ມຊ ຮ່ວມກັບ ອົງການແຄສາກົນ ປະຈໍາລາວ ເປີດຕົວໂຄງການເມືອງສັງທອງຕົວແບບ ເມືອງສີຂຽວ ນວ
06/04/2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ອົງການແຄສາກົນ ປະຈໍາ ສປປ ລາວ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເປີດຕົວໂຄງການເມືອງສັງທອງຕົວແບບ ເມືອງສີຂຽວ (SGDM) ນະຄອນຫຼວງວຽງຈັນ (ນວ) ເມື່ອວັນທີ 26 ມີນາ 2026 ທີ່ຫ້ອງປະຊຸມໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດລົງນາມ ລະຫວ່າງ ທ່ານ ຮສ. ປອ ສິນທະວອນ ດາລາວົງ ຮອງຜູ້ອໍານວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນາງ ແກ້ວອາພອນ ສຸວັນນະພູມ ຜູ້ອໍານວຍການອົງການແຄສາກົນ ປະຈໍາ ສປປ ລາວ, ມີຕາງໜ້າຜູ້ໃຫ້ທຶນຈາກສະຖານທູດລຸກຊຳບວກ, ຕາງໜ້າກະຊວງການຕ່າງປະເທດ, ກົມວິຊາການທີ່ກ່ຽວຂ້ອງ, ປະທານຄະນະກຳມະການປົກຄອງເມືອງສັງທອງ, ພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ, ຫ້ອງການສຶກສາທິການ ແລະ ກິລາເມືອງສັງທອງ, ຜູ້ຕາງໜ້າຄະນະວິຊາປ່າໄມ້ ພ້ອມດ້ວຍຜູ້ປະສານງານ ແລະ ຄະນະຮັບຜິດຊອບວຽກງານທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການເມືອງສັງທອງຕົວແບບເມືອງສີຂຽວ (SGDM) ເປັນການຮ່ວມມືກັນລະຫວ່າງກະຊວງສຶກສາທິການ ແລະ ກິລາ, ຕາງໜ້າໂດຍ ມະຫາວິທະຍາໄລແຫ່ງຊາດ ແລະ ອົງການແຄສາກົນ ປະຈໍາ ສປປ ລາວ ສ້າງຂອບການເຮັດວຽກຍຸດທະສາດ ເພື່ອພັດທະນາເມືອງສັງທອງ ໃຫ້ກາຍເປັນຕົວແບບໃນການອະນຸລັກສິ່ງແວດລ້ອມ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດໃນລະດັບພາກພື້ນ ເພື່ອແນໃສ່ແກ້ໄຂບັນຫາສິ່ງທ້າທາຍດ້ານສິ່ງແວດລ້ອມ ໃນ ສປປ ລາວ ເປັນຕົ້ນ ແມ່ນ ໄພນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ໄຟປ່າ ທີ່ສົ່ງຜົນກະທົບຕໍ່ການດຳລົງລົງຊີວິດຂອງປະຊາຊົນ, ເມືອງສັງທອງຖືກກໍານົດເປັນເຂດທີ່ມີຄວາມສ່ຽງສູງຕໍ່ການເກີດໄຟປ່າສູງກວ່າ 50% ແລະ ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພນໍ້າຖ້ວມ, ຊຶ່ງຖືວ່າເປັນເມືອງທີ່ມີຄວາມຈຳເປັນໃນການຈັດຕັ້ງປະຕິບັດໂຄງການນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານລັດຂັ້ນທ້ອງຖິ່ນ ແລະ ສ້າງຂີດຄວາມສາມາດໃຫ້ແກ່ຊຸມຊົນ ໂດຍສະເພາະແມ່ນແມ່ຍິງ, ສ້າງຍຸດທະສາດການປ່ຽນແປງສະພາບ ດິນຟ້າອາກາດລະດັບເມືອງ ແລະ ລະບົບປ້ອງກັນໄຟປ່າ, ພ້ອມທັງການຟື້ນຟູປ່າໄມ້ທີ່ເສື່ອມໂຊມ.
