ສກຂ ສະຫວັນນະເຂດ ປະກາດແຕ່ງຕັ້ງຕຳແໜ່ງວິຊາການ “ຄູປະສົບການ” ປະຈຳສົກຮຽນ 2023-2024

ໃນຕອນບ່າຍຂອງວັນທີ 20 ກຸມພາ 2026 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ຫຼື ສກຂ ສະຫວັນນະເຂດ ໄດ້ຈັດພິທີປະກາດຂໍ້ຕົກລົງແຕ່ງຕັ້ງຕຳແໜ່ງວິຊາການຄູ “ຄູປະສົບການ” ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ມີຄະນະພະແນກ ສກຂ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ໄດ້ມີການຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 9343/ສສກ, ລົງວັນທີ 22 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງວິຊາການຄູ “ຄູປະສົບການ” ຂອງພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ປະຈຳສົກຮຽນ 2023-2024 ຈຳນວນ 4 ທ່ານ ຄື: ທ່ານ ນາງ ອິນທະຫວາ ພົງສະຫວັນ ສອນທົ່ວໄປ ຂັ້ນ ປ.1 ຈາກ ໂຮງຮຽນ ປະຖົມສຸນັນທາ ນະຄອນໄກສອນພົມວິຫານ, ທ່ານ ນາງ ວິໄລພອນ ຣາດຊະວົງ ສອນທົ່ວໄປ ຂັ້ນ ປ.5 ຈາກ ໂຮງຮຽນ ປະຖົມ ສຸນັນທາ ນະຄອນໄກສອນພົມວິຫານ, ທ່ານ ນາງ ສົມສະຫວາດ ບຸດສະລາດ ສອນວິຊາເຄມີສາດ ຂັ້ນ ມ.5 ຈາກ ໂຮງຮຽນ ມສ ສະຫວັນ ນະຄອນໄກສອນພົມວິຫານ ແລະ ທ່ານ ນາງ ຄອນສະຫວັນ ສີຈັນທອງທິບ ສອນວິຊາຄະນິດສາດ ຂັ້ນ ມ.7 ຈາກ ໂຮງຮຽນ ມສ ສະຫວັນ ນະຄອນໄກສອນພົມວິຫານ.
ໃນຕອນທ້າຍ, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດຊີ້ນຳ ພ້ອມທັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ບັນດາຄູ-ອາຈານ ທັງ 4 ທ່ານ ທີ່ໄດ້ຮັບການເລື່ອນຕຳແໜ່ງເປັນ “ຄູປະສົບການ” ຊຶ່ງສະແດງໃຫ້ເຫັນເຖິງຄຸນນະພາບ, ຄວາມເອົາໃຈໃສ່ ແລະ ຜົນງານອັນພົ້ນເດັ່ນໃນວຽກງານການສິດສອນຕະຫຼອດໄລຍະຜ່ານມາ. ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ຄູ-ອາຈານທີ່ໄດ້ຮັບຕຳແໜ່ງໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອ, ເປັນແບບຢ່າງທີ່ດີໃຫ້ແກ່ເພື່ອນຮ່ວມງານ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ. ພ້ອມດຽວກັນນີ້ ກໍໄດ້ເນັ້ນໜັກໃຫ້ຄະນະຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກໃຫ້ຄູ-ອາຈານທຸກຄົນໄດ້ພັດທະນາວິຊາສະເພາະຂອງຕົນ ເພື່ອຍົກລະດັບຄຸນນະພາບການສຶກສາຂອງແຂວງສະຫວັນນະເຂດໃຫ້ສູງຂຶ້ນຢ່າງຕໍ່ເນື່ອງ ແລະ ມີມາດຕະຖານທຽບເທົ່າກັບລະດັບຊາດ.
ພາບ-ຂ່າວ: ພານຸມາດ ສກຂ ສະຫວັນນະເຂດ




