Skip to main content

ເປີດປ້າຍໂຮງຮຽນປະຖົມສົມບູນສາທິດດົງຄຳຊ້າງ ເປັນໂຮງຮຽນຕົວແບບຄຸນນະພາບ

25/02/2026
ໂຮງຮຽນປະຖົມສົມບູນສາທິດດົງຄຳຊ້າງ ໄດ້ມີພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບ ຂອງນະຄອນຫຼວງວຽງຈັນ ຢ່າງເປັນທາງການ ໃນວັນທີ 24 ກຸມພາ 2026 ທີ່ ໂຮງຮຽນ ປະຖົມົສມບູນສາທິດດົງຄຳຊ້າງ ບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮວ່ມຂອງ ທ່ານ ທະນົງສິນ ແສງພະວົງ ປະທານຄະນະອົງການປົກຄອງເມືອງຫາດຊາຍຟອງ, ທ່ານ ວົງເດືອນ ໂອໃສ ຫົວໜ້າກົມສ້າງຄູ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນນຳ ສີສຸທຳມະວົງ ຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາ, ທ່ານ ນາງ ແກ້ວມະນີ ມາລາທອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ປອງບີດາ ພຸດທະຍອດຟ້າ ຫົວໜ້າໜ່ວຍງານການສຶກສາກ່ອນໄວຮຽນສາມັນສຶກສາ, ຜູ້ຕ່າງໜ້າຈາກໂຄງການ ໄອທີມ2 (ITEAM2 ), ທ່ານ ນາງ ເກດມະນີ ເພັງເມືອງຄູນ ຜູ້ອຳນວຍການໂຮງຮຽນ ປະຖົມສົມບູນສາທິດດົງຄຳຊ້າງ, ຮອງຜູ້ອຳນວຍການ, ຄູອາຈານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ທ່ານ ນາງ ເກດມະນີ ເພັງເມືອງຄູນ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນປະຖົມສົມບູນສາທິດ ດົງຄໍາຊ້າງ ໄດ້ສ້າງຕັ້ງຂຶ້ນໃນປີ 1993, ມີອາຄານຮຽນ 2 ຫຼັງ, ຫຼັງທີ 1 ເປັນອາຄານຊັ້ນດຽວ, ມີ 7 ຫ້ອງ, ຫຼັງທີ 2 ເປັນອາຄານສອງຊັ້ນມີ 13 ຫ້ອງ, ລວມທັງ 2 ຫຼັງແມ່ນມີ 20 ຫ້ອງ, ເຊິ່ງໄດ້ນໍາໃຊ້ເປັນຫ້ອງຮຽນ 9 ຫ້ອງ, ຫ້ອງການຄູ 1 ຫ້ອງ,ຫ້ອງທົດລອງ 1 ຫ້ອງ, ຫ້ອງປະຖົມພະຍາບານ 1 ຫ້ອງ, ຫ້ອງຫ້ອງສະມຸດ 1 ຫ້ອງ, ຫ້ອງສື່ການສອນ 1 ຫ້ອງ, ຫ້ອງອານີປະສົງ 1 ຫ້ອງ ແລະ ອິກ 5 ຫ້ອງ ແມ່ນນໍາໃຊ້ເປັນຫ້ອງອຶ່ນໆ. ໃນນັ້ນ ມີຫ້ອງນໍ້າທັງໝົດ 6 ຫ້ອງ ໄດ້ແຍກເປັນຫ້ອງນໍ້າຍິງ, ຊາຍ ແລະ ຫ້ອງນໍ້າຄົນພິການ. ໃນສົກຮຽນ 2025-2026 ມີນັກຮຽນທັງໝົດ 274 ນ້ອງ, ຍິງ 131 ນ້ອງ, ມີ 5 ຂັ້ນຮຽນ, ແບ່ງອອກເປັນ 9 ຫ້ອງ, ມີຄູສອນທັງມົດ 8 ຄົນ, ຍິງ 8 ຄົນ, ມີຄູຝຶກຫັດທັງໝົດ 3 ຄົນ, ຍິງ 3 ຄົນ. ສຳລັບການຈັດການຮຽນ – ການສອນ ແມ່ນໄດ້ປະຕິບັດຕາມໂຄງການຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ, ປະຕິບັດຕາມ 3 ຂໍ້ແຂ່ງຂັນຄື: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້, ສ້າງສິ່ງແວດລ້ອມທີ່ດີໃນສະຖາບັນ, 3 ຫຼັກສະນະ 5 ຫຼັກມູນການສຶກສາກໍຄື: 1. ປັນຍາສຶກສາ, 2. ຄຸນສົມບັດສຶກສາ, 3. ແຮງງານສຶກສາ, 4. ສິລະປະສຶກສາ, 5. ກິລາສຶກສາ, ເຊິ່ງໄດ້ເນັ້ນການຮຽນ – ການສອນ ໂດຍການເອົານັກຮຽນເປັນໃຈກາງ, ໂຮງຮຽນຂອງພວກເຮົາມີ 3 ຂັ້ນຮຽນຄື: ປ3, ປ4, ປ5 ທີ່ໄດ້ນໍາໃຊ້ ICT , Smart With Board, Tablet, Projector , ນອກນັ້ນ ຍັງໄດ້ນໍາໃຊ້ແພັດຟ້ອມ Eduten ເຂົ້າໃນການຝຶກທັກສະຄະນິດສາດ, ໂດຍອີງໃສ່ 8 