ສກຂ ວຽງຈັນ ການນໍາໃຊ້ໄອຊີທີເຂົ້າໃນການຄຸ້ມຄອງການຮຽນການສອນ ແລະ ບໍລິຫານຄຸ້ມຄອງຫ້ອງການ

ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼື ສກຂ ວຽງຈັນ ໄດ້ມີຜົນສຳເລັດໂດຍພື້ນຖານໃນການນຳໃຊ້ໄອຊີທີເຂົ້າໃນການຄຸ້ມຄອງການຮຽນການສອນ ແລະ ບໍລິການຄຸ້ມຄອງຫ້ອງການ ແນໃສ່ເຮັດໃຫ້ການສຶກສາມີຄວາມເທົ່າທຽມກັນລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ, ເພື່ອພັດທະນາວຽກງານການສຶກສາໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມໂປງໃສ, ມີຄວາມຍືນຍົງ ແລະ ຫຼຸດຜ່ອນອັດຕາປະລະ, ພ້ອມທັງສ້າງເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງການຈັດຕັ້ງການຮຽນການສອນ, ການມາປະຈໍາການ, ການລາພັກ, ການອອກວຽກນອກຂອງພະນັກງານ ແລະ ຄູສອນ.
ອີງຕາມການລາຍງານຂອງທ່ານ ວັນຄຳ ສຸນັນທາ ຄະນະພັກຮາກຖານ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໃນກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງວຽງຈັນ ປະຈຳພາກຮຽນທີ I ແລະ ວາງທິດທາງແຜນການ ພາກຮຽນທີ II ປະຈຳສົກຮຽນ 2025-2026 ເມື່ອວັນທີ 24 ກຸມພາ 2026 ທີ່ຫ້ອງປະຊຸມໃຫຍ່ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ຮູ້ວ່າ: ໃນພາກຮຽນທີ I ປະຈໍາສົກຮຽນ 2025-2026 ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ອີງໃສ່ວິໃສທັດຂອງການສຶກສາແຫ່ງຊາດ ແຕ່ນີ້ເຖິງປີ 2030 ແລະ ຍຸດທະສາດການສຶກສາຮອດປີ 2025, ຍຸດທະສາດ ດິຈິຕອນ ສໍາລັບການສຶກສາ ປີ 2025-2035, ລັດທະດໍາລັດຂອງລັດຖະບານ ວ່າດ້ວຍການບໍລິຫານ ແລະ ການບໍລິການລັດແບບດິຈິຕອນ ສະບັບເລກທີ 290/ລບ ລົງວັນທີ 17 ສິງຫາ 2022 ແລະ ຄໍາແນະນໍາຂອງທ່ານເຈົ້າແຂວງວຽງຈັນ ສະບັບເລກທີ 07/ຈຂ.ວຈ ລົງວັນທີ 16 ມີນາ 2023 ວ່າດ້ວຍການນໍາໃຊ້ລະບົບ smart school ເຂົ້າໃນການຄຸ້ມຄອງການຮຽນການສອນໃນໂຮງຮຽນສາມັນສຶກສາທົ່ວແຂວງວຽງຈັນ ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດໃນການນຳໃຊ້ໄອຊີທີເຂົ້າໃນການຄຸ້ມຄອງການຮຽນການສອນ ແລະ ບໍລິການຄຸ້ມຄອງຫ້ອງການສໍາເລັດຜົນໄດ້ໂດຍພື້ນຖານ ເປັນຕົ້ນແມ່ນສໍາເລັດການສ້າງ ແລະ ພັດທະນາລະບົບຄຸ້ມຄອງການຮຽນການສອນທີ່ທັນສະໄໝ (Smart school) ໂດຍພື້ນຖານ, ສ້າງບັນຊີຜູ້ຄຸ້ມຄອງລະບົບຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນໂຮງຮຽນ, ສ້າງແອບຜູ້ຄຸ້ມຄອງຂັ້ນແຂວງ, ສ້າງແອັບຜູ້ຄຸ້ມຄອງຂັ້ນເມືອງ, ການລາພັກ ແລະ ອອກວຽກນອກ, ສ້າງແອັບຜູ້ຄຸ້ມຄອງຂັ້ນໂຮງຮຽນ, ສ້າງບັນຊີຜູ້ຄຸ້ມຄອງລະບົບໂຮງຮຽນ, ການນໍາຄະແນນເຂົ້າລະບົບ, ທະບຽນນັກຮຽນຈົບຊັ້ນ, ສ້າງແອັບສໍາລັບຄູສອນ, ສ້າງແອັບສໍາລັບນັກຮຽນ, ແອັບສໍາລັບຜູ້ປົກຄອງ ແລະ ລະບົບການບໍລິຫານຄຸ້ມຄອງຫ້ອງການສຶກສາທິການ ແລະ ກິລາ 11 ເມືອງທົ່ວແຂວງ ປະກອບມີ ເມືອງວຽງຄຳ, ແກ້ວອຸດົມ, ໂພນໂຮງ, ທຸລະຄົມ, ຫີນເຫີບ, ວັງວຽງ, ກາສີ, ແມດ, ເຟືອງ, ໝື່ນ ແລະ ເມືອງຊະນະຄາມ.
