ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ ພ້ອມປະກາດແຕ່ງຕັ້ງຜູ້ອຳນວຍການຜູ້ໃໝ່
17/03/2026

ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດພະນັກງານການນຳອອກພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງຜູ້ອຳນວຍການຜູ້ໃໝ່ ຂຶ້ນໃນວັນທີ 13 ມີນາ 2026 ທີ່ຫ້ອງປະຊຸມຂອງບໍລິສັດດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ຫຼ້າວັນ ວົງຄຳສານ ຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ, ທ່ານ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ ກະຊວງການເງິນ ພ້ອມດ້ວຍສະພາບໍລິຫານບໍລິສັດລັດວິສາຫະກິດໂຮງພິມສຶກສາ, ຄະນະປະຕິຮູບລັດວິສາຫະກິດ ຂັ້ນສູນກາງ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ຜູ້ອຳນວຍການສຳນັກພິມ, ຜູ້ອຳນວຍການ/ຮອງຜູ້ອຳນວຍການ, ຫົວໜ້່າພະແນກ/ຮອງຫົວນ້າພະແນກ, ພະນັກງານວິຊາການຈາກບໍລິສັດລັດວິສາຫະກິດໂຮງພິມສຶກສາ ແລະ ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ ກະຊວງການເງິນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງການເງິນ ສະບັບເລກທີ 0796/ກງ, ເລກທີ 0797/ກງ ລົງວັນທີ 27 ກຸມພາ 2026 ວ່າດ້ວຍການອະນຸມັດໃຫ້ຜູ້ອຳນວຍການ ແລະ ຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງພິມສຶກສາ ອອກພັກການຮັບອຸດໜູນບຳນານ ແລະ ຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0795/ກງ ວ່າດ້ວຍການແຕ່ງຕັ້ງຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງພິມສຶກສາ ໂດຍອີງຕາມກົດໝາຍວ່າດ້ວຍລັດວິສາຫະກິດສັບເລກທີ 33/ສພຊ, ລົງວັນທີ 29 ທັນວາ 2022, ອີງຕາມ ດຳລັດວ່າດ້ວຍວິສາຫະກິດລັດລົງທຶນ, ສະບັບເລກທີ 322/ລບ, ລົງວັນທີ 2 ກັນຍາ 2022, ອີງຕາມ ດຳລັດການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງການເງິນ, ສະບັບເລກທີ 538/ນຍ ລົງວັນທີ 21 ສິງຫາ 2025, ອີງຕາມ ໜັງສືສະເໜີຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1569/ສສກ, ລົງວັນທີ 15 ສິງຫາ 2025 ແລະ ອີງຕາມແຈ້ງການຂອງຄະນະປະຕິຮູບລັດວິສາຫະກິດ, ເລກທີ 014/ຄປລກ-03, ລົງວັນທີ 09 ກຸມພາ 2026 ລັດຖະມົນຕີກະຊວງການເງິນ ຕົກລົງອະນຸມັດໃຫ້ ທ່ານ ຄຳບອນ ບຸນນະລາດ ອາຍຸ 69 ປີ ຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງພິມສຶກສາ ແລະ ທ່ານ ນາງ ນ້ອຍ ສຸວັນວິໄຊ ອາຍຸ 63 ປີ ຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງພິມສຶກສາ ອອກພັກການຮັບອຸດໜູນບຳນານ, ໃນງວດ I/2026 ເລີ່ມວັນທີ 01 ມີນາ 2026 ໂດຍມອບໃຫ້ ບໍລິສັດລັດວິສາຫະກິດໂຮງພິມສຶກສາ ປະຕິບັດນະໂຍບາຍໃຫ້ຜູ້ກ່ຽວຕາມກົດໜາຍ ແລະ ລະບຽບທີ່ກ່ຽວຂ້ອງຂອງບໍລິສັດ, ທ່ານທີ່ຖືກແຕ່ງຕັ້ງ ແລະ ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ພ້ອມດຽວກັນນັ້ນ, ລັດຖະມົນຕີກະຊວງການເງິນ ຍັງໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ທ່ານ ພົມມະແສງ ທິບພະວົງ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ອຳນວຍການບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາຜູ້ໃໝ່ ປ່ຽນແທນ ທ່ານ ຄຳບອນ ບຸນນະລາດ ທີ່ເຂົ້າຮັບອຸດໜູນບຳນານ ໂດຍທ່ານທີ່ຖືກແຕ່ງຕັ້ງຖືວ່າເປັນຜູ້ບໍລິຫານຕາງໜ້າໃຫ້ລັດ, ເຊິ່ງຕ້ອງປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ແລະ ຄວາມຮັບຜິດຊອບຢ່າງຖືກຕ້ອງກັບຈັນຍາບັນພະນັກງານ-ລັດຖະກອນ, ກົດໜາຍ ແລະ ລະບຽບທີ່ກ່ຽວຂ້ອງຂອງ ສປປ ລາວ ວາງອອກ, ຕ້ອງເອົາໃຈໃສ່ຄຸ້ມຄອງບໍລິຫານ ແລະ ລາຍງານຜົນການເຄື່ອນໄຫວດຳເນີນທຸລະກິດຂອງບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ໃຫ້ຄະນະປະຕິຮູບລັດວິສາຫະກິດ, ກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງເປັນປົກກະຕິ; ທ່ານທີ່ຖືກແຕ່ງຕັ້ງ ແມ່ນມີອາຍຸການເຄື່ອນໄຫວ 3 ປີ ແລະ ຕໍ່ໄດ້ I ສະໄໝ(ຖ້າຫາກບໍ່ມີຂໍ້ຕົກລົງອື່ນປ່ຽນແທນ), ສຳລັບເງິນເດືອນ ແລະ ເງິນອຸດໜູນຕ່າງໆ ແມ່ນຍ້າຍໄປຮັບຢູ່ບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ຕາມລະບຽບຂອງບໍລິສັດ, ກໍລະນີມີການຍົກຍ້າຍ ຫຼື ເຂົ້າຮັບອຸດໜູນບຳເນັດ-ບຳນານ ແມ່ນໃຫ້ພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າບຸກຄະລາກອນໃໝ່ ເພື່ອສະເໜີແຕ່ງຕັ້ງປ່ຽນແທນຕາມລະບຽບການ; ການຈັດຕັ້ງ, ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ທ່ານທີ່ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ; ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ໂອກາດດຽວກັນ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ກ່າວຊົມເຊີຍ ແລະ ຂອບໃຈຕໍ່ການປະກອບສ່ວນຂອງທ່ານ ຄຳບອນ ບຸນນະລາດ ແລະ ທ່ານ ນາງ ນ້ອຍ ສຸວັນວິໄຊ ທີ່ໄດ້ປະກອບສ່ວຍສຳຄັນໃນການນຳພາ ແລະ ພັດທະນາວຽກງານຂອງໂຮງພິມສຶກສາມາຢ່າງຍາວນານ ພ້ອມທັງອວຍພອນໃຫ້ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນຊີວິດພາຍຫຼັງອອກພັກອຸດໜູນບຳນານ. ພ້ອມນັ້ນ, ຍັງສະແດງຄວາມເຊື່ອໝັ້ນວ່າ ຜູ້ອຳນວຍການຄົນໃໝ່ ຈະສາມາດສືບຕໍ່ນຳພາ ແລະ ບໍລິຫານວຽກງານຂອງບໍລິສັດ ລັດວິສາຫະກິດ ໂຮງພິມສຶກສາ ໃຫ້ມີຄວາມກ້າວໜ້າ ແລະ ສອດຄ່ອງກັບນະໂຍບາຍການພັດທະນາຂອງກະຊວງສຶກສາທິການ ແລະ ກິລາ ໃຫ້ດີຂຶ້ນຕໍ່ໄປ.
ພາບ-ຂ່າວ: ບຸນທະວີ ນະວົງສາ















