ສະມາພັນຄວບຄຸມຢາສູບອາຊຽນ ມອບລາງວັນກຽດຕິຄຸນໃຫ້ຜູ້ປະກອບສ່ວນດີເດັ່ນ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 25 ປີ

ສະມາພັນຄວບຄຸມຢາສູບອາຊຽນ (SEATCA ຫຼື ຊິດກາ) ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການດໍາເນີນງານ ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 11 ກຸມພາ 2026 ໃນໂອກາດອັນສະຫງ່າລາສີນີ້ ຊິດກາ ໄດ້ຈັດພິທີມອບລາງວັນກຽດຕິຄຸນໃຫ້ແກ່ບຸກຄົນດີເດັ່ນ 6 ທ່ານ ໃນຂົງເຂດອາຊີ ສຳລັບ ສ ປປ ລາວແມ່ນໄດ້ຮັບລາງວັນ 2 ທ່ານ ຄື: ທ່ານ ດຣ ນາງ ຄັດທະນະພອນ ພັນດວງສີ ແລະ ທ່ານ ດຣ ນາງ ມະນີພັນ ວົງໂພສີ ເພື່ອສັນລະເສີນຜົນງານ ແລະ ຄວາມອຸທິດຕົນເຂົ້າໃນວຽກງານຄວບຄຸມຢາສູບ.
ທ່ານ ອອງຢີກຸງ (Mr. Ong Ye Kung): ລັດຖະມົນຕີກະຊວງສາທາລະນະສຸກ ແລະ ລັດຖະມົນຕີປະສານງານດ້ານນະໂຍບາຍສັງຄົມ ປະເທດສິງກະໂປ ໄດ້ຮັບລາງວັນ “ຜູ້ບຸກເບີກດີເດັ່ນ ສາສະດາຈານ ດຣ ປຣະກິດ ວາທິສາທົກກິດ” (Prakit Vathesatogkit Trailblazer Award). ທ່ານເປັນບຸກຄົນທໍາອິດທີ່ໄດ້ຮັບລາງວັນນີ້ ຈາກຜົນງານການວາງນະໂຍບາຍທີ່ເຂັ້ມແຂງ ໂດຍສະເພາະການຫ້າມຢາສູບໄຟຟ້າ ແລະ ຜະລິດຕະພັນນິໂກຕີນ (ໂດຍມີ ທ່ານ ນາງ ແຄັດເທີຣິນ ວອງ ເອກອັກຄະລັດຖະທູດສິງກະໂປ ປະຈໍາປະເທດໄທ ເປັນຜູ້ຮັບແທນ).
ທ່ານ ດຣ ຟານທີຮາຍ ຈາກກະຊວງສາທາລະນະສຸກ ສສ ຫວຽດນາມ ໄດ້ຮັບລາງວັນ “ຜູ້ນໍາດີເດັ່ນ ສາສະດາຈານ ດຣ ຈູດິດ ມັກຄາຍ” (Judith Mackay Torchbearer Award) ສໍາລັບຄວາມກ້າຫານໃນການຕໍ່ສູ້ກັບການແຊກແຊງນະໂຍບາຍຈາກອຸດສາຫະກໍາຢາສູບ.
ສຳລັບ ສປປ ລາວ ປະກອບມີ 2 ທ່ານ ຄື: ທ່ານ ດຣ ນາງ ຄັດທະນະພອນ ພັນດວງສີ ແລະ ທ່ານ ດຣ ນາງ ມະນີພັນ ວົງໂພສີ ໄດ້ຮັບລາງວັນ “SEATCA Unsung Hero Award”. ລາງວັນນີ້ມອບໃຫ້ເພື່ອຍົກຍ້ອງການເປັນຜູ້ນໍາຢູ່ເບື້ອງຫຼັງທີ່ເຂັ້ມແຂງ ແລະ ການອຸທິດຕົນເຮັດວຽກຢ່າງຕໍ່ເນື່ອງມາຫຼາຍປີ ຈົນເຮັດໃຫ້ວຽກງານຄວບຄຸມຢາສູບໃນ ສປປ ລາວ ປະສົບຜົນສໍາເລັດຢ່າງເປັນຮູບປະທໍາ ລາງວັນດັ່ງກ່າວມອບໂດຍ ທ່ານ ພະລາກອນ ສຸວັນນະລັດ ອົງຄະມົນຕີ ແຫ່ງລາຊະອານາຈັກໄທ.
ນອກຈາກນັ້ນ ໃນງານຍັງໄດ້ມອບລາງວັນກິດຕິມະສັກໃຫ້ແກ່ ສາສະດາຈານ ດຣ ຈູດິດ ມັກຄາຍ ແລະ ສາສະດາຈານ ດຣ ປຣະກິດ ວາທິສາທົກກິດ ໃນຖານະຜູ້ບຸກເບີກທີ່ອຸທິດຕົນມາຫຼາຍທົດສະວັດ ເພື່ອຍົກລະດັບມາດຕະຖານການຕ້ານການແຊກແຊງຂອງອຸດສາຫະກໍາຢາສູບໃນລະດັບສາກົນ.
ທ່ານ ດຣ ອູລິຊີດ ໂດໂຣທີໂອ (Dr. Ulysses Dorotheo) ຜູ້ອໍານວຍການໃຫຍ່ຂອງ SEATCA ໄດ້ກ່າວເນັ້ນວ່າ: “ລາງວັນເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຈິດວິນຍານແຫ່ງຄວາມກ້າຫານ ແລະ ຄວາມມຸ່ງໝັ້ນທີ່ຈະປົກປ້ອງຊີວິດຂອງມວນມະນຸດ”. ງານຄັ້ງນີ້ບໍ່ພຽງແຕ່ເປັນການສະເຫຼີມສະຫຼອງຄວາມສໍາເລັດໃນອະດີດ ແຕ່ຍັງເປັນການຢືນຢັນເຖິງຄວາມຮ່ວມມືຂອງບັນດາຜູ້ນໍາ ແລະ ອົງກອນຕ່າງໆ ເພື່ອສ້າງອະນາຄົດທີ່ປາສະຈາກຢາສູບ ແລະ ນິໂກຕີນຢ່າງຍືນຍົງ


