Skip to main content

ຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ຕີລາຄາຄືນວຽກງານ ພາກຮຽນ I ພ້ອມວາງແຜນການ ພາກຮຽນ II ປະຈຳສົກ 2025-2026

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈຳພາກຮຽນທີ I ແລະ ວາງທິດທາງແຜນການ ພາກຮຽນທີ II ປະຈຳສົກຮຽນ 2025-2026 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງ ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ຄຳ ຂັນທະວີວອນ ກຳມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານ ຄຳພັນ ຊະນະໄພ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ປອ ບົວຄ່ອງ ແກ້ວອາສາ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ວັນຄຳ ສຸນັນທາ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 11 ເມືອງ, ປະທານສະມາຄົມການສຶກສາພາກເອກະຊົນ, ຫົວໜ້າ-ຮອງຫົວໜ້າຂະແໜງ, ສູນ, ຫໍສະໝຸດ, ບັນດາຜູ້ອຳນວຍການໂຮງຮຽນ ມສ ແລະ ມ.ປາຍ ທັງພາກລັດ ແລະ ເອກະຊົນທົ່ວແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວນີ້, ທ່ານ ປອ ຄຳ ຂັນທະວີວອນ ໄດ້ກ່າວໃນພິທີເປີດກອງປະຊຸມວ່າ: ປີ 2025 ແມ່ນປີທີ່ການສຶກສາຂອງພວກເຮົາໄດ້ຜ່ານທັງຄວາມທ້າທາຍ ແລະ ໂອກາດໃໝ່ໆໃນການພັດທະນາ ໂດຍພວກເຮົາໄດ້ເນັ້ນໃສ່ການຍົກລະດັບຄຸນນະພາບການຮຽນການສອນ, ການພັດທະນາຄູອາຈານ, ການປັບປຸງຫຼັກສູດໃຫ້ສອດຄ່ອງກັບສະພາບການປ່ຽນແປງ ແລະ ການນຳໃຊ້ເຕັກໂນໂລຊີເຂົ້າສູ່ການບໍລິຫານ ແລະ ການຮຽນການສອນ. ພ້ອມກັນນັ້ນ, ພວກເຮົາຍັງໄດ້ຂະຫຍາຍໂອກາດເຂົ້າເຖິງການສຶກສາໃຫ້ກັບເດັກນ້ອຍໃນເຂດຫ່າງໄກ, ປັບປຸງໂຄງສ້າງພື້ນຖານໂຮງຮຽນ ແລະ ເສີມສ້າງການຮ່ວມມືກັບພາກສ່ວນຕ່າງໆ ເພື່ອຂັບເຄື່ອນການສຶກສາໃຫ້ກ້າວໜ້າຢ່າງຍືນຍົງ. ຢ່າງໃດກໍຕາມ, ພວກເຮົາຍັງພົບບັນຫາ ແລະ ຂໍ້ຈຳກັດຫຼາຍປະການ ເປັນຕົ້ນແມ່ນ ງົບປະມານທີ່ຈຳກັດ, ຄວາມແຕກຕ່າງດ້ານຄຸນນະພາບລະຫວ່າງເຂດເມືອງ ແລະ ຊົນນະບົດ ແລະ ຄວາມທ້າທາຍຈາກການປ່ຽນແປງດ້ານເທັກໂນໂລຊີ ຊຶ່ງເປັນບົດຮຽນສຳຄັນໃຫ້ພວກເຮົານຳໄປປັບປຸງໃນປີຕໍ່ໄປ.
ນອກຈາກນີ້, ທ່ານ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ຍັງໄດ້ກ່າວໃຫ້ຮູ້ອີກວ່າ: ສຳລັບປີ 2026 ພວກເຮົາຈະສືບຕໍ່ດຳເນີນຕາມແນວທາງການປະຕິຮູບການສຶກສາ ໂດຍເນັ້ນໃສ່ການຍົກລະດັບມາດຕະຖານຄຸນນະພາບການສຶກສາ, ການພັດທະນາສະມັດທະນະຄູ ແລະ ຜູ້ບໍລິຫານ, ການນຳໃຊ້ດິຈິຕອນເຕັກໂນໂລຊີໃນການບໍລິຫານ, ການເສີມສ້າງຈິດສຳນຶກ ແລະ ຈັນຍາບັນວິຊາຊີບ, ການຂະຫຍາຍໂອກາດ ແລະ ຄວາມເທົ່າທຽມທາງການສຶກສາ. ສະນັ້ນ, ກອງປະຊຸມໃນມື້ນີ້ ເປັນໂອກາດສຳຄັນໃຫ້ພວກເຮົາໄດ້ແລກປ່ຽນບົດຮຽນ, ສະເໜີຄວາມຄິດເຫັນ ແລະ ຮ່ວມກັນກຳນົດແນວທາງທີ່ຊັດເຈນ ເພື່ອໃຫ້ແຜນການປີ 2026 ມີຄວາມເປັນໄປໄດ້ ແລະ ບັນລຸຜົນຢ່າງແທ້ຈິງ.
