Skip to main content

ວິທະຍາໄລຄູປາກເຊ ປະກາດພະນັກງານຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງຮັກສາການ ຜູ້ອໍານວຍການຜູ້ໃໝ່

ພິທີປະກາດພະນັກງານດໍາລົງຕໍາແໜ່ງບໍລິຫານອອກພັກການ-ຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານຜູ້ໃໝ່ຂອງວິທະຍາໄລຄູປາກເຊ ແຂວງຈຳປາສັກ ມີຂຶ້ນໃນຕອນບ່າຍວັນທີ 13 ມີນາ 2026 ຢູ່ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ພູວົງ ອະໄພ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈໍາປາສັກ, ແຂກເຊີນຈາກກະຊວງສຶກສາທິການ ແລະ ກິລາ, ວິທະຍາໄລຄູຄັງໄຂ, ວິທະຍາໄລຄູ ສະຫວັນນະເຂດ, ວິທະຍາໄລຄູ ສາລະວັນ ແລະ ຄະນະອໍານວຍການ, ຄູອາຈານ ວິທະຍາໄລຄູປາກເຊ ເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການອະນຸມັດໃຫ້ພະນັກງານ-ລັດຖະກອນອອກພັກການ-ຮັບອຸດໜູນບໍານານ ໂດຍເຫັນດີອະນຸມັດໃຫ້ທ່ານ ປອ ສົມໄຊ ເທບສົມບັດ ອອກພັກການ-ຮັບອຸດໜູນບໍານານ. ອາຍຸກະສຽນ 60 ປີ, ລວມປີການ 37 ປີ.
ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍ ການແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງ ບໍລິຫານຂອງວິທະຍາໄລຄູ ປາກເຊ ຄື: ແຕ່ງຕັ້ງທ່ານ ສຸກຂະສະຫວາດ ວົງຫາຈັກ ຮອງຜູ້ອໍານວຍການວິທະຍາໄລຄູ ປາກເຊ ເປັນຮັກສາການຜູ້ອໍານວຍການ ວິທະຍາໄລຄູ ປາກເຊ.
ໃນພິທີອັນມີຄວາມໝາຍສໍາຄັນນີ້ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ໃຫ້ກຽດມອບຂໍ້ຕົກລົງ ແລະ ມີຄໍາເຫັນໂອລົມ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການພັດທະນາການຮຽນ-ການສອນ ຂອງວິທະຍາໄລຄູ ປາກເຊ ອີກດ້ວຍ.
ຂ່າວ-ພາບ: ຈັນທະວີສັກ