Skip to main content

ສກຂ ຜົ້ງສາລີ ພົບປະແລກປ່ຽນ ກັບ ໂຮງຮຽນເຕັກນິກຊິນຮວາ ຢຸນນານ ແຫ່ງ ສປ ຈີນ

ໃນຕອນເຊົ້າຂອງວັນທີ 24 ກຸມພາ 2026 ທີ່ຫ້ອງປະຊຸມໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ ສະຫາຍ ສົມຈິດທອງ ຈຸມມາລີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ນໍາພາ ຄະນະອໍານວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງຜົ້ງສາລີ ແລະ ພະນັກງານຫຼັກແຫຼ່ງຂຶ້ນກັບຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງທີ່ກ່ຽວຂ້ອງຕ້ອນຮັບ ແລະ ພົບປະແລກປ່ຽນ ເຮັດວຽກຮ່ວມກັບຄະນະຜູ້ແທນໂຮງຮຽນວິຊາຊີບການຊ່າງຊີນຮວາຢຸນນານ ແຫ່ງ ສປ ຈີນ ຊຶ່ງນໍາໂດຍ ສະຫາຍ ວາງໂພ ພ້ອມດ້ວຍຄະນະ 8 ສະຫາຍ.
ໃນພິທີ, ສະຫາຍ ສົມຈິດທອງ ຈຸມມາລີ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ກ່າວຕ້ອນຮັບຄະນະຜູ້ແທນໂຮງຮຽນວິຊາຊີບການຊ່າງຊິນຮວາ ຢຸນນານ ແຫ່ງ ສປ ຈີນ ຢ່າງອົບອຸ່ນດ້ວຍໄມຕິຈິດມິດຕະພາບ ພ້ອມທັງຫວນຄືນມູນເຊື້ອມິດຕະພາບ ແລະ ການພົວພັນຮ່ວມມືອັນດີງາມມາແຕ່ດົນນານຕາມແຕ່ລະໄລຍະຂອງສອງພັກ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ແຂວງຢູນນານ ແຫ່ງ ສປ ຈີນ. ຈາກນັ້ນ, ໃນພິທີໄດ້ຮັບຟັງການລາຍງານສະພາບລວມ, ນໍາສະເໜີຈຸດປະສົງຂອງການພົບປະແລກປ່ຽນ ກໍຄືການຮ່ວມມືກ່ຽວກັບວຽກງານສຶກສາຂອງທັງສອງຝ່າຍຊາບ ແລະ ພ້ອມກັນລົງນາມເຊັນບົດບັນທຶກການຮ່ວມມືວຽກງານການສຶກສາ ລະຫວ່າງ ພະແນກສຶກສາທິການ ແລະ ກິລາ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ໂຮງຮຽນເຕັກນິກຊິນຮວາ ຢຸນນານ ແຫ່ງ ສປ ຈີນ ຢ່າງເປັນທາງການ.
ໃນໂອກາດນີ້, ສະຫາຍ ສົມຈິດທອງ ຈຸມມາລີ ໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ການເສຍສະຫຼະເວລາອັນມີຄຸນຄ່າ ມາຢ້ຽມຢາມເຄື່ອນໄຫວເຮັດວຽກຂອງຄະນະຜູ້ແທນຈາກໂຮງຮຽນເຕັກນິກຊີນຮວາ ຢຸນນານ ແຫ່ງ ສປ ຈີນ ແລະ ສະຫາຍໄດ້ກ່າວອີກວ່າ: ພະແນກສຶກສາທິການ ແລະ ກິລາແຂວງພວກເຮົາພ້ອມທີ່ຈະຮ່ວມມື ແລະ ຈັດຕັ້ງປະຕິບັດບັນດາເນື້ອໃນບົດບັນທຶກທີ່ໄດ້ຮ່ວມກັນລົງນາມຮັບຮອງໃນຄັ້ງນີ້ຢ່າງມີຄວາມຮັບຜິດຊອບສູງ ແລະ ມີຄວາມຊອບທໍາ ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງ ຍາວນານ ຕາມທິດ 4 ດີ, ຄູ່ຮ່ວມຊະຕາກໍາ ລະຫວ່າງ ສປປ ລາວ ແລະ ສປ ຈີນ ເວົ້າລວມ; ເວົ້າສະເພາະ ແຂວງຜົ້ງສາລີ – ແຂວງຢູນນານ ແລະ ສອງຂະແໜງການພວກເຮົາ ໄດ້ຮັບການຊຸກຍູ້ສົ່ງເສີມ, ການພົວພັນຮ່ວມມືມີຄວາມຮັດແໜ້ນ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງຫຼາຍຂຶ້ນ.
ຂ່າວໂດຍ: ຄໍາວອນ (ສກຂ ແຂວງຜົ້ງສາລີ)