ໃນກອງປະຊຸມ, ໄດ້ຜ່ານຜົນສໍາເລັດຂອງການຈັດຕັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ປະຈໍາພາກຮຽນ I ແລະ ແຜນວຽກຈຸດສຸມພາກຮຽນ II ສົກຮຽນ 2025-2026, ຊຶ່ງໃນພາກຮຽນ I ສົກຮຽນ 2025-2026 ທົ່ວແຂວງວຽງຈັນ ມີຜູ້ບໍລິຫານການສຶກສາ ແລະ ຄູສອນ ພາກລັດ-ເອກະຊົນ ທັງໝົດ 5.631 ຄົນ, ຍິງ 3.237 ຄົນ. ໃນນີ້, ມີຄູສອນ ແລະ ຜູ້ອຳນວຍການໂຮງຮຽນ ຈຳນວນ 5.185 ຄົນ, ຍິງ 3.028 ຄົນ, ຜູ້ບໍລິຫານ ແລະ ພະນັກງານ ຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງ ຈໍານວນ 446 ຄົນ, ຍິງ 209 ຄົນ, ທົ່ວແຂວງມີໂຮງຮຽນທັງໝົດ 700 ແຫ່ງ, ນັກຮຽນທັງໝົດ 104.727 ຄົນ, ຍິງ 51.390 ຄົນ (ມີນັກຮຽນສົງ 230 ອົງ ແລະ ນັກຮຽນສາມັນກິນນອນຊົນເຜົ່າ 666 ຄົນ, ຍິງ 248 ຄົນ).
ການຈັດຕັ້ງປະຕິບັດ 12 ຄາດໝາຍຫຼັກ ສົກຮຽນ 2025-2026 ສາມາດບັນລຸໄດ້ 8 ຄາດໝາຍ ຄື: ອັດຕາເຂົ້າຮຽນໃໝ່ສຸດທິຂັ້ນ ປ.1 ໃນຊັ້ນປະຖົມສຶກສາ ປະຕິບັດໄດ້ 99,8% (ແຜນ 99%); ອັດຕາປະລະຂອງນັກຮຽນຊັ້ນປະຖົມສຶກສາ ປະຕິບັດໄດ້ 3,1% (ແຜນ 3.2%); ອັດຕາເລື່ອນຊັ້ນຂອງນັກຮຽນປະຖົມ ປ.5 ຂຶ້ນ ມ.1 ປະຕິບັດໄດ້ 95,1% (ແຜນ 95%); ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 84,4% (ແຜນ 83,3%); ເປີເຊັນຂອງຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດ ທຸກຊັ້ນໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງ ສະເລ່ຍ 20% ຕໍ່ປີ ປະຕິບັດໄດ້ 23.3% (ແຜນ 20%); ພະນັກງານ-ລັດຖະກອນພາຍໃນຂະເເໜງການສຶກສາ, ວິທະຍາສາດ ແລະ ກິລາໃຫ້ໄດ້ຮັບການຝືກອົບຮົມການນໍາໃຊ້ ໄອຊີທີ ຂັ້ນພື້ນຖານ ປະຕິບັດໄດ້ 987 ຄົນ (ແຜນ 530 ຄົນຂຶ້ນໄປ); ເປີເຊັນມາດຕະຖານຄຸນນະພາບຂັ້ນພື້ນຖານໂຮງຮຽນຊັ້ນປະຖົມສຶກສາພາກລັດທົ່ວແຂວງ ປະຕິບັດໄດ້ 66;8% (ແຜນ 66.5%); ຈໍານວນກໍາມະການຕັດສິນໃນລະດັບແຂວງ ແລະ ລະດັບຊາດ ປະຕິບັດໄດ້ 4 ທ່ານ (ແຜນໃຫ້ໄດ້ 2 ທ່ານ).
ສະເພາະ 4 ຄາດໝາຍບໍ່ບັນລຸນັ້ນ, ມີ 2 ຄາດໝາຍຄາດວ່າຈະບັນລຸເພີ່ມຂຶ້ນຕື່ມ ຄື: ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ເຂົ້າຮຽນບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ກຸ່ມເປົ້າໝາຍທີ່ມີຄວາມສົນໃຈ, ປະຕິບັດໄດ້ 891 ຄົນ (ແຜນ 1.578 ຄົນ) ຍັງສືບຕໍ່ເກັບກໍາຂໍ້ມູນຮອດເດືອນພຶດສະພາ 2026; ຈໍານວນຫົົວຂໍ້ຄົ້ນຄວ້າວິທະຍາສາດໃຫ້ໄດ້ຢ່າງໜ້ອຍ 1 ຫົວຂໍ້. ສ່ວນຄາດໝາຍທີ່ບໍ່ບັນລຸ ມີ 2 ຄາດໝາຍ ຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ປະຕິບັດໄດ້ 85,1% (ແຜນ 85,6%); ອັດຕາປະລະຂອງນັກຮຽນ ຊັ້ນມັດທະຍົມຕອນຕົ້ນ ປະຕິບັດໄດ້ 10,7% (ແຜນ 9,6%).