ໜ້າວຽກຂອງຜູ້ບໍລິຫານ. ພ້ອມນັ້ນ, ຜົນສຳເລັດທີ່ຍາດມາໄດ້ດ້ານວິຊາການສົກຮຽນທີ່ຜ່ານມາ 2024-2025 ຄື: ສອບເສັງຈົບຊັ້ນປ 5 ໄດ້ຄະແນນວິຊາການ 5 ນ້ອງ, ສອບເສັງນັກຮຽນເກັ່ງ ຂັ້ນກຸ່ມໄດ້ 2 ນ້ອງ,ວິຊາພາສາລາວກັບຄະນິດສາດ, ຄ່ຽງຄູ່ກັນນັ້ນ ຍັງມີຜົນງານທາງດ້ານກິິລາ ແລະ ສິນລະປະຄື: ແຂ່ງຂັນກະຕໍ້ຫວາຍຍີງໄດ້ທີ 1 ຂັ້ນກຸ່ມ ແລະ ໄດ້ທີ 1 ຂັ້ນເມືອງ, ແລ່ນໄວຍິງ ໄດ້ລາງວັນຊົມເຊີຍຂັ້ນເມືອງ, ປະເພດຂັບລໍາໄດ້ທີ 1 ຂັ້ນເຂດ, ທີ 2 ຂັ້ນເມືອງ, ສຳລັບການຈັດຕັ້ງປະຕິບັດ ການສ້າງໂຮງຮຽນຕົວແບບຄຸນນະພາບຊັ້ນປະຖົມສຶກສາ ແມ່ນໄດ້ຈັດຕັ້ງປະຕິບັດ 6 ດ້ານ ແລະ 42 ຕົວຊີ້ວັດຈຶ່ງສໍາເລັດຈົນໄດ້ຮັບໃບຢັ້ງຢືນນີ້. ຂ້າພະເຈົ້າໃນນາມຜູ້ອໍານວຍການໂຮງຮຽນພ້ອມດ້ວຍຄູອາຈານ ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງຄະນະຮັບຜິດ ຊອບຈາກຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ແລະ ພະແນກສຶກສາທິການນະຄອນຫຼວງວຽງຈັນ ທີ່ໃຫ້ການຊຸກຍູ້ຊ່ວຍເຫຼືອ, ສົ່ງເສີມເຮັດໃຫ້ໂຮງຮຽນປະຖົມສາທິດດົງຄໍາຊ້າງ ຂອງພວກເຮົາກາຍເປັນໂຮງຮຽນຕົວແບບຄຸນນະພາບອິກແຫ່ງ 1 ຂອງເມືອງຫາດຊາຍຟອງ ແລະ ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ.
ໃນໂອກາດດຽວກັນ, ທ່ານ ທະນົງສິນ ແສງພະວົງ ໄດ້ກ່າວມີຄຳເຫັນວ່າ: ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ມາຍັງ ໂຮງຮຽນ ປະຖົມສົມບູນສາທິດດົງຄຳຊ້າງແຫ່ງນີ້ ທີ່ສາມາດຍາດມາໄດ້ຫຼາຍຜົນງານເຊັ່ນ: ດ້ານວິຊາການ, ດ້ານການກິລາ ແລະ ສິນລະປະ-ວັນນະຄະດີໃນລະດັບຕົ້ນໆ, ຂັ້ນເຂດ ແລະ ຂັ້ນເມືອງ, ເຊິ່ງສາມາດຢັ້ງຢືນ ແລະ ເປັນການສະແດງອອກໃຫ້ເຫັນເຖິງຄຸນນະພາບການຮຽນ-ການສອນ, ໂຮງຮຽນປະຖົມສົມບູນສາທິດດົງຄຳຊ້າງ ໄດ້ຮັບຮອງເປັນໂຮງຮຽນຕົວແບບຄຸນນະພາບນີ້ ກໍຖືໄດ້ວ່າ ເປັນການປະກອບສວ່ນທີ່ສຳຄັນອັນໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນຂົງເຂດວຽກງານການສຶກສາ ຂອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ເຊິ່ງສະແດງອອກໃຫ້ເຫັນໃນການຈັດຕັ້ງປະຕິບັດມະຕິແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພາະຈະເປັນຕົວຊີ້ບອກເຖິງມາດຕະຖານ, ຄາດໝາຍອັນໜຶ່ງທີ່ພວກເຮົາສູ້ຊົນມາໄດ້ ເພື່ອຈະບັນລຸຢູ່ໃນບົດລາຍງານການເມືອງ. ໃນເມືອພວກເຮົາໄດ້ຮັບການຢັ້ງຢືນໃຫ້ເປັນໂຮງຮຽນຕົວແບບຄຸນນະພາບແລ້ວ ກໍຂໍຮຽກຮ້ອງມາຍັງ ຜູ້ອຳນວຍການໂຮງຮຽນ ໃຫ້ຮັກສາມາດຕະຖານ, ຮັກສາມູນເຊື້ອນີ້ໄວ້ໃຫ້ຢູ່ໃນລະດັບທີດີໄປເລື້ອຍໆ. ພ້ອມນັ້ນ, ກໍໃຫ້ມີແບບແຜນໃນການປະຕິບັດໜ້າທີ່ ວາງແຜນຍຸດທະສາດ ໃນການນຳເອົາເຕັກໂນໂລຊີໃໝ່ໆທີ່ທັນສະໄໝເຂົ້າໃນການຮຽນການສອນ ນອກນັ້ນ, ພວກເຮົາກໍຈະຕ້ອງໄດ້ຍົກລະດັບຂຶ້ນໄປເລື້ອຍໆ. ເພື່ອທີ່ຈະກ້າວໄປຂ້າງໜ້າຕາມຍຸດທະສາດຂອງກະຊວງສຶກສາທິການ ແລະ ກິລາ.
ພາບ-ຂ່າວໂດຍ: ການຈະນາ ວົງປັນຍາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