ນອກຈາກນີ້, ໂດຍປະຕິບັດຕາມການຮ່ວມມືຂອງອົງການ ແອັກຊັນ ອີດູເຄຊັນ ໃນການສະໜັບສະໜູນອຸປະກອນໄອຊີທີເຂົ້າໃນການຈັດການຮຽນການສອນ ເພື່ອການປັບປຸງສະພາບແວດລ້ອມທີ່ເປັນການຮຽນຮ່ວມ ແລະ ເປັນມິດໃນການຮຽນຮູ້ກັບເດັກ ແລະ ຜົນການຮຽນທີ່ມີຄຸນນະພາບສຳລັບການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາຢູ່ແຂວງວຽງຈັນ. ສະນັ້ນ, ທາງຄະນະນໍາພະແນກພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໃຫ້ການຊີ້ນໍາຢ່າງໃກ້ຊິດ ເຮັດໃຫ້ໂຮງຮຽນໃນກຸ່ມເປົ້າໝາຍຂອງໂຄງການໄດ້ຮັບການພັດທະນາ ແລະ ມີທັກສະໃນການນໍາໃຊ້ໄອຊີທີເຂົ້າໃນການຮຽນການສອນດີຂຶ້ນ ເປັນຕົ້ນແມ່ນ ການນໍາໃຊ້ແອັບພິເຄຊັນສໍາລັບການຮຽນອ່ານ, ຂຽນ, ຄິດໄລ່ເລກ ແລະ ພາສາອັງກິດ.
ການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງການຮຽນການສອນໃນໂຮງຮຽນ ແລະ ຫ້ອງການທົ່ວແຂວງວຽງຈັນ ແມ່ນແນໃສ່ເຮັດໃຫ້ການສຶກສາມີຄວາມເທົ່າທຽມກັນລະຫວ່າງເຂດຕົວເມືອງ ແລະ ຊົນນະບົດ, ເພື່ອພັດທະນາວຽກງານການສຶກສາໃຫ້ໄດ້ມາດຕະຖານ, ມີຄຸນນະພາບ, ມີຄວາມໂປງໃສ, ມີຄວາມຍືນຍົງ ຫຼຸດຜ່ອນອັດຕາປະລະ ແນໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີທັກສະທາງດ້ານການນໍາໃຊ້ເຕັກໂນໂລຊີ ເຮັດໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນມີຄວາມສະດວກໃນການຕິິດຕາມຄຸ້ມຄອງການຮຽນການສອນໃຫ້ບັນລຸຜົນສໍາເລັດຕາມແນວທາງຂອງພັກ-ລັດທີ່ກໍານົດໄວ້; ສ້າງເປັນຖານຂໍ້ມູນທາງການສຶກສາໃຫ້ເປັນລະບົບ Digital Data center ຂອງແຂວງ ເພືື່ອສາມາດເຊື່ອມໂຍງຂໍ້ມູນຂ່າວສານການສຶກສາແຕ່ລະຂັ້ນ; ສ້າງເປັນເຄື່ອງມືໃນການຕິດຕາມ, ຄຸ້ມຄອງການຈັດຕັ້ງການຮຽນການສອນ, ການມາປະຈໍາການ, ການລາພັກ, ການອອກວຽກນອກຂອງພະນັກງານ ແລະ ຄູສອນ.
ສຳລັບແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແມ່ນສືບຕໍ່ເລັ່ງໃຫ້ຜູ້ບໍລິຫານ, ພະນັກງານ, ຄູອາຈານ ເພີ່ມທະວີໃນການເຊື່ອມຊຶມແນວທາງຂອງພັກ-ລັດທີ່ວາງອອກ ເພື່ອຫັນມາເປັນແຜນການ, ແຜນງານ, ໂຄງການ ແລະ ກິດຈະກໍາອັນລະອຽດຕາມຄວາມຮັບຜິດຊອບຂອງຕົນໃຫ້ສອດຄ່ອງກັບການພັດທະນາແຕ່ລະໄລຍະ; ປຸກລະດົມຂົນຂວາຍ, ແນະນໍາ ພະນັກງານ, ຄູອາຈານ, ນັກຮຽນ-ນັກສຶກສາ, ພໍ່ແມ່ ຫຼື ຜູ້ປົກຄອງ, ຊຸມຊົນສັງຄົມໃຫ້ມີສະຕິໃນການນໍາໃຊ້ເຕັກໂນໂລຊີ ໄປໃນແນວທາງທີ່ຖືກຕ້ອງ ແລະ ເໝາະສົມ ສະກັດກັ້ນໄພຄຸກຄາມຂອງສື່ອອນລາຍ; ສົ່ງເສີມ, ແນະນໍາພະນັກງານ, ຄູອາຈານ, ນັກຮຽນ-ນັກສຶກສາ, ພໍ່ແມ່ ຫຼື ຜູ້ປົກຄອງ ໃນການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງການຮຽນການສອນ ເປັນຕົ້ນແມ່ນ ສ້າງສື່ການຮຽນການສອນທີ່ລາກຫຼາຍ ເພື່ອສ້າງເປັນຖານຂໍ້ມູນສໍາລັບນັກຮຽນໃນການຄົ້ນຄວ້າສຶກສາຮໍ່າຮຽນ; ຈັດຕັ້ງເຜີຍແຜ່ຄໍາແນະນໍາຂອງທ່ານເຈົ້າແຂວງ ໃນການນໍາໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງການຮຽນການສອນຢູ່ໃນໂຮງຮຽນທົ່ວແຂວງວຽງຈັນໃນຂອບເຂດທີ່ຕົນຮັບຜິດຊອບໃຫ້ທົ່ວເຖິງ; ສະໜອງງົບປະມານໃຫ້ພຽງພໍໃນການພັດທະນາຄຸ້ມຄອງລະບົບ ເພື່ອໃຫ້ມີຄວາມສະຖຽນໃນການນໍາໃຊ້; ປັບປຸງລະບົບຖານຂໍ້ມູນຕອບສະໜອງທາງດ້ານລະບົບເຄືອສັນຍານ ແລະ ຖານບັນຈຸຂໍ້ມູນ (server) ໃຫ້ພຽງພໍ; ຮ່ວມມືກັບຄູ່ຮ່ວມພັດທະນາ ເພື່ອຍາດແຍ່ງເອົາທືນຊ່ວຍເຫຼືອໃນການພັດທະນາລະບົບທັນສະໄໝເຂົ້າໃນການຄຸ້ມຄອງການຮຽນການສອນໃນໂຮງຮຽນທົ່ວແຂວງວຽງຈັນໃຫ້ມີຄວາມຍືນຍົງ; ສະໜອງງົບປະມານຈັດເຝິກອົບຮົມວຽກງານວິຊາການສະເພາະດ້ານໃຫ້ພະນັກງານສູນໄອຊີທີ ເພື່ອສ້າງຄວາມເຂັ້ມແຂງດ້ານການນໍາໃຊ້ໄອຊີທີໃຫ້ແກ່ຄູອາຈານ ແລະ ພະນັກງານພາຍໃນຂະແໜງການສຶກສາ ພ້ອມທັງລົບລ້າງການກືກຄອມພິວເຕີ ແລະ ລົງຕິດຕາມຊຸກຍູ້ການນຳໃຊ້ລະບົບທັນສະໄໝເຂົ້າໃນການຄຸ້ມຄອງການຮຽນການສອນຢູ່ໃນໂຮງຮຽນທົ່ວແຂວງວຽງຈັນ.
ໂດຍ: ສີສົມໄຊ

