ຜັ້ນດາລາເພັດ ຜູ້ອຳນວຍການ ມສ ໂນນຈານ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບຄວາມຈຳເປັນຂອງຫໍພັກນັກຮຽນ ມສ ໂນນຈານ ມີນັກຮຽນທັງໝົດ 376 ຄົນ ຍິງ 205 ຄົນ. ເນື່ອງຈາກການຈັດຕັ້ງປະຕິບັດນະໂຍບາຍການສຶກສາ ໃນການສັບຊ້ອນໂຮງຮຽນຂະໜາດນ້ອຍ ໃຫ້ມາຮຽນໂຮມກັນຢູ່ຈຸດດຽວ (ຈາກ 4 ແຫ່ງ ຍຸບລົງເຫຼືອ 2 ແຫ່ງ) ເຮັດໃຫ້ນັກຮຽນຈຳໜຶ່ງມີເຮືອນຢູ່ຫ່າງໄກຈາກໂຮງຮຽນ ຈຳເປັນຕ້ອງໄດ້ມາພັກເຊົາຢູ່ຫໍພັກ.
ສຳລັບເຄື່ອງຊ່ວຍເຫຼືອທີ່ນຳມາມອບໃນຄັ້ງນີ້ ແມ່ນເກີດຂຶ້ນຈາກການ ລະດົມຂົນຂວາຍ ແລະ ຈັດຫາ ໂດຍ ພຣະມະຫາ ສັກດາ ເຄນວົງສັກ ພ້ອມດ້ວຍຜູ້ມີຈິດສັດທາ ເພື່ອເປັນການອຸປະຖຳຊ່ວຍເຫຼືອການສຶກສາ ປະກອບມີ: ເສື່ອນອນ, ຜ້າຫົ່ມ, ໝອນ, ພັດລົມ, ມຸ້ງ, ພາເຂົ້າ, ໝໍ້ໜຶ້ງເຂົ້າ, ຫວດໜຶ້ງເຂົ້າ ແລະ ເຄື່ອງໃຊ້ໃນເຮືອນຄົວອື່ນໆອີກຈຳນວນຫຼາຍລາຍການ.
ໃນວາລະອັນເປັນສິລິມຸງຄຸນນີ້ ພຣະອາຈານ ສັກດາ ເຄນວົງສັກ ໄດ້ເມດຕາສະແດງທຳມະເທສະໜາ ແລະ ໃຫ້ໂອວາດແກ່ຄູ-ອາຈານ ແລະ ນ້ອງນັກຮຽນ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງ: “ຄວາມສຳຄັນຂອງການສຶກສາ ທີ່ຕ້ອງຄວບຄູ່ກັບຄຸນສົມບັດສິນທຳ. ຂໍໃຫ້ນັກຮຽນທຸກຄົນ ຈົ່ງມີຄວາມກະຕັນຍູຮູ້ບຸນຄຸນຕໍ່ພໍ່ແມ່ ຄູອາຈານ ແລະ ຜູ້ມີພະຄຸນ, ໃຫ້ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະການຢູ່ຮ່ວມກັນໃນຫໍພັກ ປຽບສະເໝືອນອ້າຍເອື້ອຍນ້ອງຄອບຄົວດຽວກັນ. ໃຫ້ຕັ້ງໃຈສຶກສາຮ່ຳຮຽນ ຫຼີກເວັ້ນຈາກອະບາຍະມຸກ ແລະ ສິ່ງເສບຕິດທັງປວງ ເພື່ອເຕີບໃຫຍ່ເປັນຊັບພະຍາກອນມະນຸດທີ່ມີຄຸນຄ່າຂອງປະເທດຊາດ.”
ຕອນທ້າຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າ ສກຂ ສະຫວັນນະເຂດ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການປະກອບສ່ວນອັນສຳຄັນຂອງ ພຣະມະຫາ ສັກດາ ເຄນວົງສັກ ແລະ ຜູ້ມີຈິດສັດທາທຸກທ່ານ ທີ່ໄດ້ເຫັນຄວາມສຳຄັນຂອງວຽກງານການສຶກສາ ແລະ ໄດ້ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້.
ພາບ-ຂ່າວ:​ ພານຸມາດ (ນັກຂ່າວ ສກຂ)