ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 10 ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງແກ້ວອຸດົມ ລົງໂຄສະນາຫາສຽງ ຢູ່ເມືອງແກ້ວອຸດົມ
18/02/2026

ໃນຕອນບ່າຍວັນທີ 17 ກຸມພາ 2026 ນີ້, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະຂັ້ນແຂວງ, ຂັ້ນເມືອງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ຈຳນວນ 5 ທ່ານ, ຍິງ 2 ທ່ານ ໃນນັ້ນມີ: ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ນໍ້າເບີ 4 ທ່ານ ສີທົນ ແສງພະຈັນ ກຳມະການປະຈຳພັກແຂວງວຽງຈັນ, ນໍ້າເບີ 5 ທ່ານ ນາງ ເພັດສະໝອນ ສອນ ກຳມະການປະຈຳພັກກະຊວງ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ນໍ້າເບີ 7 ທ່ານ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງວຽງຈັນ, ນໍ້າເບີ 11 ທ່ານ ພັນໂທ ບຸນນຳ ຈັນທອງສີ ຮອງເລຂາໜ່ວຍພັກ ຄະນະປະຈຳ,ປະທານກຳມະການຍຸຕິທຳ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ສະພາປະຊາຊົນແຂວງວຽງຈັນ,ສະມາຊິກສະພາແຫ່ງຊາດ ຊຸດທີ IX, ທັງເປັນສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ຜູ້ສະໝັກເລືອກຕັ້ງສະມາຊິກສະພາປະຊາຊົນແຂວງວຽງຈັນ (ສສຂ) ຊຸດທີ V ເຂດເລືອກຕັ້ງເມືອງແກ້ວອຸດົມ ຈຳນວນ 7 ທ່ານ, ຍິງ 1 ທ່ານ ຄື: ນ້ຳເບີ1 ທ່ານ ວິລະວຸດ ປະກິດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ; ນ້ຳເບີ2 ທ່ານ ນາງ ຫວານໃຈ ສຸດທິເດດ ຫົວໜ້າຫ້ອງການ-ການເງິນເມືອງ; ນ້ຳເບີ3 ທ່ານ ໂອພາ ວົງບຸດໄຕ ຫົວໜ້າຂະແໜງແຜນການ ແລະ ການເງິນ ສະພາປະຊາຊົນແຂວງ; ນ້ຳເບີ4 ທ່ານ ອຸທິດ ບຸດສະບາ ປະທານສະຫະພັນກຳມະບານເມືອງ; ນ້ຳເບີ5 ທ່ານ ຄຳແຜວ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ; ນ້ຳເບີ 6 ທ່ານ ພູທອງ ພົງໄຊພົນ ຫົວໜ້າຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວເມືອງ; ນ້ຳເບີ7 ທ່ານ ພັນໂທ ດວງປັນຍາ ເຝືອມະນີວົງ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ. ລົງໂຄສະນາຫາສຽງ, ພົບປະ ແລະ ສະເໜີຕົວ ຕໍ່ຜູ້ມີສິດເລືອກຕັ້ງຢູ່ທີ່ສະໂມສອນເມືອງແກ້ວອຸດົມ. ໃນພິທີຜູ້ຮັບສະໝັກຮັບເລືອກຕັ້ງ ໄດ້ພັດປ່ຽນກັນນໍາສະເໜີ ປະຫັວດການເຄື່ອນໄຫວໃນແຕ່ລະໄລຍະ ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ ແລະ ໜ້າທີ ຂອງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເພື່ອເປັນການສະໜອງຂໍ້ມູນຂ່າວສານຕົວຈິງ, ເປັນການແນະນໍາໃຫ້ຜູ້ມີສິດເລືອກຕັ້ງ ຮັບຮູ້ ເຂົ້າໃຈ ຢ່າງຖືກຕ້ອງ ຕໍ່ຜູ້ສະໝັກຮັບເລືອກຕັ້ງແຕ່ລະທ່ານ ເພື່ອເປັນບ່ອນອີງໃນການຄົ້ນຄວ້າ, ຄົ້ນຄິດ ສົມທຽບໃສ່ ມາດຕະຖານ ເພື່ອຕັດສິນໃຈເລືອກເອົາ ຜູ້ທີ່ຕົນເຫັນວ່າມີມາດຕະຖານກວ່າໝູ່ ເພື່ອເປັນຕົວແທນຂອງຕົນປະຕິບັດສິດ, ອຳນາດຂອງປະຊາຊົນບັນດາເຜົ່າ ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ພ້ອມດຽວກັນນັ້ນ. ທີມງານໄດ້ຕາງໜ້າຜ່ານປະຫວັດ ແລະ ຂໍ້ມູນສຳຄັນ ຂອງຜູ້ສະໝັກທ່ານອື່ນ ທີ່ໄດ້ແບ່ງກຸ່ມລົງເຄຶ່ອນໄຫວໃນຈຸດອື່ນ, ເພື່ອຮັບປະກັນໃຫ້ປະຊາຊົນ ຜູ້ມີສິດປ່ອນບັດເລືອກຕັ້ງ ໄດ້ຮັບຮູ້ຂໍ້ມູນຂອງຜູ້ສະໝັກຢ່າງຄົບຖ້ວນ ແລະ ໂປ່ງໃສ ກ່ອນການຕັດສິນໃຈປ່ອນບັດເລືອກຕັ້ງ.
ສໍາລັບເຂດເລືອກຕັ້ງທີ 10 ແຂວງວຽງຈັນ ມີຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ 14 ທ່ານ ຍິງ 5 ທ່ານ, ໃນນັ້ນ ຈະເລືອກເອົາ 10 ທ່ານ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງແກ້ວອຸດົມ ມີ 7 ທ່ານ, ໃນນັ້ນຈະເລືອກເອົາ 5 ທ່ານ.
ທົ່ວເມືອງແກ້ວອຸດົມ ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງ 33 ໜ່ວຍເລືອກຕັ້ງ, ມີໜ່ວຍເຄື່ອນທີ່ 1 ໜ່ວຍ ແລະ ຖົງເຄື່ອນທີ່ 5 ຖົງ, ຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ 12,891 ຄົນ ຍິງ 6,130 ຄົນ ທີ່ຈະໄດ້ໃຊ້ສິດຂອງຕົນເອງປ່ອນບັດເລືອກຕັ້ງ ສສຊ ຊຸດທີX ແລະ ສສຂ ຊຸດທີ V ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້.
#ພາບ+ຂ່າວ: ບຸນມາ ແກ້ວບຸດດາ
ຂ່າວທີ່ກ່ຽວຂ້ອງ














