ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026
25/02/2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມັງກອນ-ກຸມພາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 24 ກຸມພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື: ວຽກງານຈຸດສຸມຮີບດ່ວນ ຄື: ຮ່າງເນື້ອໃນບົດເຜີຍແຜ່ ຂອງນາຍົກລັດຖະມົນຕີ ກ່ຽວກັບແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຄວາມຄືບໜ້າໃນການແກ້ໄຂຜົນກະ ທົບດິນຍຸບ ຢູ່ເຂດບ້ານທົ່ງມັ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ; ສະພາບນັກທ່ອງທ່ຽວຢູ່ລາວ ໃນປີ 2025 ແລະ ສະເໜີທິດທາງສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າ; ການປະຕິບັດ ມະຕິ 08/ລບ, ລົງວັນທີ 04 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍ ແລະ ການນຳໃຊ້ລົດໄຟຟ້າ ຢູ່ ສປປ ລາວ ແລະ ສະເໜີນະໂຍບາຍໃນຕໍ່ໜ້າ; ພິຈາລະນາ ເນື້ອໃນຂອງຍຸດທະສາດການພັດທະນາເສດຖະກິດ-ສັງຄົມ 10 ປີ (2026-2035) ແລະ ວິໃສທັດຮອດປີ 2055 ຂອງ ສປປ ລາວ; ຮ່າງດຳລັດ ວ່າດ້ວຍການຂົນສົ່ງສິນຄ້າອັນຕະລາຍທາງບົກ ແລະ ທາງລົດໄຟ; ຮ່າງດຳລັດ ວ່າດ້ວຍອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ.
ນອກຈາກບັນດາຫົວຂໍ້ດັ່ງກ່າວແລ້ວ, ກອງປະຊຸມ ຍັງໄດ້ແຈກຢາຍ 5 ເອກະສານ ເພື່ອໃຫ້ສະມາຊິກລັດຖະບານ ນຳໄປຄົ້ນຄວ້າ ແລະ ປະກອບຄຳເຫັນ ເປັນລາຍລັກອັກສອນ ແລ້ວສົ່ງໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ເຊິ່ງ 5 ປະກອບມີ: ບົດສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນມັງກອນ-ກຸມພາ ແລະ ທິດທາງແຜນການປະຈໍາເດືອນມີນາ 2026 ຂອງລັດຖະບານ; ຮ່າງມະຕິ ວ່າດ້ວຍການຮັບຮອງແຜນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນປີ 2026; ຮ່າງມະຕິ ວ່າດ້ວຍການຮັບຮອງແຜນປະຕິບັດຕົວຈິງ ໃນການຫັນການເກັບລາຍຮັບເປັນທັນສະໄໝ ໃນໄລຍະ 5 ປີ (2026-2030); ຮ່າງຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ ແຜນຫົວຂໍ້ເອກະສານ ທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມລັດຖະ ບານ ປີ 2026; ຮ່າງມະຕິວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 (ສະບັບປັບປຸງ).
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນມັງກອນ-ກຸມພາ 2026 ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດ ທີ່ພວກເຮົາໄດ້ສຳເລັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຊຸດທີ V ໃນວັນທີ 22 ກຸມພາ ຜ່ານມາ, ທັງເປັນໄລຍະສຸມໃສ່ການກະກຽມກອງປະຊຸມສະໄໝສາມັນ ຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ຂອງລັດຖະບານ ຊຸດທີ X, ເຊິ່ງໃນໂອກາດກ່າວໄຂກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ ແລະ ສັບສົນ ໂດຍສະເພາະແມ່ນຄວາມຂັດແຍ່ງທາງດ້ານການທະຫານ, ເສດຖະກິດ-ການຄ້າ, ບັນຫາຊາຍແດນ ແລະ ອື່ນໆ ເຊິ່ງບັນຫາຫຼົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າທາຍ ແລະ ອາດສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ, ທັງເຮັດໃຫ້ສະພາບເສດຖະກິດໂລກ ທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງຕື່ມ, ແນ່ນອນວ່າ ປະເທດລາວ ຈະບໍ່ສາມາດຫຼີກລ່ຽງຜົນກະທົບ ຈາກສະພາບດັ່ງກ່າວ ທັງທາງກົງ ແລະ ທາງອ້ອມ ບໍ່ຫຼາຍກໍໜ້ອຍ. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ຕິດຕາມຢ່າງໃກ້ຊິດ ແລະ ມີມາດຕະການແກ້ໄຂແຕ່ຫົວທີໃຫ້ທັນການ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.
ນອກນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ໃຫ້ເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຕໍ່ແຕ່ລະບັນຫາ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມຄັ້ງນີ້ ມີຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ກຳນົດໄວ້.
(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ
ຂ່າວທີ່ກ່ຽວຂ້ອງ