ໂອກາດດັ່ງກ່າວ, ທ່ານ ຮສ. ປອ ສິນທະວອນ ດາລາວົງ ໄດ້ກ່າວໃຫ້ຮູ້ວ່າ: ໂຄງການເມືອງສັງທອງ ຕົວແບບເມືອງສີຂຽວ ແມ່ນມີເປົ້າໝາຍ ເພື່ອສ້າງຄວາມອາດສາມາດໃຫ້ແກ່ເມືອງສັງທອງ ໃນການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ ແລະ ໃຫ້ການສະໜັບສະໜູນຊຸມຊົນ ໂດຍສະເພາະ ແມ່ຍິງ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ, ຊຶ່ງປະກອບມີ 3 ຄາດໝາຍ ຄື: ສະໜັບສະໜູນການຄຸ້ມຄອງ ແລະ ຟື້ນຟູປ່າໄມ້ແບບຍືນຍົງ ໃນພື້ນທີ່ປ່າໄມ້ທີ່ສຳຄັນຂອງເມືອງ ປະກອບມີ ການອະນຸລັກ ແລະ ປົກປັກຮັກສາປ່າໄມ້; ສະໜັບສະໜູນຊຸມຊົນທ້ອງຖິ່ນ ໂດຍສະເພາະແມ່ຍິງ ໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ໂດຍການສ້າງຂີດຄວາມສາມາດ ແລະ ການສ້າງລາຍຮັບຂອງເຂົາເຈົ້າ ແລະ ສ້າງສະຖານທີ່ສາທິດຢູ່ເມືອງສັງທອງ ເປັນແບບຢ່າງໃຫ້ແກ່ເມືອງອື່ນໆ. ຊຶ່ງຄວາມສຳຄັນຂອງໂຄງການຕໍ່ກັບ ຄະນະວິທະສາດປ່າໄມ້ ກໍ່ຄື ມະຫາວິທະຍາໄລແຫ່ງຊາດ ແມ່ນມີສ່ວນຮ່ວມໃນການປະກອບສ່ວນດ້ານເຕັກນິກວິຊາການ ຮ່ວມກັບ ຄູ່ຮ່ວມພັດທະນາ ກໍ່ຄື ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງສັງທອງ ໃນການພັດທະນາສ້າງແຜນຍຸດທະສາດ ພັດທະນາເມືອງສັງທອງ, ປະກອບສ່ວນດ້ານເຕັກນິກວິຊາການ ໃນການຈັດຝຶກອົບຮົມ ການຜະລິດກະສິກຳແບບຍຶນຍົງ, ການປ້ອງກັນໄຟປ່າ, ການໂຄສະນາເຜີຍແຜ່ ແລະ ຖອດຖອນບົດຮຽນໃນການປັບຕົວ ແລະ ຫຼຸດຜ່ອນຜົນກະທົບ ຕໍ່ກັບການປ່ຽນແປງດິນຟ້າອາກາດ. ສຳລັບ ການຮ່ວມມື້ນີ້ ແມ່ນບາດກ້າວທີ່ສຳຄັນ ໃນການເພີ່ມທະວີຂີດຄວາມສາມາດລະດັບຊາດ ຂອງພວກເຮົາ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ ແລະ ຫວັງຢ່າງຍິ່ງ ທີ່ຈະໄດ້ເຫັນຜົນກະທົບທາງບວກ ທີ່ຕົວແບບນີ້ ຈະມີຕໍ່ປະຊາຊົນໃນເມືອງສັງທອງ ແລະ ຈະສາມາດນຳໄປໃຊ້ເປັນຕົວແບບທີ່ປະສົບຜົນສຳເລັດໃຫ້ແກ່ເມືອງອື່ນໆໃນທົ່ວປະເທດ.
ມະຫາວິທະຍາໄລແຫ່ງຊາດ ກໍ່ຄື ຄະນະວິທະຍາສາດປ່າໄມ້ ແມ່ນມີທ່າແຮງດ້ານບຸກຄະລາກອນ ທີ່ມີບົດຮຽນທີ່ກ່ຽວຂ້ອງສະເພາະດ້ານ ແລະ ມີຄວາມອາດສາມາດ-ມີຄວາມພ້ອມ ໃນການໃນການປະກອບສ່ວນ ແລະ ສະໜັບສະໜູນ ດ້ານເຕັກນິກວິຊາການ ທີ່ຈະສາມາດ ຂັບເຄື່ອນ ໂຄງການເມືອງສັງທອງຕົວແບບເມືອງສີຂຽວ ໃຫ້ເກີດມີໝາກຜົນ ແລະ ຈັດຕັ້ງປະຕິບັດຢ່າງມີຜົນສຳເລັດສູງສຸດແກ່ເມືອງສັງທອງ.
ໂອກາດດຽວກັນ, ທ່ານ ນາງ ແກ້ວອາພອນ ສຸວັນນະພູມ ໄດ້ກ່າວວ່າ: ນີ້ເປັນການຮ່ວມມືຄັ້ງທໍາອິດກັບຄະນະວິທະຍາສາດປ່າໄມ້ ມຊ, ຊຶ່ງເປັນຂໍ້ລິເລີ່ມໃນການຄຸ້ມຄອງປ່າໄມ້ແບບຍືນຍົງ ເຂົ້າກັບການປັບຕົວຕໍ່ສະພາບພູມອາກາດໂດຍຊຸມຊົນເປັນເຈົ້າການ ດ້ວຍການໃຫ້ບຸລິມະສິດແກ່ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຜ່ານການສ້າງ ຂີດຄວາມສາມາດ ແລະ ໂອກາດໃນການສ້າງລາຍຮັບໃໝ່, ຊຶ່ງໂຄງການນີ້ຈະສຸມໃສ່ການສະໜັບສະໜູນການຄຸ້ມຄອງປ່າໄມ້ແບບຍືນຍົງ, ການເພີ່ມຂີດຄວາມສາມາດໃນການປັບຕົວຂອງຊຸມຊົນ ຊຶ່ງຈະໄດ້ຈັດຕັ້ງປະຕິບັດຢູ່ໃນ 5 ບ້ານເປົ້າໝາຍຂອງເມືອງສັງທອງ ຄື: ບ້ານໜອງບົວ, ໃຫຍ່ນາຈະເລີນ, ນາສາວນາງ, ໄຮ່ໄຕ້ ແລະ ບ້ານນາປໍ, ມີພົນລະເມືອງຫຼາຍກວ່າ 4,800 ຄົນ ທີ່ຮັບຜົນປະໂຫຍດຈາກລະບົບນິເວດນີ້, ໂຄງການເມືອງສັງທອງຕົວແບບເມືອງສີຂຽວ (SGDM) ໄດ້ດໍາເນີນໄປນັບແຕ່ມື້ອະນຸມັດເປັນຕົ້ນໄປ ຈົນເຖິງວັນທີ 30 ມີນາ 2029.
ພາບ-ຂ່າວ: ບົວລະພາ
ຂ່າວທີ່ກ່ຽວຂ້ອງ