ແຜນວຽກຈຸດສຸມພາກຮຽນ II ສົກຮຽນ 2025-2026 ແມ່ນສືບຕໍ່ສົ່ງເສີມການເຂົ້າເຖິງການສຶກສາຂັ້ນພື້ນຖານຢ່າງເທົ່າທຽມກັນ ພ້ອມທັງຮັບປະກັນໃຫ້ຜົນການຮຽນຂອງນັກຮຽນໄດ້ຮັບການປັບປຸງດີຂຶ້ນ; ສືບຕໍ່ພັດທະນາຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດ, ມີນໍ້າໃຈຮັກຊາດ, ມີລະບຽບວິໄນ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ; ສືບຕໍ່ຊຸກຍູ້ ແລະ ເກັບກໍາບາງຄາດໝາຍຫຼັກຂອງຂະເເໜງການສຶກສາ ແລະ ປະຕິບັດມະຕິສະພາປະຊາຊົນໃຫ້ບັນລຸຄາດໝາຍທີ່ວາງໄວ້; ສືບຕໍ່ຍົກສູງຄຸນນະພາບຂອງການສຶກສາຫຼັງຊັ້ນມັດທະຍົມໃຫ້ດີຂຶ້ນ ໂດຍເນັ້ນໃສ່ການສ້າງສີມືແຮງງານ ແລະ ນັກວິຊາການ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງສັງຄົມ; ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບບໍລິຫານ ແລະ ຄຸ້ມຄອງການສຶກສາໃນແຕ່ລະທ້ອງຖິ່ນ; ສົ່ງເສີມສ້າງບຸກຄະລາກອນກິລາຜູ້ທີ່ມີພອນສະຫວັນດ້ານກິລາ-ກາຍະກຳໃຫ້ກາຍເປັນນັກກິລາອາຊີບ.
ຄາດໝາຍຫຼັກທີ່ຈະສືບຕໍ່ສູ້ຊົນ ມີ 12 ຄາດໝາຍ ຄື: ສືບຕໍ່ສູ້ຊົນປະຕິບັດອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນໃຫ້ເພີ່ມຂຶ້ນ ແລະ ບັນລຸຄາດໝາຍ; ສືບຕໍ່ອັດຕາເຂົ້າໃໝ່ສຸດທິຂັ້ນ ປ.1 ໃນຊັ້ນປະຖົມສຶກສາ ໃຫ້ເພີ່ມຂຶ້ນ; ສືບຕໍ່ອັດຕາປະລະຂອງນັກຮຽນຊັ້ນປະຖົມສຶກສາໃຫ້ຫຼຸດລົງ; ສືບຕໍ່ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ໃຫ້ເພີ່ມຂຶ້ນ; ສືບຕໍ່ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນໃຫ້ເພີ່ມຂຶ້ນ; ສືບຕໍ່ສູ້ຊົນອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນໃຫ້ຫຼຸດລົງ ແລະ ບັນລຸຕາມຄາດໝາຍ; ສືບຕໍ່ເປີເຊັນຂອງຄູປະຈໍາການ ແລະ ຜູ້ເຮັດວຽກສຶກສານິເທດທຸກຊັ້ນໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງ; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນໃຫ້ໄດ້ບຳລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ກຸ່ມເປົ້າໝາຍທີ່ມີຄວາມສົນໃຈໃຫ້ເພີ່ມຂຶ້ນ; ພະນັກງານ-ລັດຖະກອນພາຍໃນຂະເເໜງການສຶກສາ, ວິທະຍາສາດ ແລະ ກິລາ ໃຫ້ໄດ້ຮັບການຝືກອົບຮົມການນໍາໃຊ້ ໄອຊີທີ ຂັ້ນພື້ນຖານ; ເປີເຊັນມາດຕະຖານຄຸນນະພາບຂັ້ນພື້ນຖານໂຮງຮຽນຊັ້ນປະຖົມສຶກສາພາກລັດທົ່ວແຂວງ ໃຫ້ເພີ່ມຂຶ້ນ; ສືບຕໍ່ຫົົວຂໍ້ຄົ້ນຄວ້າວິທະຍາສາດໃຫ້ໄດ້ຢ່າງໜ້ອຍ 1 ຫົວຂໍ້; ສືບຕໍ່ໃຫ້ມີຈໍານວນກໍາມະການຕັດສິນໃນ ລະດັບແຂວງ ແລະ ລະດັບຊາດເພີ່ມຂຶ້ນ.
ສຳລັບກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈຳພາກຮຽນທີ I ແລະ ວາງທິດທາງແຜນການ ພາກຮຽນທີ II ປະຈຳສົກຮຽນ 2025-2026 ຈະດຳເນີນໄປເປັນເວລາ 2 ວັນ ລະຫວ່າງວັນທີ 24-25 ກຸມພາ 2026 ຈຶ່ງຈະປິດລົງ.
ໂດຍ: ສີສົມໄຊ