ສາລະວັນ ສອບເສັງຄັດເລືອກບັນຈຸ ທົດແທນລັດຖະກອນຄູ ປະຈຳປີ 2026

ພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ ໄດ້ຈັດພິທີສອບເສັງຄັດເລືອກບັນຈຸທົດແທນລັດຖະກອນຄູ ປະຈຳປີ 2026 ໃນວັນທີ 26 ມີນາ 2026 ທີ່ສູນການສຶກສານອກໂຮງຮຽນ, ໂດຍການເຂົ້າຮ່ວມ ແລະ ເປີດຫົວບົດສອບເສັງຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ສຸກສະເຫຼີມພອນ ໄມມະນີ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ບຸນຖາວອນ ທໍາມະພັດ ຮອງຫົວໜ້າພະແນກການເງິນແຂວງ, ມີບັນດາຄະນະຮັບຜິດຊອບການສອບເສັງ, ຜູ້ຕາງໜ້າຈາກຫ້ອງການສຶກສາທິການ ແລະ ກິລາ ຈາກ 8 ເມືອງ, ຄະນະອະນຸກໍາມະການ, ພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.
ໃນພິທີ, ທ່ານ ບຸນເກີດ ອິນທະນຸດ ຮອງຫົວໜ້າຂະແໜງການຈັດຕັ້ງ ແລະ ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານຂໍ້ຕົກຂອງຄະນະກໍາມະການປົກຄອງແຂວງ ເລກທີ 183/ຄປຂ.ສວ, ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ກອງເລຂາການບັນຈຸທົດແທນລັດຖະກອນຄູ ຂອງຂະແໜງການສຶກສາ ແລະ ກິລາ, ແຈ້ງການຂອງ ກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 1069/ຫກ, ລົງວັນທີ 13 ມີນາ 2026; ເລື່ອງການສອບເສັງບັນຈຸທົດແທນລັດຖະກອນຄູ ຕາມຈໍານວນທີ່ສິ້ນສຸດໃນຮູບການຕ່າງໆ ໃນງວດທີ II ປະຈຳປີ 2026. ພ້ອມທັງໄດ້ຜ່ານກົດລະບຽບໃນການສອບເສັງຄັ້ງນີ້.
ການສອບເສັງໃນຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 175 ຄົນ, ຍິງ 103 ຄົນ ທີ່ມາຈາກ 8 ຕົວເມືອງໃນທົ່ວແຂວງ, ຊຶ່ງມີຕົວເລກບັນຈຸລັດຖະກອນຄູ ຂອງແຂວງສາລະວັນ ມີທັງໝົດ 69 ຕົວເລກ. ສໍາລັບຮູບແບບການສອບເສັງແມ່ນແບ່ງອອກເປັນ 2 ພາກ ປະກອບມີ: ພາກທິດສະດີ, ສອບເສັງພາກຄວາມຮູ້ທົ່ວໄປ ແລະ ວິຊາສະເພາະຕາມສາຍທີ່ໄດ້ສະໝັກ, ພາກປະຕິບັດຕົວຈິງ ເປັນຕົ້ນ: ການແຕ່ງບົດສອນ, ການສອນສາທິດ ແລະ ການໃຫ້ສໍາພາດ ເພື່ອທົດສອບໄຫວພີບ, ທັດສະນະຄະຕິ, ປະເມີນທັກສະ ແລະ ຄວາມພ້ອມຂອງຜູ້ສະໝັກຢ່າງຮອບດ້ານ, ເຊີ່ງໄດ້ດໍາເນີນການສອບເສັງ ເປັນເວລາ 2 ວັນ ນັບແຕ່ວັນທີ 26-27 ມີນາ 2026.
ຂ່າວ-ພາບ: ວິໄລວອນ ສິດທິໄຊ